ສະຖານກົງສຸນໃຫຍ່ລາວ ປະຈໍາ ຣາຊະອານາຈັກໄທ ສະເຫຼີມສະຫຼອງບຸນປີໃໝ່ລາວ ປະຈຳປີ ພ.ສ 2568

ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພ.ສ. 2567 ແລະ ຕ້ອນຮັບປີໃໝ່ ພ.ສ. 2568 ທີ່ຈະມາເຖິງນີ້, ສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ຈັງຫວັດຂອນແກ່ນ, ຣາຊະອານາຈັກໄທ ໄດ້ຈັດພິທີບາສີສູ່ຂວັນ ແລະ ສະເຫຼີມສະຫຼອງເນື່ອງໃນໂອກາດດັ່ງກ່າວຂຶ້ນ ໃນຕອນຄໍ່າຂອງວັນທີ 8 ເມສາ 2025, ຊຶ່ງໄດ້ຮັບກຽດເຂົ້າຮ່ວມພິທີໂດຍ ທ່ານ ພົງສະຫວັນ ສີສຸລາດ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ, ພ້ອມນີ້ກໍ່ໄດ້ຮັບກຽດຈາກ ທ່ານ ພັນເທບ ເສົາໂກສົນ, ຮອງຜູ້ວ່າຣາຊະການ ຈັງຫວັດຂອນແກ່ນ ພ້ອມດ້ວຍພັນລະຍາ, ນອກນີ້ ກໍ່ຍັງໄດ້ຮັບກຽດຈາກ ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາຂອນແກ່ນ, ຮອງກົງສຸນໃຫຍ່ແຫ່ງ ສປ ຈີນ ປະຈໍາຂອນແກ່ນ, ທ່ານຜູ້ວ່າ ແລະ ຮອງຜູ້ວ່າຣາຊະການຈັງຫວັດໃກ້ຄຽງ, ຫົວໜ້າກົມ ແລະ ຮອງຫົວໜ້າກົມຈໍານວນໜຶ່ງ ຈາກກະຊວງການຕ່າງປະເທດ, ພະນັກງານສະຖານກົງສຸນໃຫຍ່ລາວ ທີ່ ຂອນແກ່ນ, ຄົນລາວທີ່ອາໄສຢູ່ຂອນແກ່ນ, ບັນດາແຂກທີ່ຖືກເຊີນ ທັງລາວ ແລະ ໄທ ຈໍານວນ 500 ກວ່າຄົນ ເຂົ້າຮ່ວມໃນພິທີດັ່ງກ່າວດ້ວຍບັນຍາກາດໄມຕີຈິດຕະພາບອັນດີ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍຄວາມສໍາຄັນ.
ໃນໂອກາດນີ້, ທ່ານ ພົງສະຫວັນ ສີສຸລາດ ໄດ້ໃຫ້ກຽດມີຄໍາເຫັນຕໍ່ພິທີສະເຫຼີມສະຫຼອງຄັ້ງນີ້ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນໃນການຈັດພິທີບຸນປີໃໝ່ລາວ ຫຼື ບຸນສົງການ ຊຶ່ງແມ່ນການປະຕິບັດຕາມຮີດຄອງປະເພນີທີ່ບັນພະບູລຸດໄດ້ນໍາພາປະຕິບັດຜ່ານມາ ຕາມຮີດ 12 ຄອງ 14 ທີ່ປະຊາຊົນສອງຊາດ ລາວ ແລະ ໄທ ໄດ້ສືບທອດປະຕິບັດມາແຕ່ບູຮານນະການ ບໍ່ວ່າຈະເປັນພິທີທາງສາສະໜາ ຫຼື ການອວຍໄຊໃຫ້ພອນເຊິ່ງກັນ ແລະ ກັນ, ຮີດຄອງປະເພນີນີ້ ໄດ້ກາຍເປັນເອກະລັກອັນດີງາມ ແລະ ເປັນປາງບຸນທີ່ມີຊື່ສຽງທີ່ໄດ້ປະກອບສ່ວນອັນສໍາຄັນໃຫ້ແກ່ການດຶງດູດເອົານັກທ່ອງທ່ຽວຈາກຕ່າງປະເທດ ເຂົ້າມາທ່ອງທ່ຽວ ທັງຢູ່ລາວ ແລະ ໄທ ໂດຍການໝູນໃຊ້ທ່າແຮງທີ່ຕັ້ງພູມສາດ ໃນການເຊື່ອມໂຍງເຊື່ອມຈອດກັບອະນຸພາກພື້ນ, ຊຶ່ງປະຈຸບັນ ສອງປະເທດ ກໍ່ໄດ້ມີການເຊື່ອມຈອດດ້ານເສັ້ນທາງຄົມມະນາຄົມຂົນສົ່ງທາງບົກ, ອາກາດ, ຂົວ, ລົດໄຟ, ໄຟຟ້າ ແລະ ອື່ນໆ ໂດຍສະເພາະ ລະຫວ່າງ ແຂວງ ແລະ ຈັງຫວັດ ທີ່ມີຊາຍແດນຮ່ວມກັນ (ເບື້ຶອງລາວ ມີ 9 ແຂວງ ແລະ ເບື້ອງໄທ ມີ 12 ຈັງຫວັດ). ພ້ອມນີ້, ປີ 2025 ນີ້ກໍ່ເປັນປີທີ່ມີຄວາມໝາຍສໍາຄັນ ຊຶ່ງເປັນປີ ຄົບຮອບ 75 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສອງປະເທດ ລາວ ແລະ ໄທ, ຊຶ່ງສອງລັດຖະບານ ເຫັນດີເປັນເອກະພາບຮ່ວມກັນ ໃນການຈັດກິດຈະກໍາຕ່າງໆເພື່ອສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວ ໂດຍສອງນາຍົກລັດຖະມົນຕີ ລາວ ແລະ ໄທ ໄດ້ຮ່ວມກັນເປີດກາສັນຍາລັກສະເຫຼີມສະຫຼອງ ຄົບຮອບ 75 ປີຢ່າງເປັນທາງການ ໃນວັນທີ 20 ກຸມພາ 2025 ຜ່ານມາ ຈຶ່ງຂໍເຊີນຊວນພີ່ນ້ອງຊາວໄທ ແລະ ລາວ ສືບຕໍ່ຮ່ວມກັນຈັດກິດຈະກໍາຕ່າງໆ ເພື່ອສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວຕະຫຼອດປີ ບົນພື້ນຖານການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ. ນອກຈາກນັ້ນ, ປີນີ້ຍັງເປັນປີທີ່ຄວາມໝາຍສໍາຄັນສໍາລັບປະຊາຊົນລາວ ໃນການສ້າງຜົນງານຂໍ່ານັບຮັບຕ້ອນວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຢ່າງມີຂະບວນຟົດຟື້ນ ແລະ ມີຄວາມໝາຍຄວາມສໍາຄັນ.
ພ້ອມດຽວກັນນີ້, ທ່ານ ພັນເທບ ເສົາໂກສົນ, ຮອງຜູ້ວ່າຣາຊະການ ຈັງຫວັດຂອນແກ່ນ ກໍ່ໄດ້ມີຄໍາເຫັນໃນພິທີ ໂດຍໄດ້ສະແດງຄວາມຊົມເຊີຍວັນຄົບຮອບ 75 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສອງປະເທດ ລາວ ແລະ ໄທ ທີ່ມີຄວາມໝາຍຄວາມສໍາຄັນ, ແລະ ອວຍພອນໄຊອັນປະເສີດມາຍັງລັດຖະບານລາວ ແລະ ປະຊາຊົນລາວທຸກຖ້ວນໜ້າ ໃນໂອກາດປີໃໝ່ລາວ, ພ້ອມທັງໃຫ້ຄໍາໝັ້ນສັນຍາທີ່ຈະສືບຕໍ່ພົວພັນຮ່ວມມື, ສົ່ງເສີມ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອຮັດແໜ້ນຄວາມສໍາພັນ ແລະ ຄວາມສາມັກຄີ ຂອງປະຊາຊົນສອງຊາດ ລາວ-ໄທ ໃຫ້ຍືນຍົງຕະຫຼອດໄປ.
ໃນໂອກາດດຽວກັນນີ້, ທ່ານ ສະຖານກົງສຸນໃຫຍ່ ສົມສັກ ວິໄລທອນ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ທຸກພາກສ່ວນທີ່ກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນ, ສະມາຄົມ-ຊົມລົມຕ່າງໆ, ຄະນະສີລະປະຈາກ ສປປ ລາວ, ພີ່ນ້ອງຊາວໄທ ແລະ ລາວ ທີ່ໃຫ້ການສະໜັບສະໜູນດ້ານເຫື່ອແຮງ, ວັດຖຸປັດໄຈ ໃນການຈັດງານສະເຫຼີມສະຫຼອງບຸນປີໃໝ່ໃນຄັ້ງນີ້, ຊຶ່ງຈັດຂຶ້ນທ່າມກາງຄວາມສໍາພັນ ແລະ ການຮ່ວມມື ລະຫວ່າງສອງປະເທດ ລາວ ແລະ ໄທ ທີ່ກໍາລັງສືບຕໍ່ເບັ່ງບານ, ຈະເລີນງອກງາມ ບົນຈິດໃຈການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ທີ່ກວມເອົາການຮ່ວມມືຮອບດ້ານ ເພື່ອເພີ່ມທະວີ ແລະ ຮັດແໜ້ນການຮ່ວມມືໃນດ້ານຕ່າງໆ ເປັນຕົ້ນແມ່ນການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ເສດຖະກິດ, ການຄ້າ, ການລົງທຶນ, ການເຊື່ອມໂຍງ-ເຊື່ອມຈອດ, ການທ່ອງທ່ຽວ, ລວມເຖິງການຮັດແໜ້ນສົ່ງເສີມຄວາມສໍາພັນ ລະຫວ່າງ ປະຊາຊົນ ກັບ ປະຊາຊົນ ສອງຊາດ ລາວ-ໄທ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.
ການສະເຫຼີມສະຫຼອງບຸນປີໃໝ່ລາວຄັ້ງນີ້ ຍັງໄດ້ມີການສະແດງສິລະປະວັນນະຄະດີ ທັງລາວ-ໄທ ແລະ ໄດ້ສໍາເລັດລົງດ້ວຍຜົນສໍາເລັດອັນຈົບງາມ ຊຶ່ງເຕັມໄປດ້ວຍບັນຍາກາດໄມຕີຈິດມິດຕະພາບອັນອົບອຸ່ນ, ເບີກບານມ່ວນຊື່ນ, ມີຮອຍຍິ້ມ ແລະ ມີຄວາມໝາຍສໍາຄັນເປັນຢ່າງຍິ່ງ.





