ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຖານທູດລາວ ປະຈໍາ ຈີນ ຈັດປາຖະກະຖາສອງວັນສໍາຄັນປະຫວັດສາດຂອງຊາດ

Dec 8, 2025

ຕອນເຊົ້າວັນທີ 6 ທັນວາ 2025, ສະຖານທູດລາວ ທີ່ນະຄອນຫຼວງປັກກິ່ງ, ສປ ຈີນ ໄດ້ຈັດພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (02/12/1975-02/12/2025) ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13/12/1920-13/12/2025). ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ປາຖະກະຖາໂດຍ ທ່ານ ສົມພອນ ສີຈະເລີນ, ເລຂາໜ່ວຍພັກ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈຳ ສປ ຈີນ. ມີຄະນະພັກ, ຄະນະນຳສະຖານທູດ, ພ້ອມດ້ວຍ ພະນັກງານການທູດລາວ, ນັກສຶກສາລາວທີ່ກໍາລັງສຶກສາຢູນະຄອນຫລວງປັກກິ່ງ ແລະ ເມືອງອ້ອມ ຂ້າງຂົ້າຮ່ວມ.
May be an image of one or more people May be an image of one or more people
ໃນໂອກາດນີ້, ທ່ານ ສົມພອນ ສີຈະເລີນ ໄດ້ຍົກໃຫ້ເຫັນມູນເຊື້ອການຕໍ່ສູ້ອັນອົງອາດກ້າຫານຂອງບັນພະບູລຸດລາວ ທີ່ລະອິດລະອ້ຽວ, ຍືດເຍື້ອຍາວນານມາຫຼາຍຮ້ອຍປີສືບທອດກັນມາ ຈົນກ້າວມາເຖິງໄລຍະແຫ່ງການນໍາພາຕໍ່ສູ້ຂອງພັກປະຊາຊົນປະຕິວັດລາວ, ກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ສືບຕໍ່ມູນເຊື້ອອັນອົງອາດກ້າຫານ ຕໍ່ສູ້ຕ້ານກັບການຮຸກຮານ ແລະ ຄອບຄອງຂອງຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ປະກາດສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ຈົນກ້າວມາເຖິງໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ ໂດຍທ່ານໄດ້ຍົກໃຫ້ເຫັນເຖິງຜົນງານໃນດ້ານຕ່າງໆ ຕະຫຼອດໄລຍະ 50 ປີ ຜ່ານມາ. ພາຍໃຕ້ການນຳພາອັນປີຊາສາມາດ ສະຫຼາດສ່ອງໃສ ຂອງ ພັກປະຊາຊົນ ປະຕິວັດລາວ, ປະຊາຊົນລາວບັນດາເຜົ່າ ສາມາດຍາດໄດ້ຜົນສຳເລັດຢ່າງຕໍ່ເນື່ອງໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຮັດໃຫ້ໂສມໜ້າປະເທດຊາດ ມີການປ່ຽນແປງໃໝ່ໃຫຍ່ຫຼວງຮອນດ້ານ, ປະເທດຊາດມີສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມປອດໄພ, ສາມັກຄີ, ປອງດອງ, ການພັດທະນາເສດຖະກິດ-ສັງຄົມ ໄດ້ຮັບການຂະຫຍາຍຕົວເປັນກ້າວໆ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ຊຶ່ງແມ່ນບຸລິມະສິດຂອງພັກ ແລະ ລັດຖະບານມີຄວາມຄືບໜ້າ ແລະ ຫຼຸດລົງຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ,
ໃນໂອກາດດຽວກັນນີ້, ທ່ານ ສົມພອນ ສີຈະເລີນ ຍັງໄດ້ຍົກໃຫ້ເຫັນເຖິງຊີວິດ ແລະ ການເຄື່ອນໄຫວປະຕິວັດຂອງ ປະ ທານ ໄກສອນ ພົມວິຫານ ອະດີດຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ເປັນຜູ້ນໍາພາກໍ່ຕັ້ງພັກ ປປ ລາວ, ເປັນວິລະບູລຸດຂອງຊາດລາວ, ເປັນຜູ້ຈັດຕັ້ງນໍາພາ-ພາລະກິດປະຕິວັດອັນຍິ່ງໃຫຍ່ຂອງປະເທດຊາດ ຍາດໄດ້ໄຊຊະນະຢ່າງສະຫງ່າງາມ ແລະ ສະຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ. ພ້ອມນີ້, ທ່ານຍັງໄດ້ຍົກໃຫ້ເຫັນຄວາມປີຊາສາມາດໃນການນຳພາ-ຊີ້ນຳ ພາລະກິດປະຕິວັດຕະຫຼອດຊີວິດຂອງເພິ່ນ ແລະ ຍົກໃຫ້ເຫັນແບບຢ່າງຄຸນສົມບັດສິນທຳປະຕິວັດ, ແບບແຜນດຳລົງຊີວິດທີ່ລຽບງ່າຍຂອງປະທານ ໄກສອນ ພົມວິຫານ ທີ່ຍາມໃດກໍເປັນຫ່ວງເປັນໄຍ ຕໍ່ການພັດທະນາປະເທດຊາດ.
May be an image of text May be an image of martial arts and crowd
ການຈັດປາຖະກະຖາຄັ້ງນີ້ ເພື່ອເປັນທິດທາງ ແລະ ປຸກລະດົມແນວຄິດຈິດໃຈຂອງບັນດາພະນັກງານການທູດລາວ ແລະ ນັກສືກສາລາວ ທີ່ຈະກາຍເປັນກໍາລັງແຮງຂອງຊາດໃນຕໍ່ໜ້າ ໄດ້ຮຽນຮູ້ເອົາມູນເຊື້ອຂອງຊາດ, ຄຸນງາມຄວາມດີ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນການດຳລົງຊີວິດອັນດີງາມຂອງປະທານ ໄກສອນ ພົມວິຫານ ເພື່ອໝູນໃຊ້ເຂົ້າໃນການຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນສະມາຊິກພັກ, ພະນັກງານຜູ້ດີເດັ່ນ ແລະ ເປັນປັນຍາຊົນທີ່ມີຄຸນນະພາບ ເພື່ອສືບຕໍ່ສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າຕາມຍຸກສະໄໝ.
ໂດຍ: BT, ວສລ