ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະພາປະຊາຊົນ ແຂວງອັດຕະປື ໄຂກອງປະຊຸມສະໄໝສາມັນ ເທື່ອທີ 8

Jan 23, 2025

ກອງປະຊຸມສະໄມສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງອັດຕະປື ຊຸດທີ II ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 23 ມັງກອນ 2025 ທີ່ສະໂມສອນສະພາປະຊາຊົນແຂວງ, ໂດຍການເປັນປະທານຂອງ ທ່ານ ນາງ ມີນາພອນ ໄຊສົມພູ ປະທານສະພາປະຊາຊົນ ແຂວງອັດຕະປື, ມີທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື, ມີບັນດາທ່ານການນໍາພັກ-ລັດຂອງແຂວງ, ບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17 ແລະ ສະມາຊິກສະພາປະຊາຊົນແຂວງ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ທ່ານ ນາງ ມີນາພອນ ໄຊສົມພູ ປະທານສະພາປະຊາຊົນແຂວງ ໄດ້ກ່າວໄຂກອງປະຊຸມວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງ ຊຸດທີ II ຄັ້ງນີ້, ຈະໄດ້ຄົ້ນຄວ້າ ແລະ ພິຈາລະນາຮັບຮອງບັນດາເນື້ອໃນທີ່ສໍາຄັນຂອງທ້ອງຖີ່ນ ຄື: ຮັບຟັງບົດລາຍງານຂອງທ່ານເຈົ້າແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2024 ແລະ ທິດທາງແຜນການ 2025, ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ແຜນການລົງທຶນຂອງລັດ ປີ 2025, ແຜນຈັດສັນງົບປະມານແຫ່ງລັດ ໃຫ້ບັນດາພະແນກການ, ອົງການທຽບເທົ່າພະແນກຂັ້ນແຂວງ ໃນປີ 2025, ສະເໜີຂໍດັດແກ້ງົບປະມານແຫ່ງລັດ ປີ 2024 ແລະ ການຈັດຕັ້ງປະຕິບັດວຽກງານ 3 ສ້າງ, ຮັບຟັງບົດລາຍງານຂອງພະແນກກແຜນການ ແລະ ການລົງທຶນ ກ່ຽວກັບການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ ປີ 2024 ແລະ ແຜນການຈັດສັນໂຄງການລົງທຶນ ປີ 2025, ຮັບຟັງການງານກ່ຽວກັບການຈັດສັນງົບປະມານ ປີ 2025 ແລະ ການຫັນເປັນທັນສະໄໝໃນການຈັດເກັບລາຍຮັບເຂົ້າງົບປະມານ ແລະ ການແບ່ງຂັ້ນຄຸ້ມຄອງ, ຮັບຟັງການລາຍງານກ່ຽວກັບການຊຸກຍູ້, ການຕິດຕາມກວດກາການແກ້ໄຂບັນຫາຂໍ້ຂັດແຍ່ງທີ່ດີນ, ການບຸກລຸກຊັບພະຍາກອນປ່າໄມ້ ແລະການແກ້ໄຂບັນຫາການສໍ້ລາດບັງຫຼວງ ປີ 2024 ແລະ ທິດທາງ 2025, ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ບົດລາຍງານຂອງອົງການກວດສອບພາກໃຕ້ ກ່ຽວກັບການຈັດຕັ້ງປະຕິບັດວຽກງານປີ 2024 ແລະ ທິດທາງແຜນການປີ 2025, ລາຍງານຜົນການກວດກາຕາມຜົນການກວດສອບຄືນການແກ້ໄຂຜົນການກວດສອບ ແລະ ຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັງປະຕິບັດງົບປະມານຂອງແຂວງ ປະຈໍາປີ 2023, ບົດລາຍງານຂອງອົງການກວດກາລັດແຂວງ ກ່ຽວກັບການຈັດຕັງປະຕິບັດວຽກງານ ປີ 2024 ແລະ ທິດທາງແຜນການປີ 2025, ລາຍງງານຜົນການກວດກາ ຕາມຜົນການກວດສອບຮອດປີ 2022 ແລະ ວຽກງານຕ້ານການສໍ້ລາດບັງຫຼວງ, ບົດລາຍງານຂອງອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານປີ 2024 ແລະ ທິດທາງແຜນການ ປີ 2025, ບົດລາຍງານຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ຊຸດທີ II ກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ປີ 2024 ແລະ ທິດທາງແຜນການປີ 2025 ແລະ ຈະໄດ້ຮັບຟັງການລາຍງານຜົນຂອງການພິຈາລະນາ ຮັບຮອງເອົາການສະເໜີແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕໍາແໜ່ງ ພະນັກງານນໍາພາ-ຄຸ້ມຄອງຂອງແຂວງ.
ຕາມວາລະຂອງກອງປະຊຸມຈະໄດ້ດໍາເນີນເປັນເວລາ 3 ວັນ ໃນລະຫວ່າງການດຳເນີນກອງປະຊຸມ ຍັງຈະໄດ້ຮັບຟັງການຊີ້ແຈງເພີ້ມເຕີມຕໍ່ຄໍາຊັກຖາມຂອງຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາປະຊາຊົນແຂວງ ທີ່ເປັນບັນຫາພົ້ນເດັ່ນ ຈາກພະແນກການອ້ອມຂ້າງ ແລະ ໃນໄລຍະດໍາເນີນກອງປະຊຸມ ຄະນະເລຂາທິການສະພາປະຊາຊົນແຂວງ ໄດ້ຈັດຕັ້ງໜ່ວຍງານຮັບຜິດ ຊອບໂທລະສັບສາຍດ່ວນ 036 156 ເພື່ອຮັບເອົາຄໍາຄິດ, ຄໍາເຫັນ ແລະ ຄໍາສະເໜີໂດຍກົງຈາກປະຊາຊົນ ແລະ ມີການຖ່າຍທອດສຽງຂອງການດໍາເນີນກອງປະຊຸມຜ່ານວິທະຍຸກະຈາຍສຽງຂອງແຂວງນໍາອີກ.
ທັງນີ້ ກໍເພື່ອເຮັດໃຫ້ການດໍາເນີນກອງປະຊຸມໃນຄັ້ງນີ້ ເຕັມໄປດ້ວຍບັນຍາກາດ ການມີສ່ວນຮ່ວມ ແລະ ມີປະຊາທິປະໄຕຢ່າງກວ້າງຂວາງ, ປະກອບສ່ວນເຂົ້າໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາປະຊາຊົນແຂວງ ກໍຄືອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນບັນດາເຜົ່າຊາວແຂວງ ອັດຕະປື ໃຫ້ນັບມື້ນັບມີຄວາມເຂັ້ມແຂງ.
ຂ່າວ: ວັດທະນາ