ສະຖານເອກອັກຄະລັດຖະທູດຣັດເຊຍ ປະຈຳ ສປປ ລາວ ຈັດພິທີປ່ອນບັດເລືອກຕັ້ງປະທານາທິບໍດີສະຫະ ພັນຣັດເຊຍ ໃນຕອນເຊົ້າວັນທີ 17 ມີນາ 2024 ຢູ່ນະຄອນຫລວງວຽງຈັນ ເພື່ອກຳນົດອະນາຄົດຂອງປະເທດໃນ 6 ປີຕໍ່ໜ້າ. ການເລືອກຕັ້ງປະທານາທິບໍດີຣັດເຊຍ ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 15 ມີນາ ເປັນຕົ້ນມາ ແລະ ຈະສິ້ນສຸດໃນວັນທີ 17 ມີນາ 2024 ນີ້ ໂດຍມີຜູ້ສະໝັກຮັບເລືອກຕັ້ງທັງໝົດ 4 ທ່ານ ເຊິ່ງປະກອບມີ: ປະທານາທິບໍດີ ວະລະດິເມຍ ປູຕິນ ແລະ ຕົວ ແທນຈາກພັກເສລີປະຊາທິປະໄຕຣັດເຊຍ, ພັກປະຊາຊົນໃໝ່ຣັດເຊຍ, ແລະພັກກອມ ມູນິດສະຫະພັນຣັດເຊຍ.
ການເລືອກຕັ້ງຄັ້ງນີ້, ເປັນຄັ້ງທຳອິດທີ່ຜູ້ມີສິດປ່ອນບັດເລືອກ ຕັ້ງ ສາມາດເລືອກທີ່ຈະລົງຄະແນນສຽງຜ່ານລະ ບົບເອເລັກໂຕຣນິກ (ອອນລາຍ) ຫລື ເລືອກແບບປ່ອນລົງຫີບ ໂດຍການລົງຄະ ແນນສຽງແບບອອນລາຍມີຢູ່ 29 ເຂດ ລວມທັງນະຄອນຫລວງມົດສະກູ.
ໃນມື້ທຳອິດຂອງການເລືອກຕັ້ງ ວັນທີ 15 ມີນາຜ່ານມາ, ມີປະຊາຊົນຣັດເຊຍຈຳ ນວນ 3,5 ລ້ານຄົນລົງຄະ ແນນສຽງຜ່ານລະບົບອອນລາຍ ເຊິ່ງເທົ່າກັບ 73% ຂອງຈຳນວນ 4,76 ລ້ານຄົນ ທີ່ໄດ້ລົງທະບຽນເລືອກຕັ້ງຜ່ານລະ ບົບດັ່ງກ່າວ. ສ່ວນຜົນການລົງຄະແນນສຽງອອນລາຍຈະໄດ້ປະກາດເວລາ 22-23 ໂມງ ຂອງວັນທີ 17 ມີນາ 2024 ຕາມເວລາໃນມົດສະກູ.
ທ່ານ ວະລາດິເມຍ ກາລິນິນ ເອກອັກຄະລັດຖະທູດສະຫະພັນຣັດເຊຍປະຈຳລາວ ໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ: ໃນການເລືອກຕັ້ງຄັ້ງນີ້ ມີໜ່ວຍປ່ອນບັດທັງໝົດ 94.000 ກວ່າ ໜ່ວຍ ເປີດຢູ່ໃນຣັດເຊຍ ຕັ້ງແຕ່ເວລາ 8:00-20:00 ໂມງ ແລະ 295 ໜ່ວຍ ເປີດຢູ່ 144 ປະເທດ ໃນນັ້ນລວມທັງ ສປປ ລາວ.
Cr: ຂປລ






