ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະຖາບັນຄົ້ນຄວ້າຊັບພະຍາກອນທຳມະຊາດ ແລະສີ່ງແວດລ້ອມ ກະຊວງຊັບພະຍາກອນທໍາມະຊາດ ແລະສີ່ງແວດລ້ອມ ຈັດກິດຈະກຳເຜີຍແຜ່ຄວາມຮູ້ພື້ນຖານກ່ຽວກັບບັນຫາໝອກຄັວນໃຫ້ຊຸມຊົນ ແລະ ໂຮງຮຽນ

Jan 17, 2025

ສະຖາບັນຄົ້ນຄວ້າຊັບພະຍາກອນທຳມະຊາດ ແລະສີ່ງແວດລ້ອມ ກະຊວງຊັບພະຍາກອນທໍາມະຊາດ ແລະສີ່ງແວດລ້ອມ ຈັດກິດຈະກຳເຜີຍແຜ່ຄວາມຮູ້ພື້ນຖານກ່ຽວກັບບັນຫາໝອກຄັວນໃຫ້ຊຸມຊົນ ແລະ ໂຮງຮຽນ ຢູ່ເມືອງສັງທອງ ໃນວັນທີ 15 ມັງກອນ 2025 ທີ່ວັດບ້ານນາຫອຍ ໂດຍການເຂົ້າຮ່ວມຂອງທ່ານ ສັງວອນ ພິມມະສອນ, ຮອງເຈົ້າເມືອງສັງທອງ ພ້ອມດ້ວຍອົງການປົກຄອງບ້ານ ແລະນັກຮຽນຈາກບ້ານເປົ້າໝາຍ.
ທ່ານ ນາງ ບຸນມະນີ ສຸລິເດດ, ວ່າການຫົວໜ້າພະແນກແບບຈໍາລອງ ສະຖາບັນຄົ້ນຄວ້າຊັບພະຍາ ກອນທຳມະຊາດ ແລະສີ່ງແວດລ້ອມ ທັງເປັນຫົວໜ້າໜ່ວຍປະຕິບັດງານມົນລະພິດໝອກຄັວນຂ້າມຜ່ານຊາຍແດນແຫ່ງຊາດຂອງລາວ ໃຫ້ສໍາພາດວ່າ: ກິດຈະກຳນີ້ຈັດຂື້ນເປັນຄັ້ງທໍາອິດ ໂດຍການຮ່ວມມືລະຫວ່າງກະຊວງຊັບພະຍາກອນທຳມະຊາດ ແລະສີ່ງແວດລ້ອມຂອງລາວ ແລະໄທ ເພື່ອຮ່ວມກັນແກ້ໄຂບັນຫາໝອກຄັວນ ແນໃສ່ເຮັດໃຫ້ຊຸມຊົນໄດ້ຮັບຮູ້ຂໍ້ມູນຂ່າວສານ, ວິທີການຕິດຕາມກວດກາສະ ພາບມົນລະພິດທາງອາກາດ ເນື່ອງຈາກເມືອງສັງທອງເຄີຍປະສົບກັບບັນຫາໄຟໄໝ້ລາມປ່າໃນປີ 2023 ຜ່ານມາ ຊື່ງສົ່ງຜົນກະທົບຫລາຍສົມຄວນຕໍ່ສຸຂະພາບ ແລະສີ່ງແວດລ້ອມ.
ທ່ານ ສັງວອນ ພິມມະສອນ, ຮອງເຈົ້າເມືອງສັງທອງ ມີຄໍາເຫັນວ່າ: ບັນຫາມົນລະພິດທາງອາກາດ ຫລືຝຸ່ນລະອອງຂະໜາດນ້ອຍ PM2.5 ໄດ້ສົ່ງຜົນກະທົບຕໍ່ສຸຂະພາບ, ສັງຄົມ ແລະການທ່ອງທ່ຽວໃນໄລຍະລະດູແລ້ງນັບແຕ່ເດືອນມັງກອນຫາເມສາຂອງທຸກໆປີ ໂດຍສະເພາະປີ 2019 ແລະປີ 2023 ກາຍເປັນບັນຫາຮີບດ່ວນທີ່ລັດຖະບານບັນດາປະເທດໃກ້ຄຽງຕ້ອງເອົາໃຈໃສ່ແກ້ໄຂ.
ກິດຈະກຳໃນຄັ້ງນີ້ໄດ້ເນັ້ນໜັກໃສ່ການສ້າງຄວາມເຂົ້າໃຈໃຫ້ສັງຄົມຮັບຮູ້ກ່ຽວກັບການປ້ອງກັນ, ການຕິດຕາມສະພາບອາກາດ, ການນໍາໃຊ້ເຄື່ອງມືກວດວັດຄຸນນະພາບອາກາດ, ການນໍາໃຊ້ພາບຖ່າຍດາວທຽມ, ການເບີ່ງຄ່າຄຸນນະພາບອາກາດທາງໂທລະສັບມືຖື ແລະອື່ນໆ ນອກຈາກນີ້ຍັງໄດ້ມອບເຄື່ອງວັດແທກຄຸນນະພາບອາກາດໃຫ້ 5 ໂຮງຮຽນຄື: ໂຮງຮຽນມັດທະຍົມສົມບູນບ້ານນາຫອຍ, ປາກຕອນ, ສີທອງ, ສໍາພັນນາ ແລະ ເພຍລາດ ເພື່ອຕິດຕາມຄຸນນະພາບອາກາດໃນແຕ່ລະວັນຕື່ມອີກ.