ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະພາປະຊາຊົນແຂວງວຽງຈັນ ຊຸດທີ II ເປີດກອງປະຊຸມສະໄໝສາມັນ ເທື່ອທີ 8

Jan 21, 2025

ສະພາປະຊາຊົນແຂວງວຽງຈັນ ຊຸດທີ II ໄດ້ເປີດກອງປະຊຸມສະໄໝສາມັນ ເທື່ອທີ 8 ຂຶ້ນຢ່າງເປັນທາງການ ໃນວັນທີ 21-24 ມັງກອນ 2025, ຢູ່ທີ່ສະໂມສອນຂອງແຂວງ ໂດຍການເປັນປະທານຂອງ ທ່ານ ບຸນສອນ ເພັດລາວັນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງວຽງຈັນ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສຈ.ປອ ຈະເລີນ ເຍຍປາວເຮີ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ທັງເປັນສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 10 ແຂວງວຽງຈັນ, ທ່ານ ຄຳພັນ ສິດທິດຳພາ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ, ບັນດາທ່ານ ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 10, ສະມາຊິກສະພາປະຊາຊົນແຂວງ ຊຸດທີ II, ຕາງໜ້າອົງການຈັດຕັ້ງພັກ-ລັດ ຂັ້ນແຂວງ, ຂັ້ນເມືອງ, ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ບັນດາພະແນກການ, ອົງການອ້ອມຂ້າງແຂວງ ເຂົ້າຮ່ວມ.
ທ່ານ ບຸນສອນ ເພັດລາວັນ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ຈະໄດ້ຮັບຟັງການລາຍງານ, ພິຈາລະນາ ແລະ ຮັບຮອງເອົາບັນດາເນື້ອໃນສຳຄັນຕ່າງໆ ເປັນຕົ້ນ: ບົດລາຍງານ ຂອງທ່ານເຈົ້າແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025, ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານຂອງແຂວງ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025, ບົດລາຍງານ ກ່ຽວກັບການຈັດປະຕິບັດວຽກງານສາມສ້າງ ວ່າດ້ວຍ: ການຈັດຕັ້ງປະຕິບັດວຽກງານສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ຕາມມະຕິ 02/ສພຊ, ລົງວັນທີ 28 ມັງກອນ 2016, ບົດລາຍງານ ກ່ຽວກັບການພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ, ການຜະລິດເປັນສິນຄ້າເພື່ອທົດແທນການນໍາເຂົ້າ ແລະ ການເຊົ່າ-ສໍາປະທານທີ່ດິນກະສິກໍາ, ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດຍຸດທະສາດການສຶກສາ, ການພັດທະນາຊັບພະຍາກອນມະນຸດ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ, ບົດລາຍງານ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຕິດພັນກັບ ມະຕິເລກທີ 110/ສພຊ, ລົງວັນທີ 21 ພະຈິກ 2023 ປະຈໍາປີ 2024 ແຜນການປີ 2025, ບົດລາຍງານ ການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025, ບົດລາຍງານຜົນການກວດສອບ ປະຈໍາປີ 2023 ຂອງອົງການກວດສອບ ປະຈໍາພາກກາງ, ບົດລາຍງານ ການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຂອງອົງການກວດກາລັດແຂວງວຽງຈັນ, ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຂອງອົງການໄອຍະການປະຊາຊົນແຂວງວຽງຈັນ, ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຂອງສານປະຊາຊົນແຂວງວຽງຈັນ, ບົດລາຍງານ ການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຂອງສະພາປະຊາຊົນແຂວງວຽງຈັນ, ພິຈາລະນາ, ຮັບຮອງເອົານິຕິກໍາໃຕ້ກົດໝາຍ ຈໍານວນ 1 ສະບັບ ຄື: ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍ ການຄຸ້ມຄອງການເກັບມ້ຽນຂີ້ເຫຍື້ອຢູ່ແຂວງວຽງຈັນ.
ພ້ອມນີ້ທ່ານໄດ້ຮຽກຮ້ອງມາຍັງບັນດາທ່ານສະມາຊິກສະພາປະຊາຊົນແຂວງ ຈົ່ງໄດ້ໃຊ້ສິດປະຊາທິປະໄຕ ແລະ ເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນໃນການຄົ້ນຄວ້າປະກອບຄໍາເຫັນ ຕໍ່ທຸກບັນຫາ ແລະ ເນື້ອໃນ ທີ່ນຳມາພິຈາລະນາ, ຮັບຮອງໃນຄັ້ງນີ້ ຢ່າງຖີ່ຖ້ວນ, ສ້າງສັນ, ພາວະວິໄສ, ມີເຫດຜົນ, ເລິກເຊິ່ງ ແລະ ມີຄວາມເປັນເອກະພາບ ບົນພື້ນຖານເເນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ສະພາບຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມ ຂອງແຂວງ, ສາມາດນໍາໄປຈັດຕັ້ງປະຕິບັດ ເປັນຮູບປະທໍາຢ່າງແທ້ຈິງ.
ທີ່ມາ: ແຂວງວຽງຈັນໂພສ໌