ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະພາການສຶກສາຊັ້ນສູງແຫ່ງຊາດ ດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2

Aug 28, 2025

ກອງປະຊຸມສະໄໝສາມັນ ເທື່ອທີ 2 ສະພາການສຶກສາຊັ້ນສູງແຫ່ງຊາດ ຊຸດທີ II ໄດ້ຈັດຂຶ້ນໃນວັນທີ 27 ສິງຫາ 2025 ໂດຍການເປັນປະທານຂອງທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີບັນດາ ສະມາຊິກສະພາການສຶກສາຊັ້ນສູງແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນປຶກສາຫາລືຫລາຍບັນຫາທີ່ສໍາຄັນ ເປັນຕົ້ນ ພິຈາລະນາຮັບຮອງຕຳແໜ່ງວິຊາການຄູ ຂັ້ນສາດສະດາ ຈານ, ຮອງສາດສະດາຈານ; ການຍົກລະດັບວິທະຍາໄລ ເປັນສະຖາບັນການສຶກສາຊັ້ນສູງ; ການພັດທະນາຂະແໜງການຍ່ອຍການສຶກສາຊັ້ນສູງ ແລະ ປຶກສາຫາລືກ່ຽວກັບການພັດທະນາການສຶກສາຊັ້ນສູງ. ທັງນີ້, ກໍເພື່ອແນໃສ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ ໃຫ້ເທົ່າທຽມກັບພາກພື້ນ ແລະ ສາກົນ.
May be an image of 10 people, dais and text
ສະພາການສຶກສາຊັ້ນສູງແຫ່ງຊາດ ແມ່ນການຈັດຕັ້ງໜຶ່ງ ທີ່ມີຄວາມໝາຍຄວາມສໍາຄັນ, ມີໜ້າທີ່ຕິດຕາມ, ຊຸກຍູ້, ສົ່ງເສີມວຽກງານການສຶກສາຊັ້ນສູງ, ການຄົ້ນຄວ້າວິທະຍາສາ, ການພັດທະນາເຕັກໂນໂລຊີ ແລະ ນະວັດຕະກຳ ໃນສາຍການສຶກສາຊັ້ນສູງໃຫ້ໄດ້ມາດຕະຖານ, ມີຄຸນນະພາບ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ.
ໂອກາດນີ້, ທ່ານ ທອງສະລິດ ມັງໜໍ່ເມກ ຍັງໄດ້ຮຽກຮ້ອງ ໃຫ້ຜູ້ເຂົ້າຮ່ວມ ກອງປະຊຸມ ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ໃຫ້ຄຳເຫັນຕໍ່ແຕ່ລະບັນຫາຢ່າງ ກົງໄປກົງມາ, ພາວະວິໄສ, ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ໃນຖານະສະມາຊິກ ສະພາການສຶກສາຊັ້ນສູງ ແລະ ເສີມຂະຫຍາຍຫົວຄິດປະດິດສ້າງ, ການຄົ້ນຄວ້າບັນຫາ ຕ້ອງອີງໃສ່ບັນດາລະບຽບການ, ນິຕິກຳ ທີ່ໄດ້ກຳນົດໄວ້. ພ້ອມດຽວກັນນັ້ນ, ກໍຕ້ອງຄໍານຶງ ເຖິງສະພາບ, ເງື່ອນໄຂຄວາມເປັນຈິງຂອງປະເທດເຮົາ, ຫລີກເວັ້ນທັດສະນະຄຳພີຕາຍຕົວ ຫລື ອີງໃສ່ແຕ່ບົດຮຽນຂອງຕ່າງປະເທດ ໂດຍບໍ່ຄໍານຶງເຖິງສະພາບແວດລ້ອມພາຍໃນ ປະເທດຂອງພວກເຮົາ. ອີກດ້ານໜຶ່ງ ກໍຕ້ອງຄໍານຶງເຖິງລະບຽບການ, ຫລັກການສາກົນ ເພື່ອເຮັດແນວໃດ ໃຫ້ການສຶກສາລາວສະເພາະ ແມ່ນການສຶກສາຊັ້ນສູງ ສາມາດເຊື່ອມໂຍງເຂົ້າກັບພາກພື້ນ ແລະ ເປັນທີ່ຍອມຮັບຂອງສາກົນ ເທື່ອລະກ້າວ.
May be an image of 10 people, dais and text
ທີ່ມາ: ຂປລ