ພິທີລົງນາມການຊື້ຂາຍຜະລິດຕະພັນບັດນ້ຳມັນພລັສກາດ (Pluscard) ລະຫວ່າງບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວມະຫາຊົນ (PTL) ແລະ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກຟີນ້າ ຈໍາກັດ (Fina) ຈັດຂຶ້ນວັນທີ 12 ພຶດສະພາ 2025 ທີ່ນະຄອນຫຼວງວຽງຈັນ ຮ່ວມລົງນາມລະຫວ່າງທ່ານ ນາງ ຈັນທະດອມ ເມກສະຫວັນ ຮອງຜູ້ອໍານວຍການບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວມະຫາຊົນ ແລະ ທ່ານ ນາງ ສຸພາພອນ ສວນນະວົງ ຜູ້ອໍານວຍການສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກຟີນ້າ ຈໍາກັດ ມີທ່ານ ສົມທະວີ ສີບຸນມາ ຮອງຫົວໜ້າກົມຄຸ້ມຄອງສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ທະນາຄານ ແຫ່ງ ສປປ ລາວ ທ່ານ ນາງ ລໍາມອນ ສິມມະໄລວົງ ຮອງຫົວໜ້າກົມຄຸ້ມຄອງລະບົບການຊໍາລະ ທະນາຄານແຫ່ງ ສປປ ລາວ ທ່ານ ປະສິດທິເດດ ຫຼວງວິໄລ ຫົວໜ້າສູນຂໍ້ມູນດິຈິຕ໋ອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທ່ານ ຄໍາສອນ ສິດທິໄຊ ຜູ້ອໍານວຍການໃຫຍ່ບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວມະຫາຊົນ ທ່ານ ສີລາ ວຽງແກ້ວ ປະທານສະພາບໍລິຫານບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວມະຫາຊົນ ທ່ານ ອາລຸນແກ້ວ ກິດຕິຄຸນ ປະທານຄະນະກຳມະການດ້ານຍຸດທະສາດ ແລະ ການວາງແຜນບໍລິສັດ ພີທີແອວໂຮນດິ້ງ ຈຳກັດ ທ່ານ ນາງ ມະໂນລາ ປະເສີດ ຮອງປະທານກຳມະທິການພົວພັນພາກລັດບໍລິສັດ ພີທີແອວໂຮນດິ້ງ ຈຳກັດ ບັນດາຜູ້ບໍລິຫານ ຄູ່ຮ່ວມທຸລະກິດເຂົ້າຮ່ວມເປັນສັກຂີພະຍານ.
ໃນພທີທ່ານ ນາງ ຈັນທະດອມ ເມກສະຫວັນ ໄດ້ຂຶ້ນກ່າວວ່າ: ບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວມະຫາຊົນໄດ້ເຕີບໃຫຍ່ຄຽງຄູ່ກັບການຂະຫຍາຍຕົວຂອງເສດຖະກິດ ແລະ ສັງຄົມລາວຕະຫຼອດເວລາຫຼາຍ 10 ປີຜ່ານມາ ນອກຈາກຜະລິດຕະພັນນໍ້າມັນ ແລະ ບັນດາປໍ້ານໍ້າມັນແລ້ວ ພວກເຮົາໄດ້ເລີ່ມຕົ້ນສ້າງຜະລິດຕະພັນບັດນໍ້າມັນພລັສກາດນັບແຕ່ປີ 2013 ເປັນຕົ້ນມາ ເຊິ່ງຖືເປັນຜະລິດຕະພັນທີ່ມີນະວັດຕະກໍາທັນສະໄໝໂດຍນໍາໃຊ້ບັດເຕີມນໍ້າມັນແທນເງິນສົດກັບປໍ້ານໍ້າມັນພລັສເກືອບ 50 ປໍ້າທົ່ວປະເທດລາວ ໃນຮູບແບບບັດເຕີມເງິນ ແລະ ບັດແບບໃຫ້ວົງເງິນສິນເຊື່ອ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກຟີນ້າ ຈໍາກັດ ສະໜອງການບໍລິການທາງດ້ານການເງິນທີ່ທັນສະໄໝ ດັ່ງນັ້ນບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວມະຫາຊົນຈຶ່ງມີຄວາມໄວ້ວາງໃຈ ແລະ ເຊື່ອໝັ້ນວ່າ ຟີນ້າຈະສືບຕໍ່ພັດທະນານະວັດຕະກໍາຂອງບັດນໍ້າມັນພລັສກາດສູ່ສັງຄົມໄດ້ເປັນຢ່າງດີ.
ທ່ານ ນາງ ສຸພາພອນ ສວນນະວົງ ໄດ້ກ່າວວ່າ: ຟີນ້າໄດ້ມີການລົງທຶນທາງດ້ານເຕັກໂນໂລຊີສູງໂດຍສະເພາະພື້ນຖານໂຄງລ່າງໃຫ້ມີລະດັບເທົ່າການເງິນສາກົນເຊັ່ນ:ມີການເລີ່ມນໍາໃຊ້ລະບົບ Core Banking ໃນການບໍລິຫານຈັດການທຸກຜະລິດຕະພັນທາງການເງິນເຊິ່ງທຽບເທົ່າມາດຕະຖານຂອງທະນາຄານທຸລະກິດຊັ້ນນຳເຖິງວ່າຟີນ້າຫາກໍ່ສ້າງຕັ້ງໄດ້ພຽງ 6 ເດືອນເທົ່ານັ້ນກໍຕາມແຕ່ພວກເຮົາກໍ່ມີຄວາມພ້ອມຮອບດ້ານທີ່ຈະຮັບພາລະກິດສືບຕໍ່ໃຫ້ບໍລິການຜະລິດຕະພັນບັດນໍ້າມັນພລັສກາດແກ່ບັນດາລູກຄ້າໃນຂອບເຂດທົ່ວປະເທດດ້ວຍການບໍລິການຊໍາລະທີ່ຈະເຮັດໃຫ້ທຸລະກິດຂອງທ່ານມີຄວາມສະດວກວ່ອງໄວໂປ່ງໃສ ແລະ ມີປະສິດທິພາບຍິ່ງຂຶ້ນ Facebook: Pluscard Laos ສອບຖາມຂໍ້ມູນ ແລະ ການບໍລິການ 020 55 559 096 ພລັສກາດ ບັດເຕີມນ້ຳມັນແທນເງິນສົດ #ບັດເຕີມນ້ຳມັນ# ບັດ Pluscard.





