ກະຊວງສຶກສາທິການ ແລະ ກີລາ (ສສກ) ເຝິກອົບຮົມການຂຽນບົດເລື່ອງວີດີໂອ ໃນວັນທີ 23-26 ມິຖຸນາ 2025 ທີ່ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ເພື່ອສ້າງຂະບວນສົ່ງຂໍ້ຄວາມ ທີ່ຈະສົ່ງເສີມຄຸນຄ່າຂອງການສຶກສາ ແລະ ສະໜັບສະໜູນການສືບຕໍ່ຮຽນຂອງນັກຮຽນ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານການຄຸນນະພາບ ແລະ ຂະຫຍາຍໂອກາດສຳລັບການເຂົ້າເຖິງການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ໂດຍເປັນປະທານຮ່ວມຂອງ ທ່ານ ອຸທິດ ທິບມະນີ ຮອງຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ທ່ານ ນາງ ວາເນັດຊ້າ ເຮັກກາທີ້ ເລຂາເອກ ສະຖານທູດອົດສະຕຣາລີ ປະຈຳລາວ ມີຜູ້ຕາງໜ້າຈາກ ສວສ ກົມ ສູນ ຂະແໜງ ການ ແລະ ພະນັກງານກ່ຽວຂ້ອງຂອງ ເຂົ້າຮ່ວມ.
ການເຝິກອົບຮົມຄັ້ງນີ້ ນຳພາໂດຍຜູ້ຊ່ຽວຊານວຽກງານສື່ສານຂອງແຜນງານບີຄວາ ທີ່ໄດ້ໃຫ້ຄໍາແນະນໍາດ້ານວິຊາການກ່ຽວກັບການຂຽນບົດເລື່ອງ ແລະ ວິທີການເລົ່າເລື່ອງລາວກອງປະຊຸມເປັນບາດກ້າວທໍາອິດໃນການແກ້ໄຂອັດຕາການອອກໂຮງຮຽນຂອງນັກຮຽນ ທີ່ກ່ຽວຂ້ອງກັບຄວາມຫຍຸ້ງຍາກດ້ານເສດຖະກິດ ແລະ ຄວາມເຊື່ອທີ່ເພີ່ມຂຶ້ນວ່າການສຶກສາບໍ່ໄດ້ນໍາໄປສູ່ວຽກເຮັດງານທຳທີ່ດີ.
ທ່ານ ອຸທິດ ທິບມະນີ ໄດ້ກ່າວວ່າ: “ການສຶກສາບໍ່ພຽງແຕ່ເປັນຜົນສໍາເລັດຂອງບຸກຄົນ ແຕ່ຍັງເປັນການລົງທຶນຂອງປະເທດ ພວກເຮົາຕ້ອງບອກເຖິງຊຸມຊົນຂອງພວກເຮົາວ່າ ການຮຽນຊ່ວຍເປີດປະຕູ ສ້າງຄວາມສາມາດກຸ້ມຕົນເອງ ແລະ ຊ່ວຍໃຫ້ໄວໜຸ່ມເຕີບໂຕເປັນຜູ້ໃຫຍ່ທີ່ດີ ພວກເຮົາຈະສ້າງວິດີໂອທີ່ສົ່ງຂໍ້ຄວາມສຳຄັນໂດຍກົງເຖິງຜູ້ປົກຄອງ ແລະ ນັກຮຽນ ເພື່ອປັບຄວາມຄິດຂອງຄອບຄົວ ໃນການຄິດກ່ຽວກັບອະນາຄົດຂອງລູກຄືແບບໃດ ທັງນີ້ກໍ່ເພື່ອຊ່ວຍໃຫ້ການສຶກສາຖືເປັນບູລິມະສິດທີ່ສຳຄັນ.
ທ່ານ ນາງ ວາເນັດຊ້າ ເຮັກກາທີ້ ໄດ້ກ່າວຊົມເຊີຍຕໍ່ການຮ່ວມມືດັ່ງກ່າວ ເປັນສ່ວນໜຶ່ງຂອງຄວາມພະຍາຍາມ ເພື່ອແກ້ໄຂບັນຫາອັນຮີບດ່ວນທີ່ສຸດໃນຂະແໜງການສຶກສາປັດຈຸບັນ ກໍ່ຄື ການປະລະການຮຽນຂອງນັກຮຽນ ເດັກນ້ອຍໃນລາວຫຼາຍຄົນ ໄດ້ອອກໂຮງຮຽນໄວເກີນໄປ ແລະ ເມື່ອເຂົາເຈົ້າອອກໂຮງຮຽນ ໄດ້ຈຳກັດອະນາຄົດຂອງເຂົາເຈົ້າ ດ້ານໂອກາດຂອງຕົນເອງ ແລະ ການພັດທະນາປະເທດຊາດ ຜ່ານວິດີໂອສັ້ນ ທີ່ມີຄຸນຄ່າ ພວກເຮົາຫວັງວ່າຈະໄດ້ສົ່ງຂໍ້ຄວາມໂດຍກົງເຖິງຜູ້ປົກຄອງ ນັກຮຽນ ຜູ້ເຮັດວຽກໃນຂະແໜງການສຶກສາ ຄູ ແລະ ຊຸມຊົນ ຊຸກຍູ້ສົ່ງເສີມໃຫ້ເຂົາເຈົ້າເຫັນວ່າການສຶກສາເປັນການລົງທຶນທີ່ມີຄ່າໃນອະນາຄົດ.
ແຜນໂຄສະນາດັ່ງກ່າວ ຈະປະກອບມີວິດີໂອສັ້ນຫຼາຍອັນ ທີ່ເວົ້າເຖິງບັນຫາການອອກໂຮງຮຽນຂອງນັກຮຽນທີ່ເພີ່ມຂຶ້ນໃນ ສປປ ລາວ ວິດີໂອ ມີຈຸດປະສົງເພື່ອປ່ຽນຄວາມເຂົ້າໃຈລະຫວ່າງນັກຮຽນ ພໍ່ແມ່ ແລະ ຊຸມຊົນ ໂດຍສະແດງໃຫ້ເຫັນວ່າ ການສຶກສານັ້ນ ເຖິງແມ່ນວ່າຍັງບໍ່ທັນເປັນເສັ້ນທາງໄປສູ່ການເຮັດວຽກໄດ້ໃນຕອນນີ້ເທື່ອ ແຕ່ໄດ້ໃຫ້ທັກສະຄວາມສາມາດ ແລະ ໂອກາດທີ່ໄວໜຸ່ມຕ້ອງການ ເພື່ອສ້າງອະນາຄົດຂອງຕົນເອງ.
ໄລຍະຂອງການເຝິກອົບຮົມຄັ້ງນີ້ ທີມງານຜະລິດວິດີໂອຂອງກະຊວງຈະປັບປຸງບົດເລື່ອງຂອງວິດີໂອ ແລະ ແຕ້ມຮູບແຜ່ນພາບເລົ່າເລື່ອງລາວ ທີ່ຕົກລົງເປັນເອກະພາບກັນ ຈະສະທ້ອນເຖິງຄວາມເປັນຈິງຂອງຄອບຄົວໃນລາວ ໂດຍໃຊ້ຕົວຢ່າງທີ່ສະແດງອອກໃຫ້ເຫັນເຖິງວັດທະນະທໍາ ການຜະລິດວິດີໂອຈະນໍາພາໂດຍທີມງານ ສວສ ຮ່ວມກັບ ກົມສ້າງຄູ ແລະ ກົມສາມັນສຶກສາ ໂດຍມີເປົ້າຫມາຍທີ່ຈະອອກອາກາດກ່ອນການເລີ່ມໄຂສົກຮຽນໃໝ່ 2025-2026 ໃນເດືອນກັນຍາ 2025 ນີ້.
ແຜນໂຄສະນາດັ່ງກ່າວຈະໄດ້ອອກອາກາດທາງໂທລະພາບແຫ່ງຊາດ ທາງສື່ສັງຄົມ ແລະ ຍັງສາ ມາດນຳໃຊ້ໃນໂຄສະນາປະຊາສຳພັນ ໃນຊຸມຊົນໂດຍສະມາຊິກສະພາແຫ່ງຊາດ ວິດີໂອຍັງຈະຖືກເຜີຍແຜ່ໃຫ້ຄູ ຜູ້ເຮັດວຽກສຶກສານິເທດ ແລະ ຜູ້ເຮັດວຽກໃນຂະແໜງການສຶກສາ ເພື່ອສະໜັບສະໜູນການໂຄສະ ນາ ສົ່ງເສີມໃນທ້ອງຖິ່ນຂອງໂຮງຮຽນ ແລະ ໝູ່ບ້ານ.




