ໃນຕອນເຊົ້າຂອງວັນທີ 12 ກັນຍາ 2024 ນີ້ ລະດັບນໍ້າທາ ແລະ ແມ່ນໍ້າຕ່າງໆທີ່ເປັນສາຂາຂອງນໍ້າທາທີ່ລັ່ງໄຫຼເຂົ້າຖ້ວມຂັງບ້ານ, ເຮືອນຂອງປະຊາຊົນຫຼາຍບ້ານທີ່ອາໄສຢູ່ເຂດລຸ່ມເຂື່ອນໄຟຟ້ານໍ້າທາ1 ແລະນໍ້າທາ2 ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ລຸດລົງ (ບົກແຫ້ງ) ປະມານ 1-2 ແມັດເຮັດໃຫ້ນໍ້າຖ້ວມຂັງ ບ້ານ, ເຮືອນ, ໄຮ່, ນາ ຮົ້ວສວນ ຂອງປະຊາຊົນລຸດລົງ (ບົກແຫ້ງ) ຢູ່ໃນລະດັບຈະປົກກະຕິ, ປະຈຸບັນຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນເມືອງສົມທົບກັບກໍາລັງ ປກຊ ເມືອງ, ກອງພັນໃຫຍ່ 302 ກຽມຄວາມພ້ອມເຝົ້າລະລັງ ລໍຖ້າສະພາບການນໍ້າລຸດລົງຫຼາຍສູ່ສະພາບການປົກກະຕິ ຈະລະດົມກໍາລັງຊ່ວຍເຫຼືອປະຊາ ຊົນມ້ຽນມັດ ຈັດແຈງເຮືອນຊານ, ຂົນເຄື່ອງຂອງ, ເຂົ້າເປືອກ ແລະ ສິ່ງຂອງອື່ນໆກັບຄືນເຮືອນຂອງປະຊາຊົນ ແລະ ອີງຕາມການລາຍງານຂອງອໍານາດການປົກຄອງບ້ານຫາດຄໍາ ມີເຮືອນປະຊາຊົນຖືກນໍ້າຊຸໄຫຼ 1 ຫຼັງ, ສ່ວນຜົນເສຍຫາຍຕ່າງໆທີ່ເກີດ ຂຶ້ນທາງວິຊາການທີ່ກ່ຽວຂ້ອງ ກໍ່ຄື ຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນເມືອງຈະລົງເກັບກໍາ ແລະ ລາຍງານພາຍຫຼັງ.
ພາບ-ຂ່າວ: ບຸນໜຽວ ຈະເລີນຜົນ.








