ສະຖານທູດຈີນປະຈຳລາວ ຈັດງານລ້ຽງຕ້ອນຮັບບຸນກຸດຈີນ

ຕອນຄ່ຳວັນທີ 22 ມັງກອນນີ້, ງານລ້ຽງຕ້ອນຮັບບຸນກຸດຈີນປີ 2025 ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ແຫ່ງ ສປປ ລາວ. ທ່ານ ຟາງຮົ່ງ ເອກອັກຄະລັດຖະທູດຈີນ ປະຈຳລາວ, ທ່ານ ບຸນທອງ ຈິດມະນີ, ກຳມະການກົມການເມືອງສູນກາງພັກ, ຮອງປະ ທານປະເທດແຫ່ງ ສປປ ລາວ, ທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ, ທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ, ທ່ານນາງສູນທອນ ຮອງປະທານສະພາແຫ່ງຊາດ, ພ້ອມດ້ວຍທູດຕານຸທູດຈາກບັນດາປະເທດ ແລະ ແຂກຖືກເຊີນພັນກວ່າຄົນເຂົ້າຮ່ວມ.
ທ່ານເອກອັກຄະລັດຖະທູດຟາງຮົ່ງ ກ່າວໃນງານວ່າ, ການນຳເອົາຜົນສຳເລັດຂອງບຸນກຸດຈີນ ແລະ ການຟ້ອນລຳວົງຂອງລາວເຂົ້າເປັນມໍລະດົກໂລກໃນປີ ຜ່ານມາໄດ້ເພີ່ມບັນຍາກາດອັນອົບ ອຸ່ນໃຫ້ແກ່ພີ່ນ້ອງຮ່ວມຊາດຢູ່ລາວ. ຜ່ານການເຮັດວຽກໜັກໜ່ວງໜຶ່ງປີ, ພວກເຮົາໄດ້ສ້າງຊີວິດການເປັນຢູ່ຂອງແຕ່ລະຄອບ ຄົວໃຫ້ດີຂຶ້ນ, ປະກອບສ່ວນເຂົ້າໃນການພັດທະນາຂອງຈີນ-ລາວ ແລະ ຄວາມກ້າວໜ້າຂອງການພົວພັນສອງປະເທດ. ທ່ານເອກ ອັກຄະລັດຖະທູດຟາງຮົງພາກພູມໃຈຕໍ່ບັນດາຜົນສຳເລັດໃນການພັດທະນາການພົວພັນລະຫວ່າງສອງປະເທດຈີນ-ລາວ, ພ້ອມ ທັງຍິນດີຮ່ວມກັບທຸກຄົນສືບຕໍ່ເປັນເຈົ້າການຊຸກຍູ້ ແລະປະກອບສ່ວນເຂົ້າໃນການສ້າງສາແລະມິດຕະພາບລະຫວ່າງສອງປະເທດໃນດ້ານຕ່າງໆ.
ທ່ານ ບຸນທອງ ຈິດມະນີ, ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດລາວກ່າວວ່າ, ພວກຂ້າພະເຈົ້າໄດ້ຕາງ ໜ້າພັກ-ລັດ ແລະ ປະຊາຊົນລາວ ຂໍສະແດງຄວາມດີອົກດີໃຈເປັນຢ່າງຍິ່ງ ທີ່ໄດ້ເຂົ້າຮ່ວມງານລ້ຽງສະເຫຼີມສະຫຼອງບຸນກຸດຈີນໃນມື້ ນີ້, ປີເກົ່າຜ່ານໄປ, ຂ້າພະເຈົ້າເຫັນວ່າ, ພາຍໃຕ້ການນໍາພາຂອງພັກກອມມູນິດຈີນ, ປະຊາຊົນຈີນ ໄດ້ພ້ອມກັນຍາດໄດ້ໄຊຊະນະອັນມະຫາສານໃນກາປົກປັກຮັກສາ ແລະ ພັດທະນາປະເທດຊາດ. ປີໃໝ່ທີ່ໝູນວຽນມາຮອດນີ້, ຂ້າພະເຈົ້າຂໍສົ່ງຄໍາອວຍພອນໃຫ້ສືບຕໍ່ປົກປັກຮັກສາພັດທະນາປະເທດຈີນໃຫ້ຮຸ່ງເຮືອງເຫຼືອງເຫຼື້ອມໄປຕາມທິດທີ່ພັກກອມມູນິດຈີນໄດ້ກໍານົດໄວ້, ພວກເຮົາທັງສອງປະເທດພ້ອມກັນສືບຕໍ່ປົກປັກຮັກສາສາຍພົວພັນມິດຕະພາບອັນເປັນມູນເຊື້ອຄູ່ຮ່ວມຍຸດທະສາດໝັ້ນຄົງຮອບດ້ານຕາມທິດສີ່ດີ ແລະ ຄວາມສັດຈະທໍາມິດຕະພາບລາວ-ຈີນ, ຈີນ-ລາວ ຈົ່ງໝັ້ນຄົງຖະໜົງແກ່ນຕະຫຼອດໄປ.
ໃນງານລ້ຽງ, ວິທະຍຸໂທລະພາບສູນກາງຈີນປະຈຳລາວ ໄດ້ຕັ້ງບູດເຕັ້ນສະຫຼອງປີມະເສັງ ເຊິ່ງເປັນກິດຈະກຳທີ່ດຶງດູດຄົນຫຼາຍທີ່ສຸດ. ບັນດາແຂກທີ່ເຂົ້າຮ່ວມງານດັ່ງກ່າວໄດ້ມີຄວາມກະຕືລື ລົ້ນ, ຟ້ອນສະຫຼອງປີມະເສັງຢ່າງເບີກບານມ່ວນຊື່ນ, ພ້ອມທັງແບ່ງປັນວິດີໂອການຟ້ອນຜ່ານສື່ສັງຄົມອອນລາຍ.
ນອກນັ້ນ, ງານລ້ຽງຍັງໄດ້ມີການສະແດງໃຫ້ເຫັນວັດທະນະທຳທີ່ຫຼາກຫຼາຍແລະ ກິດຈະກຳຊິມອາຫານຈີນ.
Cr. CMG FM93






