ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຖາບັນຂົງຈື ມຊ ຈັດງານສໍາມະນາ HSK (ລະດັບພາສາຈີນ) ສຶກສາທີ່ປະເທດຈີນ

Oct 13, 2024

ເມື່ອບໍ່ດົນມານີ້, ສູນສອບເສັງພາສາຈີນສາກົນ ແລະ ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດລາວ (ມຊ) ໄດ້ຈັດງານສໍາມະນາ HSK (ລະດັບພາສາຈີນ) ແລະ ສຶກສາທີ່ປະເທດຈີນ ຢູ່ສະຖາບັນຂົງຈື ເປັນກຽດເຂົ້າຮ່ວມໂດຍ ທ່ານ ຫຼຸຍ ສຽວຫຼົງ (Liu Xiao Long) ຮອງຜູ້ອໍານວຍການສູນສອບເສັງພາສາຈີນສາກົນ, ພ້ອມເລຂາຄະນະພັກຄະນະສຶກສາຕ່າງປະເທດ ມະຫາວິທະຍາໄລ ໜານຈິງ ສປ ຈີນ, ຜູ້ອໍານວຍການສະຖາບັນຂົງຈື ທັງສອງຝ່າຍລາວ-ຈີນ ແລະ ຄູ-ອາຈານ ນັກສຶກສາ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ຈຸດປະສົງໃນການຈັດງານຄັ້ງນີ້ ແມ່ນເພື່ອເປີດໂອກາດໃຫ້ນັກສຶກສາ ໄດ້ເຂົ້າໃຈສະພາບໂດຍພື້ນຖານຂອງສະຖາບັນການສຶກສາຊັ້ນສູງຂອງຈີນ ແລະ ຈຸດພິເສດສາຂາວິຊາຂອງແຕ່ລະມະຫາວິທະຍາໄລ ໂດຍຜ່ານການແລກປ່ຽນສົນທະນາໂດຍກົງ ກັບມະຫາວິທະຍາໄລ ທີ່ມາຈາກ ສປ ຈີນ ແນໃສ່ສົ່ງເສີມໃຫ້ນັກສຶກສາມີຄວາມມັກຮັກໃນການຮຽນພາສາຈີນ ແລະມີຄວາມສົນໃຈໄປສຶກສາທີ່ປະເທດຈີນ.
ສະຖາບັນຂົງຈື ມຊ ໄດ້ຮັບການສ້າງຕັ້ງຂຶ້ນເມື່ອ 14 ປີຜ່ານມາ, ພາຍໃຕ້ການສະໜັບສະໜູນຂອງລັດຖະບານສອງປະເທດ ລາວ-ຈີນ, ໄດ້ປະກອບສ່ວນໃນຂໍ້ລີ່ເລີ່ມ “ ໜຶ່ງແລວທາງ ໜຶ່ງເສັ້ນທາງ ” ໂດຍເລີ່ມຈາກການເຂົ້າເຖິງພາສາ, ການນໍາໃຊ້ວັດທະນະທຳ, ການເຂົ້າໃຈເຊິ່ງກັນ ແລະ ກັນຂອງປະຊາຊົນ ເພື່ອພັດທະນາຄວາມອາດສາມາດຂອງຕົນ, ພ້ອມເປີດກວ້າງການໂຄສະນາພາສາຈີນ ແລະ ກິດຈະກຳແລກປ່ຽນວັດທະນະທຳ ລາວ-ຈີນ, ເພື່ອນໍາໃຊ້ເຂົ້າໃນວຽກງານແລກປ່ຽນວັດທະນະທຳ ລາວ-ຈີນ ແລະ ປະກອບສ່ວນໃນການພັດທະນາສາຍພົວພັນມິດຕະພາບທີ່ດີລະຫວ່າງ ລາວ-ຈີນ.
ທີ່ມາ: CMG