ສະຖານເອກອັກຄະລັດຖະທູດ ມາເລເຊຍ ປະຈຳລາວ ຈັດງານລ້ຽງສະເຫລີມສະຫລອງວັນຊາດມາເລເຊຍ ຄົບຮອບ 67 ປີ, ວັນມາເລເຊຍ ຄົບຮອບ 61 ປີ ແລະ ວັນສ້າງຕັ້ງກອງທັບມາເລເຊຍ ຄົບຮອບ 97 ປີ ໃນຕອນຄ່ຳວັນທີ 13 ກັນຍາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ວິໄລວົງ ບຸດດາຄໍາ ລັດຖະມົນຕີກະຊວງພາຍໃນ, ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີທູຕານຸທູດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໂອກາດນີ້, ທ່ານ ແອດີ ເອຍວານ ມາຮມຸດ ເອກອັກຄະລັດຖະທູດ ມາເລເຊຍ ປະຈໍາ ສປປ ລາວ ໄດ້ໃຫ້ຮູ້ວ່າ: “Malaysia MADANI Jiwa Merdeka” (Malaysia Madani: Spirit of Independence) ເປັນຫົວຂໍ້ການສະເຫລີມສະຫລອງວັນຊາດ ແລະ ວັນມາເລເຊຍ ໃນປີ 2024 ເຊິ່ງເປັນຄໍາຂວັນ ສະແດງເຖິງຄວາມກ້າວໜ້າທີ່ມີຄ່າ ລວມທັງຄວາມຈະເລີນຮຸ່ງເຮືອງຂອງມາເລເຊຍ; Jiwa Merdeka ເປັນການສະແດງເຖິງນໍ້າໃຈແຫ່ງຄວາມເປັນອິດສະຫລະພາບ ແລະ ຄວາມມຸ່ງໝັ້ນອັນແນວແນ່ຂອງຊາວມາເລເຊຍ ທີ່ຈະສະໜັບສະໜູນເສລີພາບ ແລະ ອະທິປະໄຕຂອງພວກເຂົາ, ສະແດງໃຫ້ເຫັນຄວາມເປັນອິດສະຫລະພາບຂອງປະຊາຊົນ, ສະແດງເຖິງນໍາໃຈແຫ່ງຄວາມຮັກຊາດ ຜ່ານແງ່ມຸມຂອງຄວາມຄິດ, ການຮ່ວມກັນເປັນໜຶ່ງດຽວທາງດ້ານສັງຄົມ ແລະ ເສດຖະກິດ, ຈາກນັ້ນກໍໃຫ້ເກີດຄວາມສາມັກຄີ, ຄວາມເຂັ້ມແຂງ ແລະ ຄວາມກ້າວໜ້າຂອງປະຊາຊົນ. ສ່ວນ Malaysia MADANI ເປັນຄໍາຂວັນປະກອບດ້ວຍ 6 ແກນຫລັກ ທີ່ສໍາຄັນ, ເປັນກະດູກສັນຫລັງຂອງຄວາມຈະເລີນຮຸ່ງເຮືອງ ແລະ ຄວາມກ້າວໜ້າຂອງປະເທດ.
ໂອກາດນີ້, ທ່ານເອກອັກຄະລັດຖະທູດມາເລເຊຍ ຍັງໄດ້ຍົກໃຫ້ເຫັນເຖິງການພົວພັນສອງຝ່າຍ ມາເລເຊຍ-ສປປ ລາວ ເຊິ່ງຕະຫລອດ 58 ປີ ມາເລເຊຍ ໃຫ້ຄວາມສໍາຄັນກັບສາຍພົວພັນໃກ້ຊິດ ແລະ ມິດຕະພາບ ກັບ ສປປ ລາວ ມາໂດຍຕະຫລອດ ເຊິ່ງໂດຍເຫັນໄດ້ໃນການຢ້ຽມຢາມລາວ ຢ່າງເປັນທາງການຂອງ ທ່ານ ດາໂຕະ ສິຣິ ອານວາ ບິນ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງປະເທດມາເລເຊຍ ໄດ້ປະສົບຜົນສໍາເລັດ. ໃນປີ 2023, ພວກເຮົາໄດ້ຕ້ອນ ຮັບນັກທ່ອງທ່ຽວລາວຈໍານວນ 16.781 ເທື່ອຄົນ ເຊິ່ງເປັນແນວໂນ້ມບົ່ງບອກເຖິງຄວາມນິຍົມປະເທດມາເລເຊຍທີ່ ເພີ່ມຂຶ້ນໃນຖານະເປັນຈຸດໝາຍປາຍທາງ ສໍາລັບນັກທ່ອງທ່ຽວລາວ, ສະເພາະແຕ່ເດືອນມັງກອນ ເຖິງເດືອນພຶດສະພາ 2024 ມີນັກທ່ອງທ່ຽວລາວ ໄປທ່ຽວມາເລເຊຍເຖິງ 7.059 ເທື່ອຄົນ. ພ້ອມນີ້, ທ່ານທູດ ໄດ້ສະໜັບສະໜູນໃຫ້ມີ ການຮ່ວມມືຫລາຍຂຶ້ນ ລະຫວ່າງ ຕົວແທນບໍລິສັດທ່ອງທ່ຽວ ແລະ ຄູ່ຮ່ວມອຸດສາຫະກຳ ເພື່ອປັບປຸງລາຍການທ່ອງທ່ຽວໃໝ່ໆ ທີ່ດຶງດູດນັກທ່ອງທ່ຽວລາວ ມາທ່ຽວມາເລເຊຍ ຫລາຍຂຶ້ນ ແລະ ການກັບມາເປີດບໍລິການຖ້ຽວບິນ ເສັ້ນທາງ ກົວລາລໍາເປີ(KUL)-ວຽງຈັນ (VTE) ອີກຄັ້ງ ໂດຍສາຍການບິນ ແອເອເຊຍ ເລີ່ມແຕ່ວັນທີ 2 ກໍລະກົດ 2024 ໂດຍມີ 2 ຖ້ຽວຕໍ່ອາທິດ (ວັນອັງຄານ ແລະ ວັນເສົາ) ແລະ ເສີມການຮ່ວມມືກັບ ລັດຖະບານ ສປປ ລາວ ໃນດ້ານຕ່າງໆໃຫ້ຫລາຍຂຶ້ນ, ລວມທັງການຄ້າ, ການລົງທຶນ, ການທ່ອງທ່ຽວ, ການສຶກສາ ແລະ ວັດທະນະທຳ ໂດຍຈະສ້າງສາຍສຳພັນທີ່ມີຢູ່ໃຫ້ບັນລຸຄວາມສໍາເລັດໃນທຸກດ້ານ ເພື່ອຜົນປະໂຫຍດທັງສອງປະເທດພວກເຮົາ.
ຂ່າວ: ວຽງສະຫວັນ





