ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະພາແຫ່ງຊາດຫວຽດນາມ ຕ້ອງນຳໜ້າໃນການລົງທຶນພື້ນຖານໂຄງລ່າງດີຈີຕອນ

Mar 20, 2025

ສະພາແຫ່ງຊາດຫວຽດນາມ ຕ້ອງນຳໜ້າໃນການລົງທຶນພື້ນຖານໂຄງລ່າງດີຈີຕອນ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ສະພາແຫ່ງຊາດຕ້ອງນຳໜ້າໃນການລົງທຶນພື້ນຖານໂຄງລ່າງດີຈີຕອນ, ນຳໃຊ້ວິທະຍາສາດ, ເຕັກໂນໂລຊີ. ນີ້ແມ່ນຄຳຢືນຢັນຂອງທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ ຫວຽດນາມ ໃນກອງປະຊຸມຫົວຂໍ້ສະເພາະ “ສະພາແຫ່ງຊາດດີຈີຕອນ ແລະ ການນຳໃຊ້ເຕັກໂນໂລຊີປັນຍາປະດິດໃນການຫັນສະພາແຫ່ງຊາດເປັນດີຈີຕອນ” ໂດຍຫ້ອງວ່າການສະພາແຫ່ງຊາດ ຈັດຂຶ້ນໃນວັນທີ 19 ມີນາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ.
ທ່ານ ເຈິ່ນແທັງເໝີ້ນ ສະເໜີໃຫ້ກຳມາທິການປະຈຳສະພາຊົນເຜົ່າ, ບັນດາກຳມາທິການຂອງສະພາແຫ່ງຊາດ, ຫ້ອງວ່າການສະພາແຫ່ງຊາດ ສຸມໃສ່ປະຕິບັດບັນດາເນື້ອໃນ: ພັດທະນາວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດີຈີຕອນແມ່ນປັດໄຈແກ່ນສານ ແລະ ຈຳເປັນ ເພື່ອສ້າງສະພາແຫ່ງຊາດໃຫ້ທັນສະໄໝ, ປະຊາທິປະໄຕ, ໂປ່ງໃສ, ມີຄວາມເປັນມືອາຊີບ, ມີວິທະຍາສາດ ແລະ ມີປະສິດທິຜົນ. ປັນຍາປະດິດຈະກາຍເປັນເຄື່ອງມືໜູນຊ່ວຍທີ່ດີ ຊ່ວຍໃຫ້ສະພາແຫ່ງຊາດພິຈາລະນາ ແລະ ຍົກອອກບັນດາຄຳຕັດສິນລັດຖະນະໂຍບາຍຢ່າງຊັດເຈນ, ຕອບສະໜອງຄວາມຮຽກຮ້ອງຕົວຈິງຢ່າງທັນການ, ຍົກສູງປະສິດທິຜົນການຕິດຕາມ ແລະ ເຊື່ອມຕໍ່ກັບຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນເປັນຢ່າງດີ. ປະຕິບັດບັນດາມະຕິ ແລະ ແຜນຮ່າງທີ່ໄດ້ປະກາດໃຊ້ສຳລັບສະພາແຫ່ງຊາດຢ່າງໄວ, ມີປະສິດທິຜົນ; ບຳລຸງສ້າງ, ປະກອບທັກສະດີຈີຕອນ, ຊ່ວຍໃຫ້ສະມາຊິກສະພາແຫ່ງຊາດ ແລະ ພະນັກງານ, ພາລະກອນ, ລັດຖະກອນຂຶ້ນກັບບັນດາອົງການຂອງສະພາແຫ່ງຊາດ ນຳໃຊ້ເຕັກໂນໂລຊີໃນການປະຕິບັດໜ້າທີ່ຢ່າງມີປະສິດທິຜົນ.
ໃນກອງປະຊຸມ, ທ່ານ ຕ່າວດຶກທັງ ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດອຸດສາຫະກຳ – ໂທລະຄົມມະນາຄົມກອງທັບ ແລະ ທ່ານນາງ ເລົາຊາ ຫງວຽນ ຜູ້ອຳນວຍການໃຫຍ່ບໍລິຫານ GenAI Fund ກໍໄດ້ແລກປ່ຽນບັນດາເນື້ອໃນທີ່ກ່ຽວຂ້ອງເຖິງການຜັນຂະຫຍາຍສະພາແຫ່ງຊາດດີຈີຕອນຢູ່ຫວຽດນາມ.