ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະກັດກັ້ນນາຍໜ້າຄ້າມະນຸດ ຢູ່ສະໜາມບິນສາກົນວັດໄຕ

Jan 23, 2025

ໃນວັນທີ 13 ມັງກອນ 2025, ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄດ້ຮັບແຈ້ງຈາກກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນ ຄວາມສະ ຫງົບ ທີ່ປະຈຳຢູ່ດ່ານ ຕມ ສະໜາມບິນສາກົນວັດໄຕ ໄດ້ສະກັດກັ້ນ ແລະ ຊ່ວຍເຫຼືອ ຍິງສາວລາວ ຈຳນວນ 05 ຄົນ ຖືກສົງໄສຈະຕົກເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ທີ່ພວມຈະເດີນທາງໄປຕ່າງປະເທດ.
ດັ່ງນັ້ນ, ທາງເຈົ້າໜ້າທີ່ກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ຈຶ່ງໄດ້ປະສານສົມທົບ ແລະ ນຳຕົວພວກກ່ຽວທັງ 05 ຄົນ ມາດຳເນີນການສືບສວນ-ສອບສວນ. ຜ່ານການສືບສວນ-ສອບ ສວນ ແລະ ສຳພາດເບື້ອງຕົ້ນ ສາມາດກຳນົດຕົວໄດ້ວ່າ ເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ຈຳນວນ 03 ຄົນ ແລະ ຜູ້ຖືກຫາທີ່ເປັນນາຍໜ້າ ຈຳນວນ 02 ຄົນ, ປະຈຸບັນກຳລັງສືບຕໍ່ຂະຫຍາຍຜົນນຳເອົາກຸ່ມແກ້ງທີ່ຮ່ວມກັນກະທຳຜິດດັ່ງກ່າວມາດຳເນີນຄະດີຕາມກົດໝາຍ.
ກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ຮຽກ ຮ້ອງມາຍັງທຸກຄົນໃນສັງຄົມ ຖ້າຫາກພົບເຫັນກໍລະນີທີ່ສົງໄສວ່າເປັນການຄ້າມະນຸດ ໃຫ້ແຈ້ງຂໍ້ມູນມາຫາເຈົ້າໜ້າທີ່ບ່ອນທີ່ໃກ້ທີ່ສຸດ ຫຼື ແຈ້ງທາງເບີ ສາຍດ່ວນກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າະນຸດ 1300 ແລະ ເບີວອດແອັບ 020 22881300.
ພາບ-ຂ່າວ: ສອນເພັດ ໄຊຍະສິດ, ຄວາມສະຫງົບລາວ