ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະພາປະຊາຊົນແຂວງສະຫຼຸບຕີລາຄາຜົນສໍາເລັດການກະກຽມ ແລະ ດໍາເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 7 ແລະ ທິດທາງແຜນການກະກຽມກອງປະຊຸມສະໄໝສາມັນ ເທື່ອທີ 08 ຂອງສະພາປະຊາຊົນແຂວງ ຊຸດທີ II

Nov 11, 2024

ໃນຕອນເຊົ້າວັນທີ 11 ພະຈິກ 2024 ທີ່ຫ້ອງປະຊຸມຊັ້ນ 4 ຫ້ອງວ່າການປົກຄອງແຂວງສະຫວັນນະເຂດ ຄະນະປະຈໍາສະພາປະຊາຊົນແຂວງ ຮ່ວມກັບອົງການປົກຄອງແຂວງໄດ້ ສະຫຼຸບຕີລາຄາຜົນສໍາເລັດການກະກຽມ ແລະ ດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 7 ແລະ ທິດທາງແຜນການກະກຽມກອງປະຊຸມສະໄໝສາມັນ ເທື່ອທີ 08 ຂອງສະພາປະຊາຊົນແຂວງ ຊຸດທີ II ແລະ ການກະກຽມດໍາເນີນກອງປະຊຸມຄົບຄະນະປະຈຳປີ 2024 ຂອງຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງສະຫວັນນະເຂດ, ທ່ານ ກົງແກ້ວ ມີວໍລະຈັກ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີຄະນະປະຈຳພັກແຂວງ, ຄະນະປະຈຳສະພາປະຊາຊົນແຂວງ ສະມາຊິກສະພາປະຊາຊົນແຂວງ, ມີບັນດາຫົວໜ້າພະແນກການ, ຮອງຫົວໜ້າພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.
ທ່ານ ຂັນທອງ ຮອງເລຂາທິການ ສະພາປະຊາຊົນແຂວງກໍໄດ້ຜ່ານບົດສະຫຼຸບຕີລາຄາການກະກຽມ ແລະ ດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 07 ຂອງສະພາປະຊາຊົນແຂວງ ຊຸດທີ II ວ່າ: ຄະນະປະຈຳສະພາປະຊາຊົນແຂວງ ແລະ ອົງການປົກຄອງແຂວງ ໄດ້ເຮັດໜ້າທີ່ນໍາພາ-ຊີ້ນຳ ບັນດາຄະນະກຳມະການ, ຄະນະເລຂາທິການ ແລະ ພະແນກການ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ຢ່າງຕໍ່ເນື່ອງ, ແຜນການກະກຽມ ແລະ ດຳເນີນກອງປະຊຸມ ໂດຍໄດ້ມີການແບ່ງໜ້າທີ່ຮັບຜິດຊອບກັນຢ່າງລະອຽດພ້ອມກັນນັ້ນ ຄະນະປະຈຳສະພາປະຊາຊົນແຂວງໄດ້ເປີດ ກອງປະຊຸມປຶກສາຫາລື ຮ່ວມກັບ ອົງການປົກຄອງແຂວງ, ອົງການກວດສອບ ປະຈຳພາກກາງ, ອົງການກວດກາລັດ ແຂວງ, ອົງການໄອຍະການປະຊາຊົນແຂວງ, ສານປະຊາຊົນແຂວງ ເພື່ອກະກຽມຄວາມພ້ອມໃນດ້ານຕ່າງໆ, ການດໍາເນີນກອງປະຊຸມແມ່ນໄດ້ໄຂຂຶ້ນຢ່າງເປັນທາງການ ທີ່ຫໍວັດທະນະທໍໄກສອນພົມວິຫານ ແລະ ຈະໄດ້ດຳເນີນເປັນເວລາ 04 ວັນໂດຍໄດ້ຮັບຟັງການລາຍງານ ແລະ ພິຈາລະນາ, ຮັບຮອງ ຕາມເນື້ອໃນແຕ່ລະວາລະ, ເຊິ່ງມີບັນດາທ່ານ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ປະກອບຄຳເຫັນທັງໝົດ 60 ເທື່ອຄົນ, ຍິງ 12 ເທື່ອຄົນ, ຊັກຖາມກັບທີ່ມີ 23 ເທື່ອຄົນ, ຍິງ 01 ເທື່ອຄົນ ແລະ ໄດ້ມີຜູ້ມີສິດເລືອກຕັ້ງໂທເຂົ້າສາຍດ່ວນ ໃນໄລຍະດໍາເນີນກອງປະຊຸມ ທັງໝົດມີ 15 ສາຍ, ມີ 09 ເລື່ອງ. ຕໍ່ກັບແຜນການສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍ ຕາມມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາແຜນການສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍ ໃນໄລຍະ 04 ປີ (2022-2025) ຂອງອົງການປົກຄອງແຂວງ ມີທັງໝົດ 16 ສະບັບ ໃນນີ້, ສ້າງໃໝ່ 13 ສະບັບ ແລະ ປັບປຸງ 03 ສະບັບ. ຊຶ່ງໃນກອງປະຊຸມສະໄໝສາມັນ ເທື່ອທີ 07 ຜ່ານມານີ້ ຮັບຮອງໄດ້ 02 ສະບັບ, ມາຮອດປະຈຸບັນເຫັນວ່າ ສາມາດນໍາເຂົ້າພິຈາລະນາຮັບຮອງໄດ້ພຽງແຕ່ 06 ສະບັບ ເທົ່າກັບ 37,5 % ຂອງ ແຜນການສ້າງທັງພັດ ເພື່ອໃຫ້ບັນລຸຕາມແຜນການສ້າງສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງໄດ້ເອົາໃຈໃສ່ຕື່ມ,ສາຍດ່ວນ ທີ່ຜູ້ມີສິດເລືອກຕັ້ງໂທເຂົ້າມາໃນໄລຍະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 07 ຂອງສະພາປະຊາຊົນແຂວງ ຊຸດທີ 11 ມີທັງໝົດ 15 ສາຍ, ມີ 10 ເລື່ອງ ປະກອບມີ ຂົງເຂດເສດຖະກິດ, ຍັງເຂດ ວັດທະນະທໍາ-ສັງຄົມ, ຂົງເຂດຕຸລາການ ແລະ ຂົງເຂດ ປກຊ-ປກສ, ບັນຫາທີ່ຜູ້ມີສິດເລືອກຕັ້ງໃຫ້ດວາມສົນໃຈ ຫຼາຍ ເປັນຕົ້ນ: ການສະເໜີສູນການຟອກໄຕ, ການແລກປ່ຽນເງິນຕາຊະຊາຍ ແລະ ປະກົດການຫຍໍ້ທໍ້ເກີດຂື້ນໃນ ສັງຄົມ, ມາຮອດປະຈຸບັນນີ້ ສາຍດ່ວນທີ່ຍັງບໍ່ທັນໄດ້ຮັບການຊີ້ແຈງ ມີ: ປກສ 01 ຄໍາສະເໜີ, ພະແນກໂຍທາທິການ ແລະ ຂົນສົ່ງ 01 ຄໍາສະເໜີ ແລະ ພະແນກສາທາລະນະສຸກ 03 ຄໍາສະເໜີ.
ພ້ອມນີ້ກໍໄດ້ຜ່ານແຜນການກະກຽມ ແລະ ດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 08 ຂອງສະພາປະຊາຊົນແຂວງ ຊຸດທີ II ລະຫວ່າງ ຄັ້ງວັນທີ 24 ຫາ 27 ທັນວາ 2024 ຕື່ມອີກ.
ຈາກນັ້ນປະທານກອງປະຊຸມກໍໄດ້ມີຄໍາເຫັນເຈາະຈີ້ມຕື່ມອີກເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດຄໍາເຫັນເຊິ່ງກັນ ແລະ ກັນ.