ສະຖານທູດລາວປະຈຳ ສສ ຫວຽດນາມ ແລະ ສະຖານທູດບັງກະລາເດດ ປະຈຳ ສປປ ລາວ ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈ.

ວັນທີ 06 ສິງຫາ 2025, ທີ່ສຳນັກງານສະຖານເອກອັກຄະລັດຖະທູດ ແຫ່ງສາທາລະນະລັດ ປະຊາຊົນ ບັງກະລາເດດ ປະຈຳ ສປປ ລາວ ທີ່ມີສຳນັກງານຕັ້ງຢູ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ ໄດ້ມີພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍ ຈັດສ້າງຕັ້ງກອງປະຊຸມປຶກສາຫາລື ລະຫວ່າງສອງກະຊວງການຕ່າງປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາຊົນ ບັງກະລາເທດ. ຕາງໜ້າລົງນາມຝ່າຍລາວ ໂດຍ ທ່ານ ນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ; ຕາງໜ້າລົງນາມຝ່າຍ ບັງກະລາເດດ ໂດຍ ທ່ານ Md. Lutfor Rahman, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ບັງກະລາເທດ ປະຈໍາ ສປປ ລາວ ໂດຍມີພະນັກງານນັກການທູດທັງສອງສະຖານທູດ ເຂົ້າຮ່ວມເປັນສັກຂີພິຍານ.
ການລົງນາມບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ແມ່ນເພື່ອເປັນການຮັດແໜ້ນສາຍພົວພັນມິດຕະ ພາບ ທີ່ເປັນມູນເຊື້ອລະຫວ່າງສອງກະຊວງການຕ່າງປະເທດ, ເປັນການຊຸກຍູ້ ແລະ ເພີ່ມທະວີການຮ່ວມມື ລະຫວ່າງສອງປະເທດໃນຂົງເຂດທີ່ເປັນເອກະພາບກັນ ເຊັ່ນ: ດ້ານການເມືອງ, ເສດຖະກິດ – ສັງຄົມ ລະຫວ່າງສອງປະເທດ; ແລະທັງເປັນການສ້າງຕັ້ງກົນໄກ ເພື່ອການຈັດຕັ້ງການປຶກສາຫາລືລະດັບສູງໃຫ້ເປັນປະຈຳ ແລະ ເປັນຮູບປະທຳຍິ່ງຂຶ້ນ ເຊິ່ງເປັນການບົ່ງບອກ ແລະ ຢືນຢັນວິໄສທັດໃນການເຊື່ອງໂຍງຮ່ວມກັນ ເພື່ອອະນາຄົດ ແລະ ຄວາມຈະເລີນຮຸ່ງເຮືອງຂອງສອງປະເທດ ກໍຄືພາກພື້ນ ແລະ ສາກົນ.
ພ້ອມກັນນັ້ນ, ລາວ ແລະ ບັງກະລາເດດ ເຊື່ອໝັ້ນວ່າຈະສາມາດປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ຄວາມໝັ້ນຄົງ ແລະ ການພັດທະນາໃນພາກພື້ນ, ພ້ອມທັງຊຸກຍູ້ຄວາມເຂົ້າໃຈ ແລະ ຄວາມສາມັກຄີ ລະຫວ່າງສອງປະເທດໃຫ້ນັບມື້ນັບດີຂຶ້ນ. ການລົງນາມບົດບັນທຶກຄວາມເຂົ້າໃຈນີ້ ຍັງຈະເປັນເວທີແລກປ່ຽນປະສົບການ, ຖອດຖອນບົດຮຽນ ແລະ ແລກປ່ຽນທັດສະນະໃນບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ. ຄຽງຄູ່ກັນນີ້, ກໍເພື່ອເປັນການສ້າງໃຫ້ມີນິຕິກໍາຮ່ວມກັນ, ເປັນເອກະສານອ້າງອີງໃຫ້ແກ່ ລາວ ແລະ ບັງກະລາເດດ ໃນການພົວພັນຮ່ວມມືໃນອານາຄົດ.
ສປປ ລາວ ແລະ ສປ ບັງກະລາເດດ ໄດ້ສ້າງຕັ້ງສາຍພົວພັນທາງການທູດມາເປັນເວລາ 37 ປີ ຄືໃນປີ 1988. ປັດຈຸບັນແມ່ນນັບມື້ນັບໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ສອງຝ່າຍໄດ້ໃຫ້ການສະໜັບສະໜູນເຊີ່ງກັນແລະກັນ ແລະ ໄດ້ມີການເຊັນສັນຍາຍົກເວັ້ນວີຊາໃຫ້ການທູດ ແລະ ທາງລັດຖະການລະຫວ່າງສອງປະເທດໃນປີ 2013.
ຂ່າວ-ພາບ: ສະຖານທູດລາວປະຈຳຫວຽດນາມ.




