ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະພາບການລົງທຶນຢູ່ລາວໃນໄລຍະ 3 ເດືອນຕົ້ນປີ 2024

Jun 11, 2024

 

ໃນໂອກາດລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຫໍສະພາແຫ່ງຊາດ, ນະຄອນຫລວງວຽງຈັນ ໃນວັນທີ 10 ມິຖຸນາ 2024, ທ່ານ ເພັດ ພົມພິພັກ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ໃຫ້ຮູ້ກ່ຽວກັບສະພາບດ້ານການລົງທຶນ ໃນ 3 ເດືອນຕົ້ນປີ 2024 ມີການລົງທຶນທັງໝົດ 17.469,36 ຕື້ກີບ ເທົ່າກັບ 30,8% ຂອງແຜນການ,
ໃນນີ້: ການລົງທຶນຈາກງົບປະມານຂອງລັດທີ່ມີການຢັ້ງຢືນເບີກຈ່າຍ 3 ເດືອນ ປະຕິບັດໄດ້ 1.051 ໂຄງການ ມີມູນຄ່າ 904,47 ຕື້ກີບ ເທົ່າກັບ 18,08% ຂອງແຜນການ ແລະ 6 ເດືອນ ຄາດວ່າປະຕິບັດໄດ້ 2.450 ຕື້ກີບ ເທົ່າກັບ 49% ຂອງແຜນການ. ສໍາລັບການລົງທຶນຈາກໂຄງການ ODA ໃນ 3 ເດືອນ ປະຕິບັດໄດ້ 2.245,89 ຕື້ກີບ ຫຼື ເທົ່າກັບ 104,46 ລ້ານໂດລາສະຫະລັດ ເທົ່າກັບ 15% ຂອງແຜນການ ແລະ 6 ເດືອນ ຄາດວ່າຈະປະຕິບັດໄດ້ 34%.
ສ່ວນການລົງທຶນຈາກພາກເອກະຊົນພາຍໃນ ແລະຕ່າງປະເທດ ໃນ 3 ເດືອນ ທີ່ໄດ້ອະນຸມັດການລົງທຶນຂອງພາກເອກະຊົນທັງໝົດ ຈຳນວນ 6.007 ກິດຈະການ (ໂຄງການ) ມີມູນຄ່າ 11.029,50 ລ້ານໂດລາສະຫະລັດ, ທຶນນາເຂົ້າຕົວຈິງ ປະຕິບັດໄດ້ 666 ລ້ານໂດລາສະຫະລັດ ເທົ່າກັບ 14.319 ຕື້ກີບ ຫຼື ເທົ່າກັບ 44,15% ຂອງແຜນການ.