ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຖານທູດຫວຽດນາມ ປະຈຳລາວ ຈັດງານລ້ຽງຕ້ອນຮັບບຸນປີໃໝ່ຫວຽດນາມ 2025

Jan 25, 2025

ວັນທີ 24 ມັງກອນ 2025, ທີ່ນະຄອນຫລວງວຽງຈັນ, ສະ ຖານທູດ ສສ ຫວຽດນາມ ປະຈຳ ສປປ ລາວ ໄດ້ຈັດງານລ້ຽງຕ້ອນຮັບບຸນປີໃໝ່ຫວຽດນາມ ປີມະເສັງ 2025 ໂດຍມີ ທ່ານ ບຸນທອງ ຈິດມະນີ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ, ທ່ານ ກິແກ້ວ ໄຂຄໍາພິທູນ, ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດ ຖະມົນຕີ, ທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ, ພ້ອມດ້ວຍການນໍາພັກ-ລັດຂອງລາວ, ບັນດາທູຕານຸທູດປະຈໍາລາວ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ທ່ານ ຫງວຽນ ມິງ ເຕິມ ໄດ້ກ່າວຄໍາເຫັນວ່າ: ຕາມຮີດຄອງປະເພນີອັນດີງາມຂອງຊາດຫວຽດນາມ, ເມື່ອຮອດຍາມບຸນເຕັດ, ລະດູບານໃໝ່ວຽນມາ ແມ່ນໂອກາດໃຫ້ບັນດາຄອບຄົວຄົນຫວຽດນາມທັງໝົດ ໄດ້ຊຸມນຸມກັນ, ເພື່ອບິແບ່ງກັນຕໍ່ບັນດາຜົນສຳເລັດ, ບັນດາວຽກງານທີ່ບໍ່ທັນປະຕິບັດໄດ້ໃນປີເກົ່າ, ປຶກ ສາຫາລືນຳກັນກ່ຽວກັບບັນາວຽກທີ່ຈະເຮັດ ກໍຄື ຄວາມມຸ່ງຫວັງໃນປີໃໝ່, ພ້ອມທັງອວຍພອນປີໃໝ່ກັນວ່າ ຈົ່ງປະສົບຜົນສຳ ເລັດໃໝ່. ດ້ວຍມູນເຊື້ອອັນດີງາມນັ້ນ, ມື້ນີ້ ທ່າມກາງບັນຍາ ກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນຫວຽດນາມ ພວມຈັດຕັ້ງບັນດາກິດ ຈະກຳສະເຫລີມສະຫລອງ ວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 95 ປີ, ປິຕິຊົມຊື່ນເປັນຢ່າງຍິ່ງຕໍ່ຜົນງານທີ່ບັນລຸໄດ້ໃນປີມະໂລງ 2024, ກະກຽມກ້າວເຂົ້າສູ່ປີໃໝ່ ປີມະເສັງ 2025 ດ້ວຍຄວາມມຸ່ງຫວັງໃໝ່, ສະຖານທູດຫວຽດນາມປະຈຳລາວ ໄດ້ຈັດງານລ້ຽງອາຫານຄ່ຳ “ຊົມເຊີຍພັກ, ຊົມເຊີຍປະເທດຊາດປ່ຽນແປງໃໝ່, ຂ່ຳນັບຮັບຕ້ອນປີໃໝ່ ປີມະເສັງ 2025.
ສຳລັບ ປີ 2024 ຫວຽດນາມ ໄດ້ປະຕິບັດມີຜົນສໍາເລັດ ແລະ ລື່ນຄາດໝາຍທັງ ໝົດ 15/15 ຄາດໝາຍວາງອອກ; ຫວຽດນາມໄດ້ກາຍເປັນຈຸດພົ້ນເດັ່ນກ່ຽວກັບການເຕີບໂຕຢູ່ໃນພາກພື້ນ ແລະ ສາກົນ, GDP ບັນລຸກວ່າ 7%, ຂະໜາດພື້ນຖານເສດຖະກິດບັນລຸ 476,3 ຕື້ໂດລາສະຫະລັດ, ຫວຽດນາມໄດ້ບືນຕົວຂຶ້ນເຂົ້າໃນຈຳ ນວນ 35 ພື້ນຖານເສດຖະກິດແຖວໜ້າຂອງໂລກ; GDP ສະເລ່ຍຕໍ່ຫົວຄົນບັນລຸປະມານ 4.700 ໂດລາສະ ຫະລັດ; ສາມາດຄວບຄຸມໄພເງິນເຟີ້ໄວ້ໄດ້, ບັນດາການສົມດູນໃຫຍ່ຂອງພື້ນຖານເສດຖະກິດໄດ້ຮັບປະກັນ; ຫວຽດນາມສືບຕໍ່ເປັນສະຖານທີ່ມີຄວາມປອດໄພ, ດຶງດູດໃຈຈາກບັນດານັກລົງ ທຶນ, ຜູ້ປະກອບການສາກົນ, ນອນຢູ່ໃນກຸ່ມ 15 ປະເທດພວມພັດທະນາດຶງດູດ ການລົງທຶນໂດຍກົງຂອງຕ່າງປະເທດ ຫລາຍກວ່າໝູ່ໃນໂລກ ດ້ວຍເກືອບ 40 ຕື້ ໂດລາສະຫະລັດ ທຶນຈົດ ທະບຽນ, ທຶນປະຕິບັດບັນລຸເກືອບ 25 ຕື້ ໂດລາສະຫະລັດ.
ສໍາລັບ ມູນຄ່າການສົ່ງອອກ-ນຳເຂົ້າສິນຄ້າປີ 2024 ບັນລຸເກືອບ 800 ຕື້ໂດລາສະຫະລັດ, ເກີນດຸນເກືອບ 25 ຕື້ໂດລາສະຫະລັດ, ນອນໃນອັນດັບ Top 20 ປະເທດທີ່ມີຂະໜາດການຄ້າອັນດັບແຖວໜ້າໃນທົ່ວໂລກ, ເປັນຕ່ອງໂສ້ສຳຄັນໃນສົນທິສັນ ຍາການຄ້າເສລີ 19 ສະບັບ (FTA), ເຊື່ອມຈອດກັບ 60 ກວ່າພື້ນຖານເສດຖະກິດໃນທົ່ວໂລກ; ດຶງດູດແຂກທ່ອງທ່ຽວຕ່າງປະເທດ 17,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 40% ເມື່ອທຽບກັບປີ 2023.
ທ່ານ ເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ກ່າວຕື່ມວ່າ: ໃນປີມະໂລງ 2024, ສາຍພົວພັນມິດຕະ ພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ-ລາວ ສືບຕໍ່ພັດທະນາເຂົ້າສູ່ລວງເລິກດ້ວຍການ ຮ່ວມມືຫລາຍຮູບແບບ, ຫລາກຫລາຍທັງໃນສາຍພັກ, ສາຍລັດ ແລະ ການທູດປະຊາຊົນ, ລະຫວ່າງບັນດາທ້ອງຖິ່ນ ແລະ ບົນເວທີສາກົນ. ໃນນັ້ນ, ການພົວພັນດ້ານການເມືອງ ນັບມື້ນັບມີຄວາມສະໜິດແໜ້ນ, ໄວ້ເນື້ອເຊື່ອໃຈ, ເປັນກຳນົດທິດທາງໃຫ້ແກ່ສາຍພົວພັນສັງລວມລະຫວ່າງສອງປະເທດ; ການຮ່ວມມືດ້ານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບນັບມື້ນັບແໜ້ນແຟ້ນ, ເປັນເສົາຄ້ຳໜັກແໜ້ນ, ປະກອບສ່ວນຮັກສາສະຖຽນລະພາບດ້ານການ ເມືອງ, ຄວາມເປັນລະບຽບຮຽບຮ້ອຍຂອງແຕ່ລະປະເທດໄວ້ໄດ້ຢ່າງໝັ້ນຄົງ; ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງ ທຶນ ສືບຕໍ່ໄດ້ກະຕຸກຊຸກຍູ້, ກາຍເປັນພື້ນຖານຍາວນານໃນການພົວພັນຂອງສອງປະ ເທດ; ການຮ່ວມມືດ້ານວັດທະນະທຳ, ການ ສຶກສາ-ກໍ່ສ້າງ, ສາທາລະນະສຸກ, ວິທະຍາ ສາດ-ເຕັກນິກໄດ້ຍູ້ແຮງ, ສາມາດບັນລຸຫລາຍຜົນສຳ ເລັດຢ່າງຕັ້ງໜ້າ; ການຮ່ວມມືລະ ຫວ່າງບັນດາຄະນະຂອງສູນກາງພັກ, ກະຊວງ, ຂະແໜງການ, ການຈັດຕັ້ງມະຫາ ຊົນ ແລະ ທ້ອງຖິ່ນໄດ້ເພີ່ມທະວີຢ່າງບໍ່ຢຸດຢັ້ງ, ນັບມື້ນັບເລິກເຊິ່ງ, ລະອຽດ ແລະ ແທດຕົວຈິງ.
ໂອກາດນີ້, ທ່ານ ບຸນທອງ ຈິດມະນີ ໄດ້ຂຶ້ນກ່າວຄໍາເຫັນວ່າ: ໃນ 1 ປີຜ່ານມາ ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສ ແລະ ປີ ຊາສາມາດຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດ ນາມອ້າຍນ້ອງ ສາມາດຍາດໄດ້ຜົນສຳເລັດອັນໃຫຍ່ຫຼວງ, ຮອບດ້ານ ແລະ ມີຄວາມໝາຍທາງດ້ານປະຫວັດສາດ ໂດຍສະເພາະແມ່ນການປະຕິບັດພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຫວຽດນາມ, ໃຫ້ມີຄວາມສະຫງົບ-ໝັ້ນຄົງ ແລະ ມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ໃນໂອກາດປີໃໝ່ຫວຽດ ນາມ ທີ່ໝູນວຽນມາເຖິງນີ້, ຕາງໜ້າໃຫ້ແກ່ພັກ, ລັດ ແລະ ປະຊາ ຊົນລາວບັນດາເຜົ່າ ຂໍສົ່ງຄຳອວຍພອນໄຊອັນປະເສີດມາຍັງບັນ ດາສະຫາຍການນໍາພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍ ນ້ອງທຸກທົ່ວໜ້າ, ອວຍພອນທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາລາວ ພ້ອມດ້ວຍພະນັກງານສະຖານທູດ ແລະ ຊາວຫວຽດນາມ ທີ່ດໍາລົງຊີວິດຢູ່ລາວ, ປີໃໝ່ນີ້ ຂໍໃຫ້ມີແຕ່ຄວາມຜາສຸກ, ຄວາມຈະເລີນຮັ່ງມີ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດຂອງຕົນທຸກປະການ ສືບຕໍ່ພັດທະນາປະເທດຫວຽດນາມ ໃຫ້ກາຍເປັນປະເທດອຸດສາຫະກໍາ ແລະ ທັນສະໄໝ, ປະຊາຊົນຮັ່ງມີຜາສຸກ, ປະເທດຊາດເຂັ້ມແຂງ, ສັງຄົມ ມີຄວາມຍຸຕິທຳ, ປະຊາທິປະ ໄຕ ແລະ ສີວິໄລ ຕາມທີ່ມະຕິກອງປະຊຸມໃຫຍ່ ຂອງພັກກອມມູນິດຫວຽດນາມວາງອອກ.
ພ້ອມນີ້ ທ່ານໄດ້ອວຍພອນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ- ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກ່ນ ແລະ ສວຍສົດງົດງາມຕະ ຫຼອດໄປ, ຄືດັ່ງຄຳເວົ້າອຳມະຕະຂອງ ປະທານ ໄກສອນ ພົມວິ ຫານ ທີ່ວ່າ: “ພູຜາ ອາດຈະເຊາະເຈື່ອນ, ແມ່ນໍ້າລຳເຊອາດຈະເຫືອດແຫ້ງແຕ່ສາຍໃຈລາວ-ຫວຽດນາມ ຈະໝັ້ນຄົງຂະໜົງແກ່ນຊົ່ວກາລະນານ”.