ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຖານທີ່ທ່ອງທ່ຽວວັດທະນະທຳ ເນັ້ນອະນຸລັກສົ່ງເສີມວັດທະນະທຳ-ຮີດຄອງປະເພນີ ຂອງລາວ

Jul 29, 2024

ສະຖານທີທ່ອງທ່ຽວວັດທະນະທຳລາວ ບ້ານນາຊາຍທອງ ຕັ້ງຢູ່ບ້ານນາຊາຍທອງເໜືອ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ເປັນສະຖານທີ່ທ່ອງທ່ຽວ ທີ່ເນັ້ນການອະນຸລັກວັດທະນະທຳ, ຮີດຄອງປະເພນີ ອັນດີງາມ ຂອງຊາດລາວ ໂດຍເນັ້ນສ້າງເຮືອນຊົງລາວ ເພື່ອສະແດງເຖິງວິຖີການດຳລົງຊີວິດຂອງຊາວລາວ ໃນເມື່ອກ່ອນ ໂດຍໄດ້ຈັດໃຫ້ມີຫລາຍກິດຈະກຳ ທີ່ສ່ອງແສງໃຫ້ເຫັນເຖິງ ວັດທະນະທຳ, ຮີດຄອງປະເພນີ, ຕິດພັນກັບການນຸ່ງຖື ຂອງປະຊາຊົນລາວບັນດາເຜົ່າ ໃນເມື່ອກ່ອນ, ທັງຕິດພັນການອະນຸລັກ, ຮັກສາສິ່ງແວດລ້ອມ ແລະ ອື່ນໆ.
ທ່ານ ນາງ ນິດຕະຍາ ບຸດປະເສີດ ເຈົ້າຂອງສະຖານທີ່ທ່ອງທ່ຽວວັດທະນະທຳລາວ ບ້ານນາຊາຍທອງ ໄດ້ໃຫ້ສຳພາດ ໃນວັນທີ 28 ກໍລະກົດ 2024 ນີ້ວ່າ: ສະຖານທີ່ທ່ອງທ່ຽວວັດທະນະທຳລາວ ບ້ານນາຊາຍທອງ ເລີ່ມເປີດໃຫ້ບໍລິການ ມາແຕ່ເດືອນເມສາ 2019 ເປັນຕົ້ນມາ ໂດຍຈຸດເລີ່ມຕົ້ນ ໄດ້ເລີ່ມສະສົມໄມ້ຊະນິດຕ່າງໆ ຢູ່ຕາມຮົ່ວສວນຂອງປະຊາຊົນ. ຫລັງຈາກນັ້ນ, ໄດ້ນຳມາປະດິດເປັນຜະ ລິດຕະພັນ ໄມ້ແກະສະຫລັກ, ພ້ອມທັງສ້າງເຮືອນໄມ້ ແບບບູຮານ ເພື່ອນຳເອົາຜະລິດຕະພັນໄມ້ ແລະ ອື່ນໆ ມາວາງສະແດງ ໃຫ້ມວນຊົນ ໄດ້ເບິ່ງ, ໄດ້ຊົມ, ໄດ້ຮຽນຮູ້ ແລະ ສ້າງເປັນ ໝູ່ບ້ານ 8 ແສນ ກໍຄື ສ້າງເຮືອນຊົງລາວ 8 ຫລັງ ທີ່ມີຄວາມສວຍງາມ, ໃນເຮືອນແຕ່ລະຫລັງສະແດງໃຫ້ເຫັນຮີດຄອງປະເພນີ, ວັດທະນະທຳ ອັນດີງາມຂອງຊາດລາວເຮົາ ເຊິ່ງປະກອບມີຫລາຍກິດຈະກຳທີ່ຈັດຂຶ້ນ ເປັນຕົ້ນ ກິດຈະກຳບາສີສູ່ຂວັນ, ວິຖີການດຳລົງຊີວິດ ຂອງຊາວລາວ ຕິດພັນກັບເຄື່ອງຫັດຖະກຳ, ຕ່ຳຫູກ, ທໍ່ຜ້າ, ການຈັກສານ, ເຮັດດອກໄມ້, ການຄ້າຂາຍ, ການທຳມະຫາກິນ ຂອງຄົນໃນສະໄໝບູຮານ ລວມເຖິງສະກຸນເງິນກີບ ທີ່ໃຊ້ໃນຮູບແບບເງິນລາວບູຮານ.
ນັກທ່ອງທ່ຽວທີ່ເຂົ້າມາສະຖານທີ່ທ່ອງທ່ຽວແຫ່ງນີ້, ຈະຮູ້ສຶກວ່າຕົນເອງໄດ້ຍ້ອນກັບໄປສູ່ຍຸກບູຮານ ຂອງລາວ ໂດຍສະແດງຜ່ານຜູ້ທີ່ເຂົ້າມາທ່ຽວ ຈະໄດ້ແຕ່ງກາຍແບບປະເພນີລາວ, ແມ່ຍິງຈະໄດ້ນຸ່ງສິ້ນ, ບ່ຽງແພ ແລະ ຜູ້ຊາຍນຸ່ງຜ້າກະຕ້ຽວ, ຜ້າສະໂລ່ງ ເຊິ່ງທາງສະຖານທີ່ທ່ອງທ່ຽວ ໄດ້ຈັດກຽມຊຸດໄວ້ໃຫ້ ຢ່າງພຽງພໍ ແລະ ຮ້ານຄ້າ ຢູ່ໃນສະຖານທີ່ທ່ອງທ່ຽວ ມີລັກສະນະແບບສະໄໝບູຮານ ແລະ ຈະໄດ້ນຳໃຊ້ເງິນກີບລາວ ທີ່ຜະລິດໃນປີ 1979 ໂດຍການແລກປ່ຽນ ເພື່ອນຳໄປຊື້ສິນຄ້າ ໂດຍບໍ່ໄດ້ຄິດໄລ່ກຳໄລ ຈາກການແລກປ່ຽນ. ພ້ອມນີ້, ນັກທ່ອງທ່ຽວ ຍັງຈະໄດ້ສຶກສາຮຽນຮູ້ກ່ຽວກັບວັດທະນະທຳ, ຮີດຄອງປະເພນີລາວ, ການນຸ່ງຖື, ວິຖີການດຳລົງຊີວິດ, ວິຖີການທຳມະຫາກິນ, ການຄ້າ-ຂາຍ ຂອງປະຊາຊົນ ໃນເມື່ອກ່ອນ, ຕິດພັນກັບການອະນຸລັກ, ຮັກສາສິ່ງແວດລ້ອມ ເຊິ່ງສະຖານນທີ່ທ່ອງທ່ຽວດັ່ງກ່າວ, ໄດ້ເນັ້ນໜັກບໍ່ໃສ່ປລາສຕິກ, ນຳໃຊ້ວັດສະດຸແບບທຳມະຊາດແທນ ຄື: ຕົ້ນກ້ວຍ, ກາບກ້ວຍ, ໄມ້ປ່ອງ, ໄມ້ໄຜ່ ເພື່ອຫຸ້ມຫໍ່ອາຫານ ແລະ ອື່ນໆ. ພ້ອມນີ້, ສະຖານທີ່ທ່ອງທ່ຽວວັດທະນະທຳລາວ ບ້ານນາຊາຍທອງ ຍັງໄດ້ກໍານົດການສະແດງ ຕາມລະດູການປະເພນີ ຂອງລາວ ເປັນຕົ້ນ ການສະ ແດງແຫ່ນາກ, ແຫ່ເຂີຍ, ຕີຄີ, ບຸນບັ້ງໄຟ ແລະ ສະແດງ ຂະບວນຊົນເຜົ່າຕ່າງໆ ເຊິ່ງທຸກລາຍການສະແດງ ບັນດານັກທ່ອງທ່ຽວ ສາມາດມີສ່ວນຮ່ວມນໍາໄດ້.
ນອກຈາກນີ້, ສະຖານທີ່ທ່ອງທ່ຽວວັດທະນະທຳລາວ ບ້ານນາຊາຍທອງ ຍັງໄດ້ຜະລິດກະເປົາ, ຖ້ວຍ, ບ່ວງ, ຈານ ທີ່ເຮັດຈາກພືດ ເປັນຕົ້ນ ແມ່ນຕົ້ນກ້ວຍ ແລະ ຈະຜະລິດສະບູ, ນ້ຳຫ້ອມ ແລະ ອື່ນໆ ທີ່ເຮັດຈາກສະໝູນໄພ ຕື່ມອີກ.
ທ່ານໃດທີ່ສົນໃຈ ຢາກໄປທ່ຽວ, ໄປຊົມ ສະຖານທີ່ທ່ອງທ່ຽວດັ່ງກ່າວ, ສາມາດຕິດຕໍ່ໄປໄດ້ທີ່ເບີ 020 55509198 ຫລື ສາມາດເຂົ້າໄປເບິ່ງລາຍລະອຽດ, ສະຖານທີ່ ໄດ້ທີ່ ເພຈເຟສບຸກ: ສະຖານທີ່ທ່ອງທ່ຽວວັດທະນະທຳລາວ ບ້ານນາຊາຍທອງ.
ຂ່າວ-ພາບ: ທະນູທອງ
May be an image of scarf, hat shop and text