ໃນພາກບ່າຍຂອງການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 5 ທັນວາ 2024 ພາຍໃຕ້ການເປັນປະທານຂອງ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍການສຶກສາ (ສະບັບປັບປຸງ).
ທ່ານໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈຳເປັນໃນການປັບປຸງ ກົດໝາຍກົດໝາຍວ່າດ້ວຍການສຶກສາ ສະບັບປີ 2015 ຊຶ່ງເປັນກົດໝາຍແມ່ ຂອງຂະແໜງການສຶກສາທິການ ແລະ ກິລາ ຖືກນໍາໃຊ້ມາເປັນເວລາເກືອບ 9 ປີ ເຫັນວ່າຍັງບໍ່ທັນຕອບສະໜອງ ກັບຄວາມຮຽກຮ້ອງຕ້ອງການຂອງແຜນພັດທະນາ ເສດຖະກິດ-ສັງຄົມຂອງຊາດ, ແຜນພັດທະນາຊັບພະຍາກອນມະນຸດແຫ່ງຊາດ ແລະ ແຜນພັດທະນາຂະແໜງການສຶກສາທິການ ແລະ ກິລາ ຍັງມີບາງພາກ, ໝວດ ແລະ ມາດຕາ ຄວນໄດ້ຮັບການປັບປຸງຄືນໃໝ່ ເພື່ອໃຫ້ມີຄວາມກົມກຽວ ແລະ ສອດຄ່ອງກັບ ກົດໝາຍວ່າດ້ວຍອາຊີວະສຶກສາ, ກົດໝາຍວ່າດ້ວຍການສຶກສາຊັ້ນສູງ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍອື່ນ ສຳ ລັບກົດໝາຍວ່າດ້ວຍການສຶກສາ ສະບັບປີ 2015 ປະກອບມີ: 15 ພາກ 13 ໝວດ ແລະ 97 ມາດຕາ.
ປັດຈຸບັນ, ຮ່າງກົດໝາຍດັ່ງກ່າວ ປະກອບມີ 16 ພາກ 14 ໝວດ ແລະ 109 ມາດຕາ. ໃນນີ້, ໄດ້ຕັດອອກ I ພາກ 6 ມາດຕາ, ຍ້າຍ I ພາກ, I ມາດຕາ, ປັບປຸງ 56 ມາດຕາ, ສ້າງໃໝ່ 2 ພາກ, 1 ໝວດ ແລະ18 ມາດຕາ.
ຄາດຄະເນຜົນໄດ້ຮັບ ພາຍຫລັງກົດໝາຍຖືກຮັບຮອງ ແລະ ປະກາດໃຊ້ ຈະເປັນບ່ອນອີງ ໃຫ້ຂະແໜງການສຶກສາທິການ ແລະ ກິລາ ໃນການສ້າງນະໂຍບາຍ, ແຜນຍຸດສາດ, ແຜນການ, ແຜນງານ, ໂຄງການ ແລະ ບັນດານິຕິກຳຕ່າງໆ ໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດວຽກງານສຶກສາໃຫ້ມີປະ ສິດທິພາບ ແລະ ປະສິດທິຜົນສູງຂຶ້ນ; ຮັບປະກັນໃຫ້ພົນລະເມືອງລາວ ເຂົ້າເຖິງການສຶກສາທີ່ມີຄຸນນະພາບ ທຽບເທົ່າກັບພາກພື້ນ ແລະ ສາກົນ; ຍົກສູງຄວາມເຊື່ອໝັ້ນໃຫ້ແກ່ຊຸມຊົນ, ສັງຄົມ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດເຫັນໄດ້ເຖິງຄວາມສຳຄັນ ຂອງວຽກງານສຶກສາ ທັງຊຸກຍູ້ ແລະ ສົ່ງເສີມການລົງທຶນໃສ່ວຽກງານການສຶກສາ ໃຫ້ຫລາຍຂຶ້ນ; ເພີ່ມທະວີຄວາມຮັບຜິດຊອບ, ຍົກສູງຄວາມຮູ້ ຄວາມເຂົ້າໃຈ ແລະ ເປັນເຈົ້າການ ໃນການປະຕິບັດ ສິດ, ໜ້າທີ່ ແລະ ພັນທະຂອງພົນລະເມືອງທຸກຄົນ ໃນ ສປປ ລາວ ເພື່ອປະກອບສ່ວນຕ້ານທຶນຮອນ, ແຮງງານ ແລະ ວັດຖຸປະກອນ ເຂົ້າໃນວຽກງານສຶກສາ ຢ່າງຕັ້ງໜ້າ.









