ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສອບເສັງລະດັບຊາດສໍາລັບພະຍາບານ ແລະ ຜະດຸງຄັນ ຄັ້ງທີ 5

Jan 12, 2025

ສະພາຄຸ້ມຄອງວິຊາຊີບສາທາລະນະສຸກ, ບອດພະຍາບານ-ຜະດຸງຄັນ ສົມທົບກັບ 9 ສູນສອບເສັງໃນແຂວງທີ່ມີສະຖານການສຶກສາໃນທົ່ວປະເທດ ໄດ້ຈັດການສອບ ເສັງລະດັບຊາດ ສໍາລັບພະຍາບານ ແລະ ຜະດຸງຄັນ ຄັ້ງທີ 5 ໃນວັນທີ 11 ມັງກອນ 2025. ມີນັກສອບເສັງພະຍາບານ 456 ຄົນ ແລະ ຜະດຸງຄັນ 175 ຄົນ ລວມທັງໝົດ 631 ຄົນ, ໃນນັ້ນ ມີນັກສອບເສັງພະຍາບານ ແລະ ຜະດຸງຄັນທີ່ຮຽນຈົບຈາກ ສສ ຫວຽດນາມ 37 ຄົນ (ພະຍາບານ 30 ຄົນ ແລະ ຜະດຸງຄັນ 7 ຄົນ) ສະເພາະສູນສອບ ເສັງ ວິທະຍາໄລວິທະຍາສາດສຸຂະພາບ ຈໍາປາສັກ ມີນັກສອບເສັງພະຍາບານ 55 ຄົນ ແລະ ຜະດຸງຄັນ 23 ຄົນ.
ຈຸດປະສົງຂອງການສອບເສັງ ເພື່ອປະເມີນຄວາມຮູ້, ຄວາມສາມາດ, ທັກສະ, ສະ ຕິປັນຍານັກສອບເສັງ ພະຍາບານ ແລະ ຜະດຸງຄັນ; ຜູ້ທີ່ສອບເສັງລະດັບຊາດຜ່ານໄດ້ ຈະໄດ້ຂຶ້ນທະບຽນ ແລະ ໄດ້ຮັບໃບປະກອບວິຊາຊີບປິ່ນປົວ ແລະ ສາມາດສະໝັກເຂົ້າເຮັດວຽກບໍລິການເບິ່ງແຍງສຸຂະພາບປະຊາຊົນບັນດາເຜົ່າ ທັງພາກລັດ ແລະ ເອກກະຊົນ ແລະ ສາມາດເຂົ້າສູ່ລະບົບການສຶກສາ-ອົບຮົມຕໍ່ເນື່ອງ ເພື່ອມີຄະແນນສະສົມຄົບຕາມຈໍານວນທີ່ຄະນະກໍາມະການວິຊາຊີບພະຍາບານ ແລະ ຜະດຸງຄັນກໍານົດ; ໃບປະກອບວິຊາຊີບປິ່ນປົວ ມີອາຍຸນໍາໃຊ້ ພຽງ 5 ປີ ເທົ່ານັ້ນ; ສະນັ້ນ, ຜູ້ປະກອບວິຊາ ຊີບປິ່ນປົວທີ່ມີ ຄະແນນສະສົມ ຄົບຕາມຈໍານວນແມ່ນສາມາດຕໍ່ໃບປະກອບວິຊາຊີບປິ່ນປົວໄດ້ເລີຍ.
ລະບົບການສຶກສາຕໍ່ເນື່ອງນີ້ເປັນອັນໃໝ່ທີ່ນຳໃຊ້ເພື່ອພັດທະນາວິຊາຊີບ ແລະ ພ້ອມດຽວກັນນັ້ນກໍ່ພັດທະທະນາຜູ້ປະກອບວິຊາຊີບການພະຍາບານ ແລະ ການຜະ ດຸງຄັນໃຫ້ມີຄວາມຮູ້ໃໝ່ທັນກັບສະພາບ ເພື່ອຕອບສະຫນອງຕາມຄວາມຮຽກຮ້ອງຕ້ອງການຂອງປະຊາຊົນທີ່ປາຖະໜາຢາກໄດ້ຮັບການບໍລິການດ້ານການຮັກສາປິ່ນ ປົວສຸຂະພາບທີ່ມີຄຸນະພາບ, ທັງນີ້ເພື່ອເປັນການປະຕິບັດກົດຫມາຍສາທາລະນະສຸກ,ກົດໝາຍປິ່ນປົວ, ນະໂຍບາຍປະຕິຮູບສາ ທາລະນະສຸກ, ຍຸດທະສາດພັດທະນາຊັບພະຍາກອນສຸຂະພາບ ແລະ ການເຊື່ອມໂຍງອາຊຽນ ສັນຍາຮັບຮູ້ຊຶ່ງກັນ ແລະກັນ.
ຂ່າວ: ຈັນທະວີສັກ