ສະພາແຫ່ງຊາດລາວ ຈະເປັນເຈົ້າພາບຈັດກອງປະຊຸມສະມັດຊາໃຫຍ່ລັດຖະສະ ພາລະຫວ່າງຊາດອາຊຽນ ຫລື AIPA ຄັ້ງທີ 45 ລະຫວ່າງວັນທີ 17-23 ຕຸລາ 2024 ທີ່ນະຄອນຫຼວງວຽງຈັນ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ແຜນແມ່ບົດພາຍໃຕ້ 3ເສົາຄໍ້າປະຊາຄົມອາຊຽນ ກໍຄືແຜນແມ່ບົດວ່າດ້ວຍການເຊື່ອມຈອດ 2045 ແລະ ແຜນປະຕິບັດງານວ່າດ້ວຍການເຊື່ອມໂຍງອາຊຽນໃຫ້ປະກົດຜົນເປັນຈິງ.
ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໃຫ້ສໍາພາດວ່າ: ກອງປະຊຸມໄອປາຄັ້ງນີ້ ເປັນກອງປະຊຸມທີ່ມີຄວາມໝາຍ ແລະ ຄວາມສຳຄັນຫຼາຍ ສຳລັບ ສປປ ລາວ ເວົ້າລວມ, ເວົ້າສະເພາະ ອົງການນິຕິບັນຍັດຂອງພວກເຮົາ ເພາະຈະເປັນໂອກາດທີ່ດີໃຫ້ແກ່ບັນດາຜູ້ແທນຈາກບັນດາລັດຖະສະພາໃນປະເທດອາຊຽນ ທີ່ເປັນສະມາຊິກໄອປາ, ລັດຖະສະພາປະເທດສັງເກດການ ແລະ ຄູ່ຮ່ວມພັດທະນາຂອງ AIPA ໄດ້ແລກປ່ຽນຄໍາຄິດຄໍາເຫັນ ແລະທັດສະນະຂອງຕົນຢ່າງກົງໄປກົງມາຕໍ່ບັນຫາຕ່າງໆທີ່ພວກເຮົາພວມປະເຊີນຢູ່ ເພື່ອພ້ອມກັນຊອກຫາວິທີທາງໃນການຮັບມື ແລະ ແກ້ໄຂບັນຫາສິ່ງທ້າທາຍຕ່າງໆ ໃນພາກພື້ນ ແລະ ໃນໂລກ, ທັງເປັນການຊຸກຍູ້ການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ແຜນແມ່ບົດພາຍໃຕ້ 3ເສົາຄໍ້າປະຊາຄົມອາຊຽນ ກໍຄືແຜນແມ່ບົດວ່າດ້ວຍການເຊື່ອມຈອດ 2045 ແລະ ແຜນປະຕິບັດງານ ວ່າດ້ວຍການເຊື່ອມໂຍງອາຊຽນ ໃຫ້ປະກົດຜົນເປັນຈິງ, ທັງເປັນການປະກອບສ່ວນເຂົ້າໃນການເສີມສ້າງສັນຕິພາບ, ສະຖຽນລະພາບ, ການຮ່ວມມືເພື່ອການພັດທະນາແບບຍືນຍົງໃນພາກພື້ນ ນໍາເອົາຄວາມສົມບູນພູນສຸກມາສູ່ປະຊາຊົນອາຊຽນຢ່າງທົ່ວເຖິງ ໂດຍບໍ່ປະຖິ້ມໃຜໄວ້ຂ້າງຫຼັງ, ທັງເປັນການຍົກສູງບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ.
ການຈັດກອງປະຊຸມນີ້ ເປັນໂອກາດໂຄສະນາແນວທາງນະໂຍບາຍອັນຖືກຕ້ອງຂອງພັກ-ລັດເຮົາ ໂດຍສະເພາະແນວທາງການຕ່າງປະເທດ, ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະ ນາ, ປະກອບສ່ວນຮັດແໜ້ນສາຍພົວພັນຮ່ວມມື, ຄວາມສາມັກຄີ ລະຫວ່າງ ລັດຖະສະ ພາ ຂອງບັນດາປະເທດສະມາ ຊິກອາຊຽນ, ບັນດາລັດຖະສະພາສັງເກດການ ແລະ ຄູ່ຮ່ວມພັດທະນາ ຂອງ AIPA ເພື່ອຊຸກຍູ້ການເຊື່ອມຈອດ ແລະ ການເຕີບໂຕແບບກວມລວມຂອງອາຊຽນ; ເປັນໂອກາດໃຫ້ບັນດາຜູ້ແທນປະເທດຕ່າງໆໄດ້ມາເຫັນສະພາບຄວາມເປັນຈິງໃນການພັດທະນາເສດຖະກິດ-ສັງຄົມ, ຮີດຮອງປະເພນີ, ວັດທະນະທໍາອັນດີງາມ ຂອງສປປ ລາວ ເປັນໂອກາດໃຫ້ເຂົາເຈົ້າໄດ້ມາເຫັນທ່າ ແຮງດ້ານການທ່ອງທ່ຽວ ດ້ານ ທໍາມະຊາດ, ປະຫວັດສາດ ແລະ ວັດທະນະທໍາຂອງພວກເຮົາໂດຍສະເພາະ ໃນປີ 2024 ເຊິ່ງເປັນປີທ່ອງທ່ຽວ ຂອງ ສປປ ລາວ.
ທ່ານ ນາງ ສູນທອນ ໄຊຍະຈັກ ຍົກໃຫ້ເຫັນຕື່ມວ່າ: ການເປັນເຈົ້າພາບຈັດກອງປະຊຸມສະມັດຊາໃຫ່ຍລັດຖະສະພາລະຫວ່າງຊາດອາຊຽນຄັ້ງທີ 45 ໃນປີນີ້ຈະໄດ້ຮັບຜົນສຳເລັດເປັນຢ່າງດີນັ້ນ ກໍຕໍ່ເມື່ອໄດ້ຮັບການຮ່ວມມື, ຮ່ວມໃຈກັນ, ການມີສ່ວນ ຮ່ວມທີ່ຕັ້ງໜ້າຂອງປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ ໂດຍສະເພາະຊາວນະຄອນຫຼວງວຽງຈັນ ໃນການສ້າງເງື່ອນໄຂອຳນວຍຄວາມສະດວກຕ່າງໆໃນການຕ້ອນຮັບຄະນະຜູ້ແທນກອງປະຊຸມ, ແຂກຕ່າງປະເທດທີ່ເດີນທາງມາເຂົ້າຮ່ວມກອງປະ ຊຸມໃນຄັ້ງນີ້ ດ້ວຍໄມຕີຈິດ, ຄວາມຈິງໃຈ, ມິດຕະພາບ, ຄວາມໂອບອ້ອມອາລີ ແລະ ຮອຍຍິ້ມຕ້ອນ ຮັບແຂກບ້ານແຂກເມືອງ, ສ້າງໃຫ້ມີຄວາມປະທັບໃຈ ແລະ ຄວາມຊົງຈໍາທີ່ດີງາມຂອງແຂກຕໍ່ປະເທດ ແລະ ປະຊາຊົນເຮົາ, ຂໍເຊີນຊວນປະ ຊາຊົນລາວບັນດາເຜົ່າ ຮ່ວມແຮງຮ່ວມໃຈກັນປະກອບສ່ວນເຂົ້າໃນການກະກຽມເປັນເຈົ້າພາບທີ່ດີ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ມີຜົນສໍາເລັດຢ່າງຈົບງາມ.



