ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຕອນບ່າຍວັນທີ 25/11/2021, ສະ ຖານທູດລາວ ທີ່ ນະຄອນຫຼວງຮ່າໂນ້ຍ ໄດ້ຈັດ ຕັ້ງການປາຖະກະຖາເນື່ອງໃນໂອກາດວັນຊາດທີ 02 ທັນວາ ຄົບຮອບ 46 ປີ ແລະ ວັນຄ້າຍວັນເກີດປະທານໄກສອນ ພົມວິ ຫານຄົບຮອບ 101 ປີ ແລະ ເອກະສານສຳຄັນຈຳນວນໜຶ່ງ ໂດຍການໃຫ້ກຽດເຂົ້າ ຮ່ວມເປັນປະທານຂອງ ສະຫາຍ ແສງເພັດ ຮຸ່ງບຸນຍວງ,ເລຂາຄະນະພັກຮາກ ຖານສະຖານທູດ, ເອກອັກຄະລັດຖະ ທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ.
ເຂົ້າຮ່ວມຮັບຟັງມີສະມາຊິກພັກ-ພະນັກ ງານສະຖານທູດ, ມີຫ້ອງການຜູ້ຕາງໜ້າ ປກສ ລາວ ປະຈຳ ສສ ຫວຽດນາມ, ຫ້ອງ ການຜູ້ຕາງໜ້າລັດວິສະຫະກິດການບິນລາວສາຂານະຄອນຫຼວງຮ່າໂນ້ຍ, ທັງໝົດຈຳນວນ 40 ສະຫາຍ.
ໃນການປະຖະກະຖາ ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ເລົ່າຄືນມູນເຊື້ອການປະ ຕິວັດ, ການຕໍ່ສູ້ອັນພິລະອາດຫານຂອງປະ ຊາຊົນລາວບັນດາເຜົ່າພາຍໃຕ້ການຊີ້ນຳ- ນຳພາຂອງພັກປະຊາຊົນປະຕິວັດລາວ ຜ່ານອຸປະສັກນານາປະການ ຈົນມາຮອດ ວັນທີ 02 ທັນວາ 1975 ຈຶ່ງໄດ້ສະຖາ ປະນາມາເປັນ ສາທາລະນະລັດປະຊາທິ ປະ ໄຕປະຊາຊົນລາວ ຢ່າງສົມບູນ, ດັ່ງຄໍາເວົ້າຂອງທ່ານປະທານໄກສອນ ພົມວິ ຫານ ໃນວັນທີ 02 ທັນວາ 1975 “ບໍ່ທັນມີເວລາໃດທີ່ປະຊາ ຊົນເຮົາ ຊຶ່ງເປັນຜູ້ສ້າງປະຫວັດສາດຂອງຊາດນັ້ນໄດ້ມາຍາດເອົາໄຊຊະນະຢ່າງສົມບູນ, ເຖິງຖອງ ແລະ ບໍລິບູນໄດ້ຢ່າງສະຫງ່າລາສີຄືແນວນີ້ຈັກເທື່ອ ໄຊຊະນະນັ້ນ ບໍ່ສະເພາະແຕ່ໄດ້ຟື້ນຟູຄວາມເປັນເອກລາດຂອງປະຊາຊົນເຮົາ, ຫາກຍັງເປັນຄັ້ງທຳອິດທີ່ປະຊາຊົນບັນດາເຜົ່າ ຜູ້ເຄີຍດຳລົງຊີວິດເປັນທາດ ໄດ້ກາຍມາເປັນເຈົ້າຂອງທີ່ແທ້ຈິງຂອງຊາດໜຶ່ງ ທີ່ມີເອກະລາດ, ມີອິດສະລະພາບ ຢ່າງສົມບູນ ແລະ ພວມກ້າວຂື້ນສັງຄົມນິຍົມ, ເຮັດໃຫ້ຄວາມມຸ່ງຫວັງອັນແຮງກ້າຂອງປະຊາຊົນລາວ ກໍຄືຂອງມວນມະນຸດປະກົດເປັນຈິງຢູ່ບົນຜືນແຜນດິນອັນແສນຮັກຂອງພວກເຮົາ”.
ພ້ອມດຽວກັນນັ້ນ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ເລົ່າຄືນຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໄກສອນ ພົມວິຫານ ເນື່ອງໃນໂອກາດວັນຄ້າຍວັນເກີດຂອງປະທານ ຄົບຮອບ 101 ປີ, ທ່ານປະທານ ໄກສອນ ພົມ ວິຫານ ແມ່ນລູກຮັກຫຼານແພງຂອງປະຊາຊົນລາວບັນດາເຜົ່າ, ແມ່ນຜູ້ຮັກຊາດ, ນັກປະຕິວັດທີ່ຍິ່ງໃຫຍ່ຂອງຊາດ, ວິລະບູລຸດ, ຜູ້ນຳຂອງພັກ-ລັດ, ທີ່ປີຊາສາມາດ, ສະຫຼາດສ່ອງໃສ ແລະ ມີຄວາມສະດຸ້ງໄວ.
ນອກຈາກນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ຍັງໄດ້ຮຽກຮ້ອງໃຫ້ພະນັກງານ, ນັກການທູດ, ບັນດາສະມາຊິກພັກ ທີ່ຮ່າໂນ້ຍ ຈົ່ງພ້ອມກັນຮຽນເອົາຄຸນສົມບັດສິນທຳປະຕິວັດຂອງ ປະທານ ໄກສອນ ພົມວິຫານ, ຮຽນເອົາທາດແທ້ປະຕິວັດຂອງເພິ່ນ, ຕ້ອງເພີ່ມທະວີຄວາມເປັນເອກະພາບ ແລະ ຄວາມສາມັກຄີພາຍໃນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພ້ອມກັນປະຢັດມັດທະຍັດງົບປະມານ ແລະ ວັດຖຸສິ່ງຂອງສ່ວນລວມ ເພື່ອລະນຶກເຖິງຄຸນງາມຄວາມດີຂອງປະທານໃຫ້ຍືນຍົງຕະຫຼອດກາລະນານ.
ຂ່າວ, ພາບ: ສະຖານທູດລາວ ທີ່ຮ່າໂນ້ຍ