ສະຖານທູດລາວ ປະຈຳ ສປ ຈີນ ຫວນຄືນມູນເຊື້ອວັນສ້າງຕັ້ງພັກ ປປລ ຄົບຮອບ 70 ປີ

ຕອນບ່າຍວັນທີ 22 ມີນາ 2025, ສະຖານທູດລາວ ທີ່ນະ ຄອນຫຼວງປັກກິ່ງ, ສປ ຈີນ ໄດ້ຈັດພິທີປາຖະກະຖາຫວນຄືນມູນ ເຊື້ອວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ (ພັກ ປປລ) ຄົບ ຮອບ 70 ປີ (22 ມີນາ 1955-22 ມີນາ 2025) ໂດຍການປາຖະກະຖາຂອງ ສະຫາຍ ສົມພອນ ສີຈະເລີນ, ເລຂາໜ່ວຍພັກ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ, ມີຄະນະພັກ, ຄະນະນໍາສະຖານທູດ, ພະນັກງານການທູດລາວ, ພະນັກງານລາວປະຈໍາວິທະຍຸໂທລະພາບສູນກາງຈີນ ຫຼື CMG, ພ້ອມດ້ວຍນັກສຶກສາລາວທີ່ກຳລັງສຶກສາຢູ່ນະ ຄອນຫລວງປັກກິ່ງ ເຂົ້າຮ່ວມຮັບຟັງຫຼາຍກວ່າ 100 ຄົນ.
ໂອກາດນີ້, ສະຫາຍ ສົມພອນ ສີຈະເລີນ ໄດ້ຍົກໃຫ້ເຫັນມູນ ເຊື້ອແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງພັກ ປປລ ນັບແຕ່ມື້ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ມີນາ ປີ 1955 ໂດຍສືບທອດພາລະກິດຂອງພັກກອມມຸນິດອິນດູ ຈີນ, ພາຍຫຼັງສ້າງຕັ້ງຂຶ້ນ, ເຖິງວ່າຕ້ອງປະເຊີນໜ້າກັບພວກຈັກກະພັດລ່າເມືອງຂຶ້ນແບບໃໝ່ທີ່ຮ້າຍກາດ, ແຕ່ພັກເຮົາໄດ້ແບກຫາບເອົາພາລະກຳອັນໜັກໜ່ວງ ເພື່ອນໍາພາປວງຊົນລາວບັນດາເຜົ່າດຳ ເນີນການປະຕິວັດຊາດ-ປະຊາທິປະໄຕ, ຕໍ່ສູ້ປົດປ່ອຍຊາດ, ຕ້ານການຮຸກຮານຂອງພວກຈັກກະພັດ ແລະ ລູກແຫລ້ງຕີນມືປະຕິ ການຢ່າງດຸເດືອດຂ້ຽວຂາດ, ທໍລະຫົດອົດທົນ ແລະ ເຕັມໄປ ດ້ວຍຄວາມເສຍສະຫຼະທີ່ສຸດ ຈົນສາມາດນໍາພາຢຶດອໍານາດການ ປົກຄອງແບບ “ບົວບໍ່ຊໍ້າ-ນໍ້າບໍ່ຂຸ່ນ ແຕ່ຈັບປາໄດ້ທັງໝົດ” ໂດຍນໍາໃຊ້ 3 ບາດຄ້ອນຍຸດທະສາດ, ສາມາດລົບລ້າງລະບອບລາຊາທິ ປະໄຕ ກໍຄື ລະບອບສັກດີນາ, ສ້າງຕັ້ງອໍານາດການປົກຄອງໃໝ່ຂອງປະຊາຊົນທີ່ແທ້ຈິງ ແລະ ສະຖາປະນາ ສປປ ລາວ ຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ ປີ 1975.
ສະຫາຍ ສົມພອນ ສີຈະເລີນ ຍັງໄດ້ຍົກໃຫ້ເຫັນ ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ, ພັກ ປປລ ໄດ້ສືບຕໍ່ນໍາພາປວງຊົນລາວທັງຊາດດໍາເນີນພາລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ ເພື່ອຮຳບາດແຜສົງຄາມ ດ້ວຍການ ວາງ ແນວທາງນະໂຍບາຍເພື່ອພັດທະນາເສດຖະກິດ-ສັງຄົມຂອງປະເທດຢ່າງຖືກຕ້ອງ ແລະ ສອດຄ່ອງກັບຄວາມເງື່ນໄຂຕົວຈິງ ໂດຍສະເພາະການປະຕິບັດແນວທາງປ່ຽນແປງໃໝ່ນັບແຕ່ປີ 1986 ເປັນຕົ້ນມາ ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດນັບມື້ໄດ້ຮັບຜົນສໍາເລັດອັນໃຫຍ່ຫຼວງ, ສາມາດຮັກ ສາຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນ ດິນອັນຄົບຖ້ວນຂອງປະເທດໄວ້ໄດ້ຢ່າງໝັ້ນຄົງ, ລະບອບປະຊາ ທິປະໄຕ ປະຊາຊົນ ມີສະຖຽນລະພາບຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ.
ຕະຫລອດໄລຍະ 7 ທົດຕະວັດຜ່ານມາ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ຍ້ອນມີພັກ ປປລ ນໍາພາ ຈຶ່ງເຮັດໃຫ້ປະເທດທີ່ແສນຮັກ ແລະ ຫວງແຫນຂອງພວກເຮົາໄດ້ຮັບການພັດທະນານັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງຮອບດ້ານ, ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່ານັບມື້ດີຂຶ້ນ ແລະ ຫຼຸດພົ້ນອອກ ຈາກຄວາມທຸກຍາກນັບມື້ຫຼຸດລົງ, ຊື່ສຽງ ແລະ ຖານະບົດບາດຂອງລາວໃນພາກພື້ນ ແລະ ສາກົນ ນັບມື້ສູງເດັ່ນຂຶ້ນເລື້ອຍໆ.
ການປາຖະກະຖາຄັ້ງນີ້ ເພື່ອເປັນການໂຄສະນາສຶກສາອົບຮົມໃຫ້ສະມາຊິກພັກ, ພະນັກງານໃນສະຖານທູດລາວ ແລະ ນັກ ສຶກສາລາວຢູ່ນະຄອນຫຼວງປັກກິ່ງ, ສປ ຈີນ ໄດ້ຮັບຮູ້-ເຂົ້າໃຈທາດແທ້ມູນເຊື້ອອັນດີງາມຂອງ ພັກ ປປລ ແນໃສ່ສັນລະເສີນຄຸນງາມຄວາມດີຂອງບັນດາບັນພະບູລຸດ ຜູ້ທີ່ເສຍສະຫຼະຊີວິດເພື່ອຊາດເພື່ອປະຊາຊົນ ແລະ ເພື່ອປຸກລະດົມນໍ້າໃຈຮັກຊາດ, ຮັກລະບອບໃໝ່, ຍົກສູງການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງຕາມທິດເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.






