ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພາຍຫຼັງທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ສະ ຖານທີ່ທ່ອງທ່ຽວ ຟາມພູຕາເວັນ ແມ່ນໄດ້ປິດບໍລິການເປັນເວລາ 3 ປີ, ຫຼັງຈາກທີ່ລັດ ຖະບານໄດ້ມີມາດຕະການຜ່ອນຜັນ ແລະ ໄດ້ເປີດປະເທດຢ່າງເຕັມຮູບແບບ ສະ ຖານທີ່ທ່ອງທ່ຽວແຫ່ງນີ້ແມ່ນໄດ້ກະກຽມຄວາມພ້ອມດ້ານຕ່າງໆເພື່ອໃຫ້ບໍລິການອີກຄັ້ງ ໃນວັນທີ 12 ທັນວາ 2022 ນີ້.
ທ່ານນາງ ອາລຸນນີ ດວງປະເສີດ ຜູ້ອໍາ ນວຍການສະຖານທີ່ທ່ອງທ່ຽວຟາມພູຕາເວັນໄດ້ຖະແຫຼງຂ່່າວໃນວັນທີ 1 ທັນ ວາ 2022 ນີ້ ທ່ານໃຫ້ຮູ້ວ່າ: ຟາມພູຕາເວັນ ແມ່ນສະຖານທີ່ທ່ອງທ່ຽວທາງດ້ານກະສິກໍາ-ຫັດຖະກໍາ, ມີເນື້ອທີ່ທັງ ໝົດ 20 ເຮັກຕາ ໃນນັ້ນ 80 ສ່ວນຮ້ອຍເປັນພື້ນທີ່ກະສິກໍາ ເຊິ່ງໄດ້ເລີ່ມພັດທະນາມາແຕ່ປີ 2015 ແລະ ເປີດໃຫ້ບໍລິການຢ່າງເປັນທາງການ ໃນປີ 2017 ພາຍຫຼັງເປີດບໍລິການມາຮອດທ້າຍປີ 2019 ກໍໄດ້ຮັບຜົນກະທົບຈາກການລະບາດຂອງເຊື້ອພະຍາດໂຄວິດ 19 ຈຶ່ງເຮັດໃຫ້ປິດການບໍລິການໄປເປັນເວລາ 3 ປີ. ຫຼັງຈາກລັດຖະບານໄດ້ປະກາດເປີດປະເທດຢ່າງເປັນທາງການ, ສະຖານທີ່ທ່ອງທ່ຽວແຫ່ງນີ້ກໍໄດ້ມີການປັບປຸງຟື້ນຟູຄືນໃໝ່ ແລະ ພັດທະນາໃຫ້ດີຂື້ນກວ່າເກົ່າ ເພື່ອກະ ກຽມເປີດໃຫ້ບໍລິການອີກຄັ້ງ ໂດຍຈະເປີດທົດລອງໃນວັນທີ 12 ທັນວາ 2022 ນີ້ເປັນຕົ້ນໄປ ແລະ ຈະເປີດເປັນທາງການໃນວັນທີ 22 ທັນວາ 2022.
ສໍາລັບການເປີດບໍລິການໃນຄັ້ງນີ້ ແມ່ນໄດ້ແບ່ງເປັນ 6 ເຂດບໍລິການຄື: ເຂດປູກຝັງລ້ຽງສັດພື້ນບ້ານ ແລະ ຮ້ານອາຫານ, ເຂດບ້ານວັດທະນາທຳ, ເຂດສະຫນາມຫລີ້ນກິລາ, ເຂດສວນດອກໄມ້ປ່າທໍາມະຊາດ, ເຂດສວນດອກໄມ້ພູຕາເວັນ ແລະ ເຂດ ຊັນໄຣສ ຟາມສະເຕ່ ຫຼື ສວນພືດກາງແຈ້ງ. ໃນໄລຜ່ານມາ, ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດແມ່ນໃຫ້ຄວາມສົນໃຈ ແລະ ເຂົ້າມາທ່ຽວຊົມເປັນຈໍານວນຫຼວງຫຼາຍ ໄດ້ແກ່ ແຂວງຊຽງຂວາງ, ໄຊສົມບູນ, ນະຄອນຫຼວງວຽງຈັນ, ບໍລິຄຳໄຊ, ສະຫວັນນະເຂດ, ຄຳມ່ວນ, ວຽງຈັນ. ສະຖານທີ່ທ່ອງທ່ຽວຟາມພູຕາເວັນ ຕັ້ງຢູ່ບ້ານນາໄຊ ເມືອງທ່າພະ ບາດ ແຂວງບໍລິຄໍາໄຊ ມີຊາຍແດນຕິດກັບເມືອງປາກງື່ມ ນະຄອນຫຼວງວຽງຈັນ.
ເມືອງທ່າພະບາດ ແຂວງບໍລິຄໍາໄຊ ເປັນເມືອງທີ່ມີສະຖານທີ່ທ່ອງທ່ຽວດ້ານ ບໍ່ວ່າຈະເປັນ ດ້ານວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ ເຊິ່ງມີວັດພະບາດ ແລະ ວັດໂພນສັນ, ຕາດນໍ້າເລິກ, ຕາດຊາຍ ແລະ ອື່ນໆ ລວມທັງຟາມພູຕາເວັນ ກໍຖືວ່າເປັນສະຖານທີ່ທ່ອງທ່ຽວແຫ່ງໜື່ງຂຶ້ນກັບເມືອງທ່າພະບາດເຊັ່ນກັນ. ເຊິ່ງໄລຍະຜ່ານມາການເປີດໃຫ້ບໍລິການຟາມພູຕາເວັນນີ້ກໍເຮັດໃຫ້ບັນຍາກາດການທ່ອງທ່ອງເມືອງທ່າພະບາດມີຄວາມຄຶກຄື້ນ ເຊິ່ງການກັບມາເປີດບໍລິການສະ ຖານທີ່ທ່ອງທ່ຽວຈະເປັນອີກທ່າແຮງໜຶ່ງໃນການດຶງດູດເອົານັກທ່ອງທ່ຽວເຂົ້າມາທ່ຽວເມືອງທ່າພະບາດນັບມື້ນັບຫຼາຍຂຶ້ນ ທັງເປັນການສົ່ງເສີມໃຫ້ປະຊາຊົນພາຍໃນບ້ານມີສ່ວນຮ່ວມ, ມີວຽກເຮັດງານທໍາ, ສ້າງອາຊີບ ແລະ ມີລາຍຮັບໃຫ້ແກ່ຄອບ ຄົວ.