ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນແຂວງບໍ່ແກ້ວ ຊຸດທີ II ໄຂຂຶ້ນໃນວັນທີ 30 ກໍລະກົດ 2024 ທີ່ສະພາປະຊາຊົນແຂວງບໍ່ແກ້ວ ໂດຍການເປັນປະທານຂອງທ່ານ ຈອມສີ ລັດຕະນະປັນ ສະມາຊິກສະພາແຫ່ງຊາດ ປະທານສະພາປະຊາຊົນ ແຂວງບໍ່ແກ້ວ, ມີທ່ານ ທອງຈັນ ມະນີໄຊ ເຈົ້າແຂວງໆບໍ່ແກ້ວ ພ້ອມດ້ວຍບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 5 ເເຂວງບໍ່ແກ້ວ, ສະມາຊິກສະພາປະຊາຊົນແຂວງ, ລັດວິສາຫະກິດ, ເຈົ້າເມືອງ 5 ເມືອງ, ສອງກອງບັນຊາການ ປກສ-ປກຊ ແລະ ພະນັກງານບໍານານເຂົ້າຮ່ວມ.
ໃນກອງປະຊຸມ ຈະໄດ້ສຸມໃສ່ຄົ້ນຄວ້າຫລາຍບັນຫາຂອງວຽກງານສໍາຄັນຂອງແຂວງເປັນຕົ້ນ ຈະໄດ້ພິຈາລະນາ, ຮັບຮອງເອົາການສະເໜີແຕ່ງຕັ້ງບຸກຄະລາກອນຂອງສານປະຊາຊົນ ແຂວງບໍ່ແກ້ວ, ຮັບຟັງການລາຍງານ ແລະ ພິຈາລະນາຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປະຈໍາ 6 ເດືອນຕົ້ນປີ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນທ້າຍປີ 2024 ຂອງແຂວງ, ຮັບຮອງເອົາຮ່າງບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ ຂອງແຂວງ, ພິຈາລະນາຮັບຮອງເອົາບັນດາຄາດໝາຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃນໄລຍະຜ່ານມາ ແລະ ທິດທາງແຜນການໃນປີ 2024, ຮັບຟັງການຊີ້ແຈງບັນຫາທີ່ສັງຄົມມີຄວາມສົນໃຈຂອງແຂວງບໍ່ແກ້ວ, ຊຶ່ງບັນດາຜູ້ແທນກອງປະຊຸມ ຈະໄດ້ສົນທະນາກັນດ້ວຍຫລາຍບັນຫາທີ່ຈະສຸມໃສ່ແກ້ໄຂເປັນຕົ້ນ ເງິນກີບອ່ອນຄ່າ, ການເພີີ່ມຂຶ້ນຂອງລາຄານໍ້າມັນເຊື້ອໄຟ, ລາຄາສິນຄ້າອືີ່ນໆ ຊຶ່ງເປັນຜົນກະທົບໂດຍກົງຕໍ່ການພັດທະນາເຊັ່ນ: ການຈັດຕັັ້ງປະຕິບັດບັນດາໂຄງການລົງທຶນຂອງລັດ, ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ລວມທັງການການຊ່ວຍເຫລືອທາງການເງິນເພືີ່ອການພັດທະນາ ພົບຄວາມຫຍຸ້ງຍາກ, ລາຍຮັບສະເລ່ຍໃສ່ຫົວຄົນຫລຸດລົງ, ການຂຸດຄົ້ນລາຍຮັບເຂົ້າງົບປະມານຫຍຸ້ງຍາກ, ການປະຕິບັດມາດຕະການຕໍ່ຜູ້ລະເມີດລະບຽບກົດໝາຍບາງດ້ານບໍ່ເຂັັ້ມງວດເດັດຂາດ ຈຶ່ງເຮັດໃຫ້ປະກົດການຫຍໍ້ທໍ້ເກີດຂຶ້ນ ແລະ ແຜ່ລາມອອກ, ງົບປະມານທີີ່ສະໜອງແກ່ການຊໍາລະໜີ້ສິນການຈັດຕັັ້ງປະຕິບັດໂຄງການລົງທຶນຂອງລັດໃນໄລຍະຜ່ານມາ ແລະ ການລົງທຶນໃໝ່ລວມເຖິງທຶນສົມທົບຕ່າງປະເທດມີຂອບເຂດຈໍາກັດເຮັດໃຫ້ມີໜີ້ສິນຄຸມເຄືອເຮັດໃຫ້ການພັດທະນາ ເສດຖະກິດ-ສັງຄົມ ບໍ່ບັນລຸຕາມຄາດໝາຍທີີ່ວາງໄວ້ ພ້ອມນີ້, ພື້ນຖານໂຄງລ່າງເສັັ້ນທາງຄົມມະນາຄົມ-ຂົນສົ່ງ ຈາກແຂວງ ຫາເມືອງ ຍັງບໍ່ທັນສະດວກ ເພືີ່ອເປັນເງືີ່ອນໄຂເອື້ອອໍານວຍໃນການຂົນສົ່ງສິນຄ້າ-ໂດຍສານ, ການທ່ອງທ່ຽວ ແລະ ການລົງທຶນ.
ນອກຈາກນີ້, ໃນກອງປະຊຸມຍັງໄດ້ຮັບຟັງການຊີ້ແຈງບັນຫາຈາກບັນດາພະແນກການ, ຂະແໜງການກ່ຽວຂ້ອງຕໍ່ຂໍ້ຊັກຖາມຕ່າງໆຕື່ມອີກ.
ຂ່າວ: ຄໍາເພັງ





