ວັນທີ 11 ກັນຍາ 2024 , ສະຫາຍ ພົນຈັດຕະວາ ອິນແກ້ວ ມະນີຈັນ ກໍາມະການປະຈໍາພັກແຂວງ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຫຼວງນໍ້າທາ ໄດ້ລາຍງານໃຫ້ຮູ້ວ່າ: ສະພາບນໍ້າຖ້ວມຢູ່ເມືອງຫຼວງນໍ້າທາ, ແຂວງຫຼວງນໍ້າທາ ມາ ຮອດປັດຈຸປັນແມ່ນໄດ້ຫຼຸດລົງຫຼາຍເຂດ, ແຕ່ຢູ່ຈຸດສະໝາມບິນຂອງແຂວງ ແລະ ບາງບ້ານທີ່ເປັນຈຸດພື້ນທີ່ຕໍ່າລະບາຍນໍ້າອອກບໍ່ທັນຍັງຄົງມີນໍ້າຖ້ວມຂັງຢູ່ຈໍານວນ 2 – 3 ບ້ານ.
ຕໍ່ກັບສະພາບການດັ່ງກ່າວ ໃນ 2-3 ວັນທີ່ຜ່ານມາ ດ້ວຍຄວາມເອົາໃຈໃສ່ຂອງຄະນະຮັບຜິດຕ້ານໄພພິບັດ ກໍຄືການນໍາແຂວງ ຫຼວງນໍ້າທາ ໄດ້ຈັດຕັ້ງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ລົງໃຫ້ການຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທທົບ ໄປສູ່ຈຸດປອດໄພ ໄດ້ເປັນຈໍານວນຫຼວງຫຼາຍ ປັດຈຸບັນ ກຳລັງປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ສົມທົບກັບຫຼາຍພາກສ່ວນ ເລັ່ງໃຫ້ການຊ່ວຍເຫຼືອອະນາໄມເຮືອນຊານບ້ານຊ່ອງຂອງພໍ່ແມ່ປະຊາຊົນໃຫ້ກັບສູ່ສະພາບປົກກະຕິໂດຍໄວ.
ສະຫາຍ ພັນເອກ ຄໍາເປີງ ໄຊທະວີ ຫົວໜ້າຫ້ອງພະລາທິການກອງບັນຊາການທະຫານແຂວງຫຼວງນໍ້າ, ຄະນະຮັບຜິດຊອບຕ້ານໄພພິບັດກອງບັນຊາການ ໄດ້ໃຫ້ຮູ້ຕື່ມວ່າ: ພາຍຫຼັງໄດ້ຮັບມອບໝາຍຈາກຄະນະພັກ-ຄະນະບັນຊາກອງບັນຊາການທະ ຫານແຂວງ ອົງການພະລາທິການ ໄດ້ເປັນເຈົ້າການຈັດຕັ້ງປະຕິບັດແຜນການກອບກູ້ໄພພິບັດຂົງເຂດວຽກງານພະລາດ້ວຍຄວາມຮັບຜິດຊອບສູງ ໃນນີ້ໄດ້ຮັບປະກັນທາງດ້ານພາຫະນະຂົນສົ່ງພາຍໃນກົມກອງ, ສົມທົບກັບກໍາລັງພາຫະນະກົມກອງອ້ອມຂ້າງ ແລະ ພາຫະນະຂອງກະຊວງປ້ອງກັນປະເທດ ເພື່ອຂົນສົ່ງກໍາລັງອ້າຍນ້ອງທະຫານ ເຂົ້າຊ່ວຍເຫຼືອປະຊາຊົນແຕ່ລະຈຸດ ແລະ ຂົນສົ່ງຜູ້ປະສົບໄພນໍ້າຖ້ວມ ໄປສູ່ຈຸດປອດໄພ ທັນເວລາກັບຄວາມຕ້ອງການຂອງຂັ້ນເທິງ.
ເຖິງແມ່ນວ່າໃນປັດຈຸບັນປະລິມານນໍ້າບາງເຂດຈະຫຼຸດລົງແລ້ວກໍ່ຕາມ, ແຕ່ການຊ່ວຍເຫຼືອປະຊົນຍັງສືບຕໍ່ດໍາເນີນໄປຢ່າງຕໍ່ເນື່ອງ. ສະນັ້ນທຸກພາກສ່ວນໃນສັງ ຄົມ ຈົ່ງພ້ອມກັນສົ່ງກໍາລັງແຮງໃຈ ດ້ວຍການບໍລິຈາກ ເຄື່ອງອຸປະໂພກ – ບໍລິໂພກ ໂດຍຜ່ານພາກສ່ວນທີ່ກ່ຽວຂ້ອງ ເພື່ອບັນເທົາທຸກໃນເບື້ອງຕົ້ນ ປະກອບຊ່ວຍຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
ຂ່າວ: ຄຳໄໝ່ ສັງທອງເພັດ






