ໃນວັນທີ 2 ຕຸລາ 2024 ນີ້, ສະພາການຄ້າຈີນ ປະຈໍາ ສປປ ລາວ ແລະ ສະພາການຄ້າຈີນ ຢຸນໜານ ແຂວງຫູໜານ ສປ ຈີນ ໄດ້ມອບເງິນຊ່ວຍເຫລືອໄພພິບັດນໍ້າຖ້ວມ 2024 ຢູ່ ສປປ ລາວ ຈໍານວນທັງໝົດ 1,4 ຕື້ກີບ ຕາງໜ້າຮັບໂດຍ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ຕາງໜ້າມອບໂດຍ ທ່ານ ມາ ຢູ ຫລົງ ປະທານປະຕິບັດວຽກງານ, ເລຂາທິການສະພາການຄ້າຈີນ ພ້ອມດ້ວຍຄະນະ.
ໃນໂອກາດນີ້, ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ສະແດງຄວາມຂອບໃຈ, ຮູ້ບຸນຄຸນ ແລະ ຊົມເຊີຍມາຍັງ ສະພາການຄ້າຈີນ ປະຈໍາ ສປປ ລາວ ແລະ ສະພາການຄ້າຈີນ ຢຸນໜານ ແຂວງຫູໜານ ທີ່ໄດ້ມີຈິດໃຈມະນຸດສະທໍາ, ເອື້ອເຟື້ອເຜື່ອແຜ່ໃຫ້ການຊ່ວຍເຫລືອປະຊາຊົນ ຜູ້ປະສົບໄພພິບັດທາງທໍາມະຊາດໃນຄັ້ງນີ້ ຊຶ່ງການຊ່ວຍເຫລືອດັ່ງກ່າວ ແມ່ນສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ຂອງສະພາບການຕົວຈິງໃນປັດຈຸບັນ, ເປັນການເສຍສະລະ ເພື່ອປະກອບສ່ວນເຂົ້າໃນການແກ້ໄຂຜົນກະທົບ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນປະສົບໄພທໍາມະຊາດ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ພ້ອມນີ້, ທ່ານລັດຖະມົນຕີກະຊວງແຮງງານ ແລະ ສະຫວັດ ດີການສັງຄົມ ຍັງຢືນຢັນວ່າ ຈະນໍາເອົາການຊ່ວຍເຫລືອດັ່ງກ່າວ ໄປມອບໃຫ້ພາກສ່ວນກ່ຽວຂ້ອງ ເພື່ອນຳໃຊ້ເຂົ້າໃນການຊ່ວຍເຫລືອບັນເທົາທຸກໃຫ້ແກ່ຜູ້ປະສົບໄພດ້ວຍຄວາມໂປ່ງໃສ, ທົ່ວເຖິງ ແລະ ຖືກເປົ້າໝາຍຢ່າງແທ້ຈິງ.
ທີ່ມາ: ຂປລ



