ຕອນເຊົ້າຂອງວັນທີ 10 ສິງຫາ 2026, ທີ່ນະຄອນຫຼວງ ຮ່າໂນ້ຍ, ຄະນະພັກ, ຄະນະນຳ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຊຶ່ງນຳໂດຍສະຫາຍ ນາງ ຄຳເພົາ ເອີນທະວັນ ເລຂາຄະນະພັກຮາກຖານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ວາງພວງມະລາ ແລະ ຂຽນປື້ມໄວ້ອາໄລ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ເສຍຊີວິດໃນວັນທີ 8 ສິງຫາ 2026 ດ້ວຍພະຍາດເສັ້ນເລືອດອັກເສບທີ່ຮ້າຍແຮງ, ລວມ ອາຍຸໄດ້ 70 ປີ.

ສະຫາຍ ໄຊສົມພອນ ພົມວິຫານ ເກີດເມື່ອວັນທີ 12 ທັນວາ 1956 ທີ່ບ້ານນາແມວ ເມືອງ ວຽງໄຊ ແຂວງຫົວພັນ; ເປັນບຸດ ຂອງ ປະທານ ໄກສອນ ພົມວິຫານ ແລະ ແມ່ ທອງວິນ ພົມວິຫານ ໃນຄອບຄົວພະນັກງານປະຕິວັດ, ມີອ້າຍນ້ອງຮ່ວມກັນ 6 ຄົນ; ສະຫາຍ ໄດ້ສ້າງຄອບຄົວກັບ ສະຫາຍ ດຣ ນາງ ວິພາວັນ ພົມວິຫານ,ມີລູກນໍາກັນ 2 ຄົນ, ຊາຍ 1 ຄົນ ແລະ ຍິງ 1 ຄົນ; ປັດຈຸບັນ ຢູ່ບ້ານສີບຸນເຮືອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.

ສະຫາຍ ໄຊສົມພອນ ພົມວິຫານ ແມ່ນໜຶ່ງໃນການນຳຫຼັກແຫຼ່ງ ຂອງສູນກາງພັກ, ເປັນຜູ້ທີ່ມີຄວາມຮູ້, ຄວາມສາມາດ, ມີພິກໄຫວ, ເປັນຜູ້ມີປະສົບການ ຜ່ານການເປັນການນໍາຢູ່ທ້ອງຖິ່ນ ແລະ ຫຼາຍຂະແໜງການ; ເປັນຜູ້ນໍາທີ່ມີຜົນງານໂດດເດັ່ນ, ຕະຫຼອດຊີວິດຂອງເພິ່ນ ໄດ້ອຸທິດສະຕິປັນ ຍາ,ກຳລັງວັງຊາ ເພື່ອພາລະກິດປະຕິວັດ ຂອງພັກເຮົາ ເພື່ອ ການພັດທະນາປະເທດຊາດ ແລະ ຄວາມຢູ່ດີກິນດີ ຂອງປະຊາຊົນລາວ ບັນດາເຜົ່າ.
ການຈາກໄປໂດຍບໍ່ມີວັນຈະກັບຄືນມາ ຂອງ ສະຫາຍ ໄຊສົມພອນ ພົມວິຫານ ເປັນການສູນເສຍ ອັນໃຫຍ່ຫຼວງ ສຳລັບພັກ, ລັດ ແລະ ປະຊາຊົນລາວ ບັນດາເຜົ່າ.
ຂ່າວ-ພາບ: ສະຖານທູດລາວທີ່ຮ່າໂນ້ຍ.


