ສະຫະພັນຮາກຖານ ສະພາປະຊາຊົນແຂວງບໍລິຄຳໄຊ ຈັດເວ ທີສົນທະນາພາວະຜູ້ນຳເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ພະນັກ ງານຮຸ່ນສືບທອດການສ້າງຄອບຄົວມີຄວາມຜາສຸກ (ການເຮັດໜ້າທີ່ຂອງພະນັກງານ ແລະ ຈັດສັນເວລາໃຫ້ແກ່ຄອບຄົວ) ໃນວັນທີ 27 ມີນາ 2025 ທີ່ສະພາປະຊາຊົນແຂວງ ເນື່ອງໃນໂອກາດສະເຫລີມສະຫລອງວັນແມ່ນຍິງສາກົນ ຄົບຮອບ 115 ປີ ໂດຍການເຂົ້າຮ່ວມຂອງ ທ່ານ ສຸວັນນີ ໄຊຊະນະ ປະທານສະ ພາປະຊາຊົນແຂວງບໍລິຄຳໄຊ ແລະ ເອື້ອຍນ້ອງແມ່ຍິງຈາກພາກສ່ວນຕ່າງໆ ພາຍໃນແຂວງເຂົ້າຮ່ວມ.
ໃນເວທີສົນທະນາຄັ້ງນີ້, ຜູ້ເຂົ້າຮ່ວມ ຍັງໄດ້ສະເໜີ, ແລກປ່ຽນຄວາມຄິດຄຳເຫັນເຊິ່ງກັນ ແລະ ກັນ ໂດຍສະເພາະ ເຕັກນິກວິທີ ທີ່ສ້າງໃຫ້ຄອບຄົວມີຄວາມສາມັກຄີ, ມີການພັດທະນະໃຫ້ດີຂຶ້ນ, ການສ້າງຄວາມຮູ້ຄວາມສາມາດແກ່ລູກຫລານ ແລະ ອື່ນໆ.
ພ້ອມນີ້, ຍັງໄດ້ຮັບຟັງບົດຮຽນການສ້າງຄອບຄົວມີຄວາມ ຜາສຸກ (ການເຮັດໜ້າທີ່ຂອງພະນັກງານ ແລະ ການຈັດສັນເວລາໃຫ້ແກ່ຄອບຄົວ) ຈາກທ່ານ ນາງ ບຸນຊອນ ວໍລະສານ ອະດີດປະທານສະຫະພັນແມ່ຍິງແຂວງບໍລິຄຳໄຊ ໂດຍໄດ້ຍົກໃຫ້ເຫັນເຖິງບົດຮຽນ ແລະ ປະສົບການຕົວຈິງໃນການພັດທະນາຕົນເອງ, ວິທີເຮັດໃຫ້ຄອບຄົວມີຄວາມຜາສຸກ ເປັນຕົ້ນ ການສ້າງຄວາມເປັນແບບຢ່າງພາຍໃນຄອບຄົວ, ການສ້າງຄວາມສາມັກຄີ ແລະ ການແບ່ງຄວາມຮັບຜິດຊອບເຊິ່ງກັນ ແລະ ກັນ, ການສ້າງຈິນຕະນາ ການ ໃຫ້ແກ່ລູກຫລານແຕ່ຍັງນ້ອຍ, ການໃຫ້ໂອກາດໃນການພັດ ທະນາຕົນເອງ ພາຍໃນຄອບຄົວ ແລະ ອື່ນໆ.
ພ້ອມນີ້, ຍັງໄດ້ມອບໃບຊົມເຊີຍຂອງສະພາປະຊາຊົນແຂວງ ທີ່ມີຜົນງານດີເດັ່ນປະກອບສ່ວນ ອຸປະຖຳສະຫະພັນແມ່ຍິງສະພາປະຊາຊົນແຂວງ ໃນວັນແມ່ຍິງສາກົນ ຕາງໜ້າມອບໂດຍ ທ່ານ ນາງ ຟອງສະໝຸດ ພົງວິຈິດ ກຳມະການພັກແຂວງ ເລຂາທິການສະພາປະຊາຊົນແຂວງ.






