ໃນການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະ ພາແຫ່ງຊາດ ຊຸດທີ IX ຕອນບ່າຍວັນທີ 27 ພະຈິກ 2024, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະ ພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ຂຶ້ນຜ່ານມະຕິຂອງຄະນະປະຈໍາສະພາແຫ່ງຊາດໃນການຍົກຍ້າຍ ທ່ານ ພົນເອກ ຈັນສະໜອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄປປະຈຳຢູ່ສຳນັກງານນາຍົກລັດຖະ ມົນຕີ, ເປັນຮອງນາຍົກລັດຖະມົນຕີ ເພື່ອຮັບຜິດຊອບວຽກ ງານຂອງລັດຖະບານ ແລະ ແຕ່ງຕັ້ງ ທ່ານ ພົນໂທ ຄຳລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ເປັນລັດຖະ ມົນຕີກະຊວງປ້ອງກັນປະເທດ.



