ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະພາປະຊາຊົນ 6 ແຂວງ ຍົກລະດັບການນໍາໃຊ້ລະບົບອິນເຕີເນັດ

Dec 6, 2024

ວັນທີ 4 ທັນວາ 2024 ທີ່ສະພາປະຊາຊົນແຂວງຈໍາປາສັກ, ຄະນະເລຂາທິການສະພາແຫ່ງຊາດ ມອບເຄື່ອງຊ່ວຍເຫລືອໃຫ້ ສະພາປະຊາຊົນແຂວງ ສພຂ ພ້ອມທັງຝຶກອົບຮົມການນໍາໃຊ້ລະບົບອິນເຕີເນັດວາຍຟາຍ ແລະ ເຄື່ອງອຸປະກອນໄອທີໃຫ້ສະພາປະຊາຊົນ ແຂວງບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະ ວັນ, ເຊກອງ ແລະ ແຂວງອັດຕະປື ໂດຍການກ່າວມອບ ແລະ ເປັນປະທານຝຶກອົບຮົມຂອງ ທ່ານ ອາຄົມ ປຣະເສີດ ຮອງເລຂາທິການສະພາແຫ່ງຊາດ.
ຈຸດປະສົງເພື່ອຕິດຕາມ, ກວດກາການນໍາໃຊ້ລະບົບອິນເຕີເນັດວາຍຟາຍ ແລະ ເຄື່ອງມືໄອຊີທີ ພາຍຫລັງຕິດຕັ້ງດ້ານເຕັກນິກສໍາເລັດ ທັງເປັນການເກັບກຳຜົນຂອງການນໍາໃຊ້ ແລະ ບັນດາຂໍ້ສະ ເໜີ ເພື່ອລາຍງານຕໍ່ຜູ້ໃຫ້ທຶນຮັບຊາບ ເຖິງຜົນສໍາເລັດເບື້ອງຕົ້ນ ແລະ ເປັນບ່ອນອີງໃນການຂຶ້ນແຜນວຽກການຊ່ວຍເຫລືອ ແລະ ແຜນງົບປະມານຮັບໃຊ້ ແກ່ການຫັນເປັນທັນສະໄໝຢູ່ບັນດາສະ ພາປະຊາຊົນຂັ້ນແຂວງ.
ພ້ອມນັ້ນ, ຍັງເປັນການລະດົມຂົນຂວາຍການຊ່ວຍເຫລືອ ເຂົ້າໃນວຽກງານດັ່ງກ່າວ ໃຫ້ຕໍ່ເນື່ອງ ແລະ ສອດຄ່ອງກັບບຸລິມະ ສິດຂອງ ສພຂ ແລະ ຕອບສະໜອງໄດ້ການເຜີຍແຜ່ຂໍ້ມູນຂ່າວ ສານກ່ຽວກັບຜົນງານການເຄື່ອນໄຫວຂອງຕົນ ໃຫ້ປະຊາຊົນບັນ ດາເຜົ່າຊາບ.
ການຝຶກອົບຮົມຄັ້ງນີ້, ນັກສຳມະນາກອນ ໄດ້ຮັບຟັງພາບລວມຂອງການນຳໃຊ້ໄອຊີທີ ໃນລັດຖະສະພາສາກົນ ໂດຍສະເພາະ ບົດຮຽນທີ່ດີ, ບາງຄໍາແນະນໍາ ແລະ ການນຳໃຊ້ໄອຊີທີຢ່າງມີປະ ສິດທິພາບ, ພາບລວມບັນດາບົດຮຽນຂອງຕ່າງປະເທດ ແລະ ແນວໂນ້ມໃນປັດຈຸບັນ, ຜົນສໍາເລັດທີ່ຜ່ານມາ ບົດຮຽນຈາກລັດ ຖະສະພາແບບເອເລັກໂຕຣນິກ ແລະ ບົດລາຍງານລັດຖະສະພາໂລກ, ບົດລາຍງານຜົນສໍາເລັດຂອງກອງປະຊຸມນະວັດຕະກຳ ຄັ້ງທີ 1 ທີ່ຈັດຂຶ້ນໃນເດືອນພຶດສະພາຜ່ານມາ ແລະ ການນຳໃຊ້ໄອຊີທີໃນການກະກຽມເນື້ອໃນສື່.
ຂ່າວ: ວິນັດ ສີສຸລາດ