ສະພາປະຊາຊົນແຂວງຈໍາປາສັກ ຊຸດທີ II ສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 8

ວັນທີ 26 – 27 ທັນວາ 2024, ສະພາປະຊາຊົນແຂວງຈໍາປາສັກ ຊຸດທີ II ໄດ້ດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 8 ຂື້ນຢູ່ສະໂມສອນແຂວງ ຫຼັກ 4 ນະຄອນປາກເຊ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສາຍທອງ ໄຊຍະວົງ ປະທານສະພາປະຊາຊົນແຂວງ. ໃຫ້ກຽດເຂົ້າຮ່ວມມີ ທ່ານ ສົມມາດ ພົລເສນາ ຮອງປະທານຄະນະປະຈໍາສະພາແຫ່ງຊາດ, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ, .
ກອງປະຊຸມ ໄດ້ຮັບຮອງເອົາເປັນມະຕິກອງປະຊຸມຂອງສະພາປະຊາຊົນແຂວງ ທັງໝົດ 7 ສະບັບ ຄື: ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງຈຳປາສັກ ກ່ຽວກັບການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ – ສັງຄົມ ປະຈໍໍາປີ 2024 ແລະ ແຜນການປະຈໍາປີ 2025 ຂອງແຂວງຈໍາປາສັກ; ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງຈຳປາສັກ ກ່ຽວກັບການຈັດ ຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2024 ແລະ ແຜນການປະຈໍາປີ 2025 ຂອງແຂວງຈຳປາສັກ; ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ແລະ ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2023 ຂອງອົງການກວດສອບປະຈໍາພາກໃຕ້; ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ແລະ ບົດລາຍງານຜົນການກວດກາຕາມຜົນການກວດສອບ ປະຈໍາປີ 2022 ຂອງອົງການກວດກາລັດແຂວງ; ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການໄອຍະການປະຊາຊົນພາກໃຕ້ ແລະ ອົງການໄອຍະການປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2025; ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາບົດລາຍ ງານຂອງສານປະຊາຊົນພາກໃຕ້ ແລະ ສານປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2025; ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງສະພາປະຊາຊົນແຂວງ ການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2024 ແລະ ແຜນການປະຈຳປີ 2025.
ກອງປະຊຸມຍັງໄດ້ຮັບຟັງການອະທິບາຍຊີ້ແຈງບັນຫາທີ່ສະມາຊິກສະພາປະຊາຊົນແຂວງໄດ້ຕັ້ງຂຶ້ນ ຈາກຂະແໜງການທີ່ກ່ຽວຂ້ອງ. ການອອກມະຕິກອງປະຊຸມຄັ້ງນີ້ ຈະເປັນນິຕິກຳພື້ນຖານທີ່ສໍາຄັນ ເພື່ອໃຫ້ອົງການປົກຄອງແຂວງ ສືບຕໍ່ນຳພາ – ຊີ້ນຳບັນດາຂະແໜງການ ພ້ອມທັງປຸກລະດົມ ປະຊາຊົນລາວບັນດາເຜົ່າຊາວແຂວງຈຳປາສັກ ສູ້ຊົນຜ່ານຜ່າຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ, ສືບຕໍ່ຈັດຕັ້ງປະຕິບັດ ບັນດານະໂຍບາຍ, ມາດຕະການ, ທາງດ້ານເສດຖະກິດ – ສັງຄົມ ໃຫ້ມີປະສິດທິຜົນ ເພື່ອແກ້ໄຂສິ່ງອຸດຕັນ ໃນການຄຸ້ມຄອງ ແລະ ບໍລິຫານລັດ ໃນຂະແໜງການຕ່າງໆ ໃຫ້ມີຄວາມໂລ່ງລ່ຽນ ຕາມກົດໝາຍກຳນົດໄວ້.ຜົນສຳເລັດຂອງກອງປະຊຸມໃນຄັ້ງນີ້ ແມ່ນໝາກຜົນອັນລວມຍອດຕໍ່ການເສີມຂະຫຍາຍສະຕິປັນຍາລວມໝູ່, ການປະສານສົມທົບຢ່າງກົມກຽວ ແຕ່ຫົວທີລະຫວ່າງ ສະພາປະຊາຊົນແຂວງ ກັບອົງການປົກຄອງແຂວງ, ລະຫວ່າງ ບັນດາຄະນະກຳມະການຂອງສະພາປະຊາຊົນແຂວງ ກັບບັນດາພະແນກການ, ອົງການທີ່ກ່ຽວຂ້ອງຂອງແຂວງ ທີ່ໄດ້ສຸມສະຕິປັນຍາ, ເຊີດຊູຄວາມຮັບຜິດຊອບໃນການຄົ້ນຄວ້າ ແລະ ນຳສະເໜີຜ່ານໃນກອງປະຊຸມຄັ້ງນີ້, ການປະກອບຄໍາຄິດເຫັນຕໍ່ບັນດາເນື້ອໃນທີ່ນຳມາພິຈາລະນາ ແລະ ຮັບຮອງເອົາ ໃນກອງປະຊຸມຄັ້ງນີ້ ມີລັກສະນະສ້າງສັນ, ມີເຫດຜົນ, ມີເນື້ອໃນເລິກເຊິ່ງ.
ທ່ານ ສົມມາດ ພົລເສນາ ຮອງປະທານຄະນະປະຈໍາສະພາແຫ່ງຊາດ ໄດ້ປະກອບຄໍາເຫັນຊີ້ທິດເຍືອງທາງ ໂດຍຮຽກຮ້ອງໃຫ້ອົງການປົກຄອງແຂວງ, ອົງການທີ່ກ່ຽວ ຂ້ອງ ພ້ອມດ້ວຍປະຊາຊົນຊາວແຂວງຈຳປາສັກ ຈົ່ງເປັນເຈົ້າການໃນການຈັດຕັ້ງປະຕິບັດມະຕິກອງປະຊຸມສະໄໝສາມັນເທື່ອທີ 8 ໃຫ້ໄດ້ຮັບຜົນສຳເລັດ,ຮຽກຮ້ອງມາຍັງຄະນະປະຈຳສະພາປະຊາຊົນແຂວງ, ຄະນະກຳມະການ, ຄະນະເລຂາທິການ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 15, ສະມະຊິກສະພາປະຊາຊົນແຂວງ ເອົາໃຈໃສ່ຕິດຕາມກວດກາການຈັດຕັ້ງປະຕິບັດບັນດາມະຕິ ທີ່ໄດ້ຮັບຮອງເອົາໃນກອງປະຊຸມຄັ້ງນີ້ ຕາມຂອບເຂດສິດ, ໜ້າທີ່ ເຊິ່ງໄດ້ກຳນົດໄວ້ໃນກົດໝາຍ.
ຂ່າວ: ທູນທອງໃຈ




