ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະພາແຫ່ງຊາດ ຮັບຮອງເອົານະໂຍບາຍສົ່ງເສີມພິເສດ ຍົກເວັ້ນອາກອນກຳໄລ 30 ປີ ໃຫ້ຜູ້ລົງທຶນໃນນິຄົມອຸດສາຫະກຳອະມະຕະ

Mar 20, 2025

ສະພາແຫ່ງຊາດ ຮັບຮອງເອົານະໂຍບາຍສົ່ງເສີມພິເສດ ຍົກເວັ້ນອາກອນກຳໄລ 30 ປີ ໃຫ້ຜູ້ລົງທຶນໃນນິຄົມອຸດສາຫະກຳອະມະຕະ
ການດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 20 ມີນາ 2025. ພາຍຫຼັງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໄດ້ຂຶ້ນສະເໜີກ່ຽວກັບນະໂຍບາຍສົ່ງເສີມພິເສດ ການລົງທຶນໃນນິຄົມອຸດສາ ຫະກຳອະມະຕະ ດ້ວຍການຍົກເວັ້ນການເກັບອາກອນກຳໄລ 30 ປິ ໃຫ້ຜູ້ລົງທຶນໃນຄົມອຸດສາຫະກຳ ອະມະຕະ .
ບັນດາສະມາຊິກສະພາແຫ່ງຊາດຈາກແຕ່ລະເຂດເລືອກຕັ້ງໄດ້ຄົ້ນຄວ້າປະກອບຄຳຄິດຄຳເຫັນຕໍ່ນະໂຍບາຍສົ່ງເສີມພິເສດດັ່ງກ່າວ.
ຫລັງຈາກນັ້ນ ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ເລຂາທິການສະພາແຫ່ງ ຊາດ ໄດ້ຂຶ້ນຜ່ານມະຕິ ກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາ ນະໂຍບາຍສົ່ງເສີມພິເສດ ໃຫ້ຜູ້ລົງທຶນໃນນິຄົມອຸດສາຫະກຳ ອະມະຕະ ດັ່ງນີ້: ຍົກເວັ້ນອາ ກອນກຳໄລ ໄລຍະເວລາ 30 ປີ ນັບແຕ່ມື້ອອກໃບຢັ້ງຢືນດໍາເນີນກິດຈະການໂຮງງານ ສໍາລັບຜູ້ທີ່ມາລົງທຶນພາຍໃນ 7 ປີ ທໍາອິດ ພາຍຫຼັງທີ່ດໍາລັດ ວ່າດ້ວຍນິຄົມອຸດ ສາຫະກຳ ອະມະຕະ ມີຜົນສັກສິດ ແລະ ລົງທຶນໃນຂະແໜງການສົ່ງເສີມພິເສດ 4 ກຸ່ມ ກິດ ຈະການ ຄື:
1. ອຸດສາຫະກຳປຸງແຕ່ງກະສິກຳ ທີ່ນຳໃຊ້ວັດຖຸດິບພາຍໃນເປັນຕົ້ນຕໍ ເພື່ອສົ່ງອອກ ແລະ ຊົມໃຊ້ພາຍໃນ;
2. ອຸດສາຫະກໍາຜະລິດອຸປະກອນ ຂອງພະລັງງານທົດແທນ ລວມທັງແຜງ, ຊິ້ນສ່ວນພະລັງງານແສງອາທິດ;
3. ອຸດສາຫະກຳຜະລິດລົດຍົນ ແລະ ອາໄຫຼ່;
4. ອຸດສາຫະກຳຜະລິດອຸປະກອນໄຟຟ້າ ເເລະ ເອເລັກໂຕຣນິກ.