ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະພາແຫ່ງຊາດລາວ-ການາດາ ເສີມຂະຫຍາຍການຮ່ວມມືສອງຝ່າຍ

Oct 18, 2024

ວັນທີ 18 ຕຸລາ 2024 ທີ່ຫໍປະຊຸມແຫ່ງຊາດ ທ່ານ ລີເບີ ລີບົວປາວ ປະທານກໍາມາທິການ ການເງິນ ແລະ ການກວດສອບ ປະທານ ຄະນະມິດຕະພາບ ລັດຖະສະພາ ລາວ-ການາດາ ສະພາ ແຫ່ງຊາດລາວ ພົບປະ ທ່ານ Yeua Pua woo ສະມາຊິກວຸດ ທິສະພາລັດຖະສະພາ ການາດາ ພ້ອມດ້ວຍຄະນະ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະ ຫວ່າງຊາດອາຊຽນ ທີ່ ສປປ ລາວ ເປັນເຈົ້າພາບ.
ໃນໂອກາດດັ່ງກ່າວ ທ່ານ ລີເບີ ລີບົວປາວ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ຄໍາເວົ້າອັນຈົບງາມຂອງ ທ່ານ Yeua Pua Woo ສະມາ ຊິກວຸດທິສະພາ ແຫ່ງ ການາດາ ທີ່ມີຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດລາວ-ການາດາ ແລະ ສອງ ອົງການນິຕິບັນຍັດຂອງພວກເຮົາ ທັງເປັນການສະໜັບ ສະໜູນ ແລະ ໃຫ້ກໍາລັງໃຈແກ່ສະພາ ແຫ່ງຊາດລາວ ພວກຂ້າພະເຈົ້າ ເຮັດສໍາເລັດພັນທະສາກົນ ໃນການເປັນປະທານ ໄອປາ ກໍຄື ເປັນເຈົ້າພາບກອງປະຊຸມໃຫຍ່ ໄອປາ ຄັ້ງທີ 45 ຢູ່ ສປປ ລາວ ໃນຄັ້ງນີ້ ໃຫ້ສໍາເລັດຜົນຢ່າງຈົບງາມ.
ທ່ານຍັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງສອງປະເທດ ລາວ ແລະ ການາດາ ຊຶ່ງໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນ ທີ 15 ມິຖຸນາ 1974 ຊຶ່ງມາຮອດປີນີ້ ຄົບຮອບ 50 ປີ (1974-2024) ໃນຕະຫຼອດໄລຍະ 5 ທົດສະວັດຜ່ານ ມາ ການພົວພັນຮ່ວມມື ລະຫວ່າງ 2 ປະເທດ ໄດ້ຮັບການພັດທະ ນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ເຊິ່ງສະແດງອອກໃນການ ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ ນຳກັນຫວ່າງບໍ່ດົນມານີ້ ທ່ານ ຈັສຕິນ ທຣູໂດ (Justin Trudeau) ນາຍົກລັດຖະມົນຕີ ແຫ່ງ ການາດາ ກໍໄດ້ເຂົ້າຮ່ວມກອງປະຊຸມ ສຸດຍອດສະໄໝພິເສດອາຊຽນ-ການາດາ ແລະ ກອງປະຊຸມປິ່ນອ້ອມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ທີ່ ສປປ ລາວ ເປັນເຈົ້າພາບ ສອງຝ່າຍໄດ້ຮ່ວມມືດ້ານເສດຖະກິດ- ການ ຄ້າ ໃນໄລຍະ 5 ປີ 2019-2023 ມູນຄ່າການຄ້າຂອງສອງຝ່າຍ ລາວ-ການາດາ ບັນລຸໄດ້ 141.486.316 ລ້ານໂດລາສະຫະລັດ ມູນຄ່າການລົງທຶນຂອງ ການາດາ ຢູ່ ສປປ ລາວ ມີຈຳນວນ 65.808.000 ໂດລາສະຫະລັດ.
ນອກຈາກນີ້ ການາດາ ຍັງໃຫ້ການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ, ການສຶກສາ, ສາທາລະນະສຸກ ແລະ ການ ແກ້ໄຂລະເບີດທີ່ຍັງບໍ່ທັນແຕກ (UXO).
ສໍາລັບສະພາແຫ່ງຊາດ ລາວ ແລະ ລັດຖະສະພາ ການາດາ ໄດ້ມີການພົວພັນ ແລະ ຮ່ວມມືທີ່ດີນໍາກັນເຖິງແມ່ນວ່າການແລກ ປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ ຍັງບໍ່ຫຼາຍ ແຕ່ໄດ້ມີ ການແລກປ່ຽນ ຂໍ້ມູນຂ່າວສານ, ສົງສານອວຍພອນສານຊົມ ເຊີຍໃນໂອກາດວັນສຳຄັນ ຕ່າງໆ ພ້ອມທັງມີການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ເປັນຕົ້ນ AIPA IPU APPF ແລະ ອົງການອື່ນໆ.