ວັນທີ 19 ກັນຍາ 2024 ທີ່ຫ້ອງວ່າການປົກຄອງ ນະຄອນຫຼວງວຽງຈັນ (ນວ) ທ່ານ ນາງ ລໍາພອຍ ສີອັກຄະຈັນ ກຳມະການປະຈຳພັກ ນະຄອນຫຼວງ ຮອງປະທານ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຕ້ອນຮັບ ທ່ານ ຟາມ ທັ່ນ ກ່ຽນ ຄະນະປະຈຳພັກ ຮອງປະທານ ສະພາປະຊາຊົນ ນະຄອນໂຮ່ຈິມິງ ສສ ຫວຽດນາມ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ກັບສະພາປະຊາຊົນ ນວ ໂອກາດທີ່ ທ່ານ ຟາມ ທັ່ນ ກ່ຽນ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຂົ້າຮ່ວມກອງປະຊຸມເວທີເຈົ້າຄອງ ນະຄອນອາຊຽນ ປີ 2024 ຢູ່ ນວ ໃນລະຫວ່າງວັນທີ 17-20 ກັນຍາ 2024.
ທ່ານ ນາງ ລຳພອຍ ສີອັກຄະຈັນ ໄດ້ສະເແດງຄວາມຍິນດີຕ້ອນຮັບ ພ້ອມທັງຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມຄັ້ງນີ້ຂອງທ່ານ ຟາມ ທັ່ນ ກ່ຽນ ພ້ອມດ້ວຍຄະນະ ເຊິ່ງໄດ້ຖືໂອກາດນີ້ ເພື່ອພົບປະ ແລະ ເຮັດວຽກຮ່ວມກັນ ໂດຍຄະນະຜູ້ແທນທັງສອງຝ່າຍໄດ້ມີການຢື້ຢາມຖາມຂ່າວ ແລະ ແລກປ່ຽນຂໍ້ມູນນຳກັນ ເພື່ອເປັນການເພີ່ມທະວີສາຍພົວພັນຮ່ວມມືກັນໃນຕໍ່ໜ້າ ກໍ່ຄືການຮ່ວມມືກັນສືບຕໍ່ຈັດຕັ້ງຜັນຂະຫຍາຍ ບົດບັນທຶກການຮ່ວມມື MOC ລະຫວ່າງ ສະພາປະຊາຊົນ ນວ ແລະ ສະພາປະຊາຊົນ ນະຄອນໂຮ່ຈິມິງ ໃນໄລຍະປີ 2024-2026 ທີ່ໄດ້ສຳເລັດການລົງນາມຮ່ວມກັນ ໃນເດືອນເມສາ 2024 ຜ່ານມາ ໃຫ້ປະກົດຜົນເປັນຈິງ ເພື່ອສືບຕໍ່ສ້າງສາຍພົວພັນຮ່ວມມືື ພາຍໃຕ້ການຊີ້ນຳ-ນຳພາຂອງສອງພັກ-ສອງລັດ ກໍຄືອົງຄະນະພັກ ນະຄອນໂຮ່ຈິມິງ ແລະ ອົງຄະນະພັກ ນວ ເພື່ອເຮັດໃຫ້ວຽກງານຂອງສອງສະພາປະຊາຊົນ ໃນຖານະທີ່ເປັນອົງການນິຕິບັນຍັດຂັ້ນທ້ອງຖິ່ນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ແລະ ລົງເລິກຂຶ້ນຫຼາຍກວ່າເກົ່າ.
ທ່ານ ຟາມ ທັ່ນ ກ່ຽນ ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ນາງ ລຳພອຍ ສີອັກຄະຈັນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ເຫັນດີເປັນເອກະພາບລົງເລິກການຈັດຕັ້ງປະຕິບັດ ບົດບັນທຶກການຮ່ວມມື MOC ທີ່ໄດ້ລົງນາມຮ່ວມກັນຜ່ານມາ ເຊິ່ງທ່ານຍັງສະເໜີທິດທາງຮ່ວມມືໃນຕໍ່ໜ້າ ຂອງສອງສະພາປະຊົນ ຈະບໍ່ພຽງແຕ່ແລກປ່ຽນຄະນະຜູ້ແທນຮ່ວມກັນ ແຕ່ບັນ ດາຄະນະກຳມະການ ຄະນະເລຂາທິການ ຂອງສອງສະພາປະຊາຊົນ ຈະໄດ້ລົງເລິກພົວພັນໃນຂົງເຂດວຽກງານຂອງຕົນ ໃຫ້ສະໜິດແໜ້ນຫຼາຍຂື້ນ ໂດຍສະເພາະ ການແລກປ່ຽນບົດຮຽນທີ່ກ່ຽວຂ້ອງນຳກັນ ເປັນຕົ້ນ: ຍົກສູງບົດຮຽນການຕິດຕາມກວດກາ ບົດ ຮຽນການອອກນິຕິກຳຕ່າງໆ ຮັບໃຊ້ໃຫ້ແກ່ຂົງເຂດວຽກງານຂອງສະພາປະຊາຊົນ.





