ແນໃສ່ປະກອບສ່ວນໃຫ້ບັນລຸເປົ້າໝາຍ ທີ່ຈະກ້າວເຖິງການຜະລິດພະລັງງານທີ່ມີຄວາມສະອາດ ແລະ ກ້າວໄປເຖິງກາກບອນເປັນ 0 ໃນປີ 2050 ຊຶ່ງໄດ້ມີຄາດໝາຍບັນລຸໃຫ້ໄດ້ 60% ຂອງທຸກຂະແໜງການ; ໃນນັ້ນ, ມີຂະແໜງການພະລັງງານ ແລະ ບໍ່ແຮ່ (ພບ) ທີ່ຈະປະກອບສ່ວນຢ່າງຕັ້ງໜ້າ ໂດຍການຮ່ວມມື ລະຫວ່າງ ສະຖາບັນຄົ້ນຄ້ວາ ພບ ແລະ 2 ບໍລິສັດ ຈາກ ສ ເກົາຫຼີ ຄື ບໍລິສັດ Finger Inc. ແລະ ບໍລິສັດ CECTE carbon to electric.
ພິທີເຊັນສັນຍາການຮ່ວມມື (MOA) ການພັດທະນາຕະຫຼາດພະລັງງານສະອາດ ຢູ່ ສປປ ລາວ ລະຫວ່າງ ສະຖາບັນຄົ້ນຄວ້າ ພບ ແລະ 2 ບໍລິສັດດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 14 ມັງກອນ 2025 ທີ່ນະຄອນຫຼວງວຽງຈັນ ໂດຍການລົງນາມ ລະຫວ່າງ ທ່ານ ອານຸສັກ ພົງສະຫວັດ ຫົວໜ້າສະຖາບັນຄົ້ນຄວ້າ ພບ, ທ່ານ ອານ ອິນ ໂຈ (An In Joo) ປະທານບໍລິສັດ Finger Inc. ແລະ ທ່ານ ພໍຢາງ (Paul Yang) ຊຶ່ງມີທຸກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ອານຸສັກ ພົງສະຫວັດ ໄດ້ກ່າວໃຫ້ຮູ້ວ່າ: ການຮ່ວມມືທີ່ໄດ້ເຊັນກັນຄັ້ງນີ້, ແມ່ນເພື່ອປະກອບສ່ວນໃຫ້ບັນລຸເປົ້າໝາຍ ການຜະລິດພະລັງງານທີ່ມີຄວາມສະອາດ ແລະ ກ້າວໄປເຖິງກາກບອນເປັນ 0 ໃນປີ 2050 ຊຶ່ງຈຸດປະສົງຫຼັກຂອງການຮ່ວມມື ຄືຈະໄດ້ລິເລີ່ມໃນສຶກສາ ແລະ ເຮັດທົດລອງການຫຼຸດຜ່ອນກາກບອນ ຢູ່ໃນຟາມລ້ຽງໝູທີ່ມີນໍ້າເສຍ ແລະ ສຶກສາເບິ່ງຄວາມເປັນໄປໄດ້ທີ່ຈະເອົານໍ້າເສຍຈາກຟາມລ້ຽງໝູ ມາຜະລິດເປັນແກັສຊີວະພາບ, ຜະລິດເປັນພະລັງງານໄຟຟ້າ. ຄຽງຄູ່ກັນນັ້ນ, ກໍຈະໄດ້ສຶກສາເບິ່ງທ່າແຮງການປະສົມປະສານ ແຫຼ່ງພະລັງງານຈາກໄຟຟ້າແສງຕາເວັນ ເພື່ອມາຮັບໃຊ້ໃນຟາມລ້ຽງໝູ ໃຫ້ສາມາດຫຼຸດຜ່ອນກາກບອນ ແລະ ຫຼຸດຜ່ອນການນໍາໃຊ້ພະລັງງານຈາກລະບົບຕາຂ່າຍໄຟຟ້າ ເພື່ອຈະສາມາດນໍາໃຊ້ເປັນຂອງຕົນເອງຢູ່ໃນຟາມ ຊຶ່ງຈະເບິ່ງວ່າຈະສາມາດຫຼຸດຜ່ອນກາກບອນ ແລະ ຫຼຸດຜ່ອນການນໍາໃຊ້ພະລັງງານໄຟຟ້າຈາກລະບົບຕາຂ່າຍໄຟຟ້າໄດ້ໜ້ອຍຫຼາຍປານໃດ.
ພ້ອມນີ້, ກໍໄດ້ໃຫ້ຮູ້ວ່າ: ຟາມລ້ຽງໝູທີ່ຈະເຮັດທົດລອງນີ້, ເປັນຟາມລ້ຽງໝູທີ່ມີຂະໜາດໃຫຍ່ທີ່ສຸດໃນລາວ ມີໝູ ປະມານ 20,000 ໂຕ, ຄາດວ່າມີນໍ້າເສຍທີ່ມານໍາໃຊ້ຜະລິດໄບໂອແກັສ ປະມານ 2,000 ກວ່າແມັດກ້ອນ ຊຶ່ງຈຸດພິເສດແມ່ນຈະມີການແຍກສ່ວນທີ່ບໍ່ສະອາດມາຜະລິດເປັນແກັສທີ່ສະອາດຂຶ້ນ ເພື່ອສາມາດນໍາໃຊ້ໃນຄົວເຮືອນ ແລະ ສາມາດຜະລິດເປັນໄຟຟ້າໄດ້.
ການເຮັດທົດລອງໃນຂັ້ນຕົ້ນ ແມ່ນຈະເຮັດທົດລອງກ່ອນ 100 ແມັດກ້ອນ ຊຶ່ງຈະໄດ້ແກັສມາແຍກ ທົດລອງອັດໃສ່ຖັງປະລິມານການອັດແໜ້ນ 20 ບາຣ ເພື່ອມາທົດລອງໃຊ້ໃນສະຖາບັນຄົ້ນຄວ້າ ພບ ແລະ ຈໍານວນໜຶ່ງກໍທົດລອງໃຊ້ໃນຈັກໄຟຟ້າຂະໜາດນ້ອຍ ເພື່ອຜະລິດໄຟຟ້າໃຊ້ໃນຟາມ.
ຂ່າວ-ພາບ: ສຸກສະຫວັນ





