ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະພາປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຮັບອຸປະກອນໄອທີ

Oct 28, 2024

ເມື່ອບໍ່ດົນມານີ້, ທີ່ຫ້ອງວ່າການປົກຄອງ ນະຄອນຫຼວງ ວຽງຈັນ ໄດ້ມີພິທີມອບ-ຮັບ ອຸປະກອນໄອທີ ທີ່ໄດ້ຮັບການສະ ໜັບສະໜູນຈາກໂຄງການຊ່ວຍເຫຼືອ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອມອບ ໃຫ້ແກ່ສະພາປະຊາຊົນ ນະຄອນຫຼວງວຽງຈັນ.
ຕາງໜ້າມອບໂດຍ ທ່ານ ປອ ບຸນທັນ ບຸນວິໄລ ຮອງເລຂາ ທິການສະພາແຫ່ງຊາດ ແລະ ຮັບໂດຍ ທ່ານ ນາງ ລຳພອຍ ສີອັກຄະຈັນ ຮອງປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ.
ທ່ານ ນະຄະເສນ ສີຫາລາດ ເລຂາທິການ ສະພາປະຊາຊົນ ໄດ້ກ່າວຈຸດປະສົງ ພ້ອມທັງລາຍງານ ແຜນການຈັດສັນອຸປະກອນໄອທີ ທີ່ສະພາປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຮັບການ ຊ່ວຍເຫຼືອທັງໝົດຄື: ອຸປະກອນ ແທັບເລັດ (Tablet) ຍີ່ຫໍ້ຊໍາຊຸງ ຈໍານວນ 31 ໜ່ວຍ ຄອມພິວເຕີຕັ້ງໂຕະ Desktop PC ຈໍານວນ 10 ຊຸດ ຄອມພິວເຕີ ໂນດບຸກ Notebook ຈໍານວນ 6 ໜ່ວຍ ກ້ອງບັນທຶກວີດີໂອ ຈໍານວນ 2 ໜ່ວຍ ເຊິ່ງອຸປະກອນທັງໝົດ ສະພາປະຊາຊົນ ນະ ຄອນຫຼວງວຽງຈັນ ໄດ້ຂຶ້ນແຜນຈັດສັນການນໍາໃຊ້ອຸປະກອນ ຕາມຄໍາແນະນໍາຂອງໂຄງການຊ່ວຍ ເຫຼືອ ກໍ່ຄືຂອງສະພາແຫ່ງຊາດ ເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານ ຂອງສະພາປະຊາຊົນ ນະຄອນຫຼວງ ແລະ ຄະນະສະມາ ຊິກ ສະພາປະຊາ ຊົນ ນະຄອນຫຼວງ ປະຈຳເຂດເລືອກຕັ້ງເມືອງ 9 ເມືອງ ທົ່ວນະຄອນຫຼວງວຽງຈັນ ເພື່ອນຳໃຊ້ເຂົ້າໃນການເຄື່ອນ ໄຫວວຽກງານ ໃຫ້ເກີດຜົນປະໂຫຍດສູງສຸດ.