ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສອງ ກອງເລຂາ ໄອປາ-ອາຊຽນ ຫາລືການຊຸກຍູ້-ອຳນວຍຄວາມສະດວກການປະຕິບັດແຜນງານໃຫ້ມີປະສິດທິພາບ

Oct 20, 2024

ກອງປະຊຸມພົບປະປຶກສາຫາລື ລະຫວ່າງ ກອງເລຂາໄອປາ ແລະ ກອງເລຂາອາຊຽນ ຈັດຂຶ້ນໃນວັນທີ 19 ຕຸລາ 2024 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດລາວ, ທ່ານ ນາງ ອາ ສິຕິ ໂຣໄຊເມີຣິຍັນຕິ ດາໂຕະ ຮາຈິ ອັບດຸນ ຣາມານ ເລຂາທິການໃຫຍ່ໄອປາ, ທ່ານ ນາລາຢາ ໂຊອິພຣາບໂຕ ຮອງເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍບັນດາສະມາຊິກລັດຖະສະພາໄອປາ ເຂົ້າຮ່ວມ ເພື່ອປຶກສາຫາລື ແລະ ຮັບຟັງຄຳຄິດຄຳເຫັນ ເຊິ່ງກັນ ແລະ ກັນ ກ່ຽວ ກັບການປະສານງານ ແລະ ການປະຕິບັດໜ້າທີ່ຕາມພາລະບົດບາດຂອງຕົນ ໃນການຊຸກຍູ້ ແລະ ອຳນວຍຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັດ ແຜນງານຕ່າງໆຂອງອາຊຽນ ກໍຄື ບັນດາມະຕິຂອງໄອປາ ໃຫ້ມີປະສິດທິພາບ ແລະ ບັນລຸຕາມຈຸດປະສົງຄາດໝາຍ.
ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ໃຫ້ຮູ້ວ່າ: ກອງປະຊຸມປຶກ ສາຫາລື ລະຫວ່າງໄອປາ ແລະ ອາຊຽນ ຄັ້ງນີ້, ຈະໄດ້ລົງເລິກກ່ຽວ ກັບການເພີ່ມທະວີການປະສານງານ, ການປຶກສາຫາລືລະຫວ່າງ ກອງເລຂາໄອປາ ແລະ ອາ​ຊຽນ ເພື່ອຮັບປະກັນການເຊື່ອມຈອດ ແລະ ການເຕີບໂຕແບບກວມລວມໃນພາກພື້ນ, ​ເຊື່ອ​ໜັັ້ນວ່າ ການປຶກສາຫາລື ພາຍ​ໃຕ້​ຫົວ​ຂໍ້​ດັ່ງ​ກ່າວ, ຈະ​ເປັນປະໂຫຍດຫລາຍໃນການເສີມຂະຫຍາຍບົດບາດ ແລະ ໜ້າທີ່ ຂອງສອງອົງການ ໃຫ້ມີປະສິດທິພາບກວ່າເກົ່າ, ປະກອບສ່ວນເຂົ້າໃນການຊຸກຍູ້ ບົດບາດການເປັນແກນກາງຂອງອາ​ຊຽນ, ສົ່ງເສີມການມີສ່ວນ ຮ່ວມ ຂອງປະຊາຊົນໃຫ້ຫລາຍຂຶ້ນ ເພື່ອບັນລຸວິໄສທັດການສ້າງ​ປະຊາຄົມອາຊຽນ 2025 ແລະ ໄລຍະຕໍ່ໜ້າ. ​ໃນໄລຍະຜ່ານມາ ອາຊຽນ-ໄອປາ ໄດ້ມີການຮ່ວມມື, ຕິດຕໍ່ພົວພັນ ແລະ ປະສານງານ ເຊິ່ງກັນ ແລະ ກັນ ໃນຖານະເປັນຄູ່ຮ່ວມມືຜ່ານກົົນໄກການຈັດກອງປະຊຸມ ລະຫວ່າງ ຜູ້ນຳອາຊຽນ-ໄອປາ ແລະ ກອງປະຊຸມປຶກສາຫາລື ລະຫວ່າງ ເລຂາທິການໃຫຍ່ຂອງອາຊຽນ ແລະ ໄອປາ ໄດ້ປະສົບຜົນສໍາເລັດຫລາຍດ້ານ.
ຢ່າງໃດກໍຕາມ, ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງ ການ ແລະ ຮັບມືກັບສິ່ງທ້າທາຍຕ່າງໆທີ່ບັນດາປະເທດພວກເຮົາພວມຜະເຊີນໜ້າຢູ່ໃນປັດຈຸບັນ ກໍຄື ໃນອະນາຄົດ ແລະ ເພື່ອເຮັດໃຫ້ວຽກງານຂອງລັດຖະບານ ມີການເກາະກ່າຍກະທົບ ເຊິ່ງກັນ ແລະ ກັນ ກໍຄື ການປະສານງານກັບວຽກງານນິຕິບັນຍັດໃຫ້ກົມກຽວນັ້ນ, ພວກເຮົາຍິ່ງຕ້ອງເພີ່ມທະວີ ການພົວພັນຮ່ວມມື ແລະ ການປຶກ ສາຫາລື ໃຫ້ຫລາຍຂຶ້ນ ເພື່ອຮັບປະກັນໃຫ້ແກ່ການພົວພັນຮ່ວມມືລະຫວ່າງລັດຖະບານ ແລະ ລັດຖະສະພາຂອງປະເທດອາຊຽນ ກໍຄືຄູ່ຮ່ວມມືຂອງອາຊຽນ-ໄອປາ ມີປະສິດ ທິພາບ ແລະ ປະສິດທິຜົນສູງຂຶ້ນ ແນໃສ່ປະຕິບັດຕາມທິດການ ເຊື່ອມຈອດ ແລະ ການເຕີບໂຕແບບກວມລວມຂອງອາຊຽນ.
ກອງປະຊຸມຄັ້ງນີ້, ເປັນໂອກາດອັນດີໃຫ້ແກ່ບັນດາກອງເລຂາໄອປາ, ກອງເລຂາອາຊຽນ ແລະ ລັດຖະສະພາສະມາຊິກໄອປາ ໄດ້ຮ່ວມກັນຕີລາຄາຄືນກ່ຽວກັບກົນໄກ ແລະ ວິທີການຕ່າງໆ ໃນການພົວພັນປະສານງານໃຫ້ມີປະສິດທິພາບສູງກວ່າເກົ່າ, ພ້ອມ ກັນຈັດຕັ້ງປະຕິບັດ ວິໄສທັດປະຊາຄົມອາຊຽນ 2025 ແລະ ຫລັງປີ 2025 ກໍຄື ສົ່ງເສີມປະຊາຄົມອາຊຽນ ໃຫ້ມີການເຊື່ອມໂຍງ ແລະ ເຊື່ອມຈອດ ຢ່າງເປັນຮູບປະທຳ.