ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະພາປະຊາຊົນ ນວ ຕ້ອນຮັບຄະນະ ສະພາຜູ້ແທນປະຊາຊົນ ແຂວງຊານຊີ ສປ ຈີນ

Nov 25, 2024

ສະພາປະຊາຊົນ ນວ ຕ້ອນຮັບຄະນະ ສະພາຜູ້ແທນປະຊາຊົນ ແຂວງຊານຊີ ສປ ຈີນ
ເມື່ອບໍ່ດົນມານີ້, ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ທ່ານ ອານຸພາບ ຕຸນາລົມ ເລຂາຄະນະພັກ ນະຄອນຫຼວງວຽງຈັນ, ປະທານສະພາປະຊາຊົນ ນະຄອນ ຫຼວງວຽງຈັນ ໄດ້ຕ້ອນຮັບການເຂົ້າຢ້ຽມຄໍານັບຂອງ ທ່ານ ເຫີ ທຽນຊາຍ ຮອງປະ ທານສະພາຜູ້ແທນປະຊາຊົນ ແຂວງຊານຊີ ສປ ຈີນ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ນະຄອນຫຼວງວຽງຈັນ.
ໂອກາດດັ່ງກ່າວ, ທ່ານ ອານຸພາບ ຕຸນາລົມ ໄດ້ກ່າວຕ້ອນຮັບຕໍ່ທ່ານ ເຫີ ທຽນຊາຍພ້ອມຄະນະທີ່ໄດ້ເດີນທາງມາຢ້ຽມຢາມສປປລາວໃນຄັ້ງນີ້ ພ້ອມທັງແຈ້ງໃຫ້ບັນ ດາຜູ້ແທນຊາບວ່າ ປະຈຸບັນແມ່ນຢູ່ໃນໄລຍະການເປີດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດລາວຊຸດທີ IX ເຊິ່ງຈະໄດ້ພິຈາລະນາ ຮອງຮັບ ແລະ ປະກອບຄໍາເຫັນຕໍ່ຫຼາຍ ບັນຫາພື້ນຖານສໍາຄັນພື້ນຖານຂອງຊາດ. ສໍາລັບສະພາປະຊາ ຊົນ ນະຄອນຫຼວງວຽງຈັນ ກໍ່ມີແຜນຈະດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II (ໃນວັນທີ 16-24 ທັນວາ 2024).
ພ້ອມກັນນັ້ນ, ທັງສອງສະພາຍັງໄດ້ຕີລາຄາວ່າການພົບປະກັນເປັນຈຸດເລີ່ມຕົ້ນທີ່ດີ ແລະເຫັນຄວນເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ແຫ່ງ ສປປ ລາວ ແລະ ສະພາຜູ້ແທນປະຊາຊົນ ແຂວງຊານຊີ ສປ ຈີນ ສືບຕໍ່ເພິ່ມທະວີການປະສານສົມທົບ ແລະ ແລກປ່ຽນບົດຮຽນໃນດ້ານຕ່າງໆໃນຕໍ່ໜ້າໃຫ້ຫຼາຍຂື້ນ.
ທີ່ມາ: ວຽງຈັນໃຫມ່