ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະພາແຫ່ງຊາດໄດ້ຮັບການອຸປະຖຳຮັບໃຊ້ກອງປະຊຸມໄອປາຄັ້ງທີ 45

Oct 21, 2024

ວັນທີ 21 ຕຸລາ 2024 ທີ່ສະຫໍສະພາແຫ່ງຊາດ ນະຄອນ ຫຼວງວຽງຈັນ ໄດ້ມີພິທີມອບ-ຮັບເງິນອຸປະຖຳກອງປະຊຸມສະມັດຊາໃຫຍ່ລັດຖະສະມາລະຫວ່າງຊາດອາຊຽນ (ໄອປາ) ຄັ້ງທີ 45 ຈາກ 2 ພາກສ່ວນຄື: ບໍລິສັດ ວັນນິດາສຳ ຫຼວດ-ແຮ່ທາດ ແລະ ລົງທຶນຈຳກັດຜູ້ດຽວ 2 ຕື້ກີບ ແລະ ກອງທຶນ FG Founda ton 1,5 ຕື້ກີບ ລວມເປັນ 3,5 ຕື້ກີບ ກ່າວຮັບໂດຍທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ມີພາກສ່ວນທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ໂອກາດນີ້ທ່ານປະທານສະພາແຫ່ງຊາດໄດ້ສະແດງຄວາມຂອບອົກຂອບໃຈມາຍັງ 2 ພາກສ່ວນທີ່ໄດ້ໃຫ້ການປະ ກອບສ່ວນວັດຖຸວັດປັດໄຈເງິນເຂົ້າໃນກອງປະຊຸມໄອປາ ຄັ້ງທີ 45 ທີ່ລາວເຮົາໄດ້ຮັບກຽດເປັນເຈົ້າພາບຈັດຂຶ້ນວັນທີ 18-23 ຕຸລາ 2024 ຢູ່ນະຄອນຫຼວງວຽງຈັນຄັ້ງນີ້ ແລະ ຫວັງວ່າໂອກາດໜ້າສະພາແຫ່ງຊາດລາວຈະໄດີຮັບການອຸປະຖຳຕື່ມອີກ.