ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະພາແຫ່ງຊາດ ເປີດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ III

Mar 12, 2025

ຕອນເຊົ້າວັນທີ 11 ມີນາຜ່ານມາ ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີພິທີເປີດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ໃຫ້ແກ່ສະມາຊິກພັກ-ພະນັກງານພາຍໃນສະພາແຫ່ງຊາດ ໂດຍການເປັນປະທານຂອງສະ ຫາຍ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ, ມີສະຫາຍ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ, ກຳມະການປະຈໍາຄະນະບໍລິຫານງານພັກສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ, ສະຫາຍ ນາງ ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ບັນດາສະຫາຍໃນຄະນະປະຈຳ ແລະ ຮອງປະທານກຳມາທິການ ທີ່ຕາງໜ້າຮາກຖານພັກທົ່ວອົງຄະນະພັກ ສພຊ, ບັນດາຄູ- ອາຈານຈາກ ສມປຊ ແລະ ສໍາມະນາກອນ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງການເປີດຊຸດຮຽນນີ້ ແມ່ນເພື່ອຍົກລະດັບຄວາມຮູ້ທາງດ້ານທິດສະດີການເມືອງ ໃຫ້ບັນດາສະຫາຍສະມາຊິກພັກ-ພະນັກງານຫຼັກແຫຼ່ງພາຍໃນສະພາແຫ່ງຊາດ ໃຫ້ສາມາດກໍາແໜ້ນຫຼັກມູນທິດສະດີມາກ-ເລນິນ, ແນວທາງປ່ຽນແປງໃໝ່ຂອງພັກໃນແຕ່ລະໄລຍະ ແລະ ແນວຄິດຂອງປະທານ ໄກສອນ ພົມວິຫານ; ໃຫ້ບັນດາສະຫາຍສະມາຊິກພັກໜຸ່ມນ້ອຍ ມີຄວາມຮູ້ພື້ນຖານທາງດ້ານທິດສະດີ, ສາມາດໝູນໃຊ້ທິດສະດີດັ່ງກ່າວເຂົ້າ ໃນການປະຕິບັດໜ້າທີ່ການເມືອງ, ວຽກງານຕົວຈິງທີ່ຕົນເອງຮັບຜິດຊອບຢ່າງມີປະສິດທິພາບ ແລະ ປະສິດທິຜົນ ທັງເປັນການບໍາລຸງສ້າງສະມາຊິກພັກ-ພະນັກງານ ໃຫ້ມີທັດສະນະຫຼັກໝັ້ນການເມືອງ ແລະ ຫຼັກໝັ້ນຊົນຊັ້ນທີ່ໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີຄວາມບຸກບືນໃນການພັດທະນາຕົນເອງ, ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີແບບແຜນດໍາລົງຊີວິດທີ່ປອດໃສ ແລະ ມີແບບແຜນວິທີເຮັດວຽກທີ່ຖືກຕ້ອງ. ການເປີດຊຸດຮຽນທິດສະດີຂັ້ນຕົ້ນໃນຄັ້ງນີ້ ຍັງຕິດພັນກັບແຜນການບໍາລຸງສ້າງພະນັກງານນໍາພາ-ຄຸ້ມຄອງຂອງ ສພຊ ໃນໄລຍະປັດຈຸບັນ ແລະ ຊຸມປີຕໍ່ໜ້າ ທັງເປັນການກະກຽມໃຫ້ແກ່ການປັບປຸງກົງຈັກການຈັດຕັ້ງສະພາແຫ່ງຊາດໃນຕໍ່ໜ້າ.
ໃນພິທີເປີດ, ສະຫາຍ ປອ. ນາງ ສູນທອນ ໄຊຍະຈັກ ໄດ້ມີຄໍາເຫັນໂອ້ລົມໂດຍເນັ້ນໜັກໃຫ້ສະມາຊິກພັກ-ພະນັກງານ ຕ້ອງໄດ້ຮຽນຮູ້, ຝຶກຝົນຫຼໍ່ຫຼອມຕົນເອງດ້ວຍທິດສະດີປະຕິວັດ ນັ້ນຄືທິດສະດີ ມາກ-ເລນິນ, ແນວທາງນະໂຍບາຍຂອງພັກ-ລັດ ເພື່ອຍົກສູງຄວາມສາມາດນຳພາຂອງພັກ, ເພີ່ມຄວາມຮັບຜິດຊອບຕໍ່ໜ້າທີ່ການງານ, ມີຄວາມສາມັກຄີປຸ້ມລຸມກັນ, ມີສະຕິຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງພວກກຳລັງປໍລະປັກ ທີ່ຍາມໃດກໍຫວັງຢາກທຳລາຍລະບອບໃໝ່ຂອງພວກເຮົາ. ເປັນໂອກາດທີ່ດີໃຫ້ແກ່ພະນັກງານສະມາຊິກພັກໜຸ່ມນ້ອຍ ໄດ້ຮຽນຮູ້ບັນດາຫຼັກມູນພື້ນຖານຂອງທິດສະດີມາກ-ເລນິນ, ເປັນໂອກາດເຝິກຝົນຄຸນສົມບັດສິນທຳປະຕິວັດ ເຊິ່ງແມ່ນມາດຕະ ຖານໜຶ່ງຂອງພະນັກງານໃນລະບອບໃໝ່ທີ່ມີພັກປະຊາຊົນປະຕິວັດລາວ ເປັນແກນນໍາໃນລະບົບການເມືອງຂອງປະເທດເຮົາ; ເປັນໂອກາດໄດ້ຮຽນຮູ້ກ່ຽວກັບຄຸນສົມບັດສິນທຳປະຕິວັດທີ່ສະແດງອອກຫຼາຍດ້ານ: ດ້ານແບບແຜນການດຳລົງຊີວິດ, ແບບແຜນວິທີເຮັດວຽກ, ໃນການພັດທະນາຕົນເອງ, ໃນການສ້າງ ແລະ ເສີມຂະຫຍາຍ ຄວາມສາມັກຄີພາຍໃນ, ຄວາມຈົງຮັກພັກດີຕໍ່ຊາດຕໍ່ປະຊາຊົນ, ການມີນໍ້າໃຈເສຍສະຫຼະເພື່ອຜົນປະໂຫຍດລວມ ຂອງປະເທດຊາດ.
ສະຫາຍຮອງເລຂາ, ຮອງປະທານສະພາແຫ່ງຊາດ ຍັງໄດ້ຮຽກຮ້ອງໃຫ້ບັນດາສໍາມະນາກອນ ຈົ່ງໃຊ້ເວລາເປັນປະໂຫຍດເພື່ອຊອກຮູ້ເອົາຄວາມຮູ້ໃໝ່ໆ, ຕັ້ງອົກຕັ້ງໃຈຟັງຄູອາຈານສອນໃນຫ້ອງ, ຄົ້ນຄວ້າ ແລະ ສົນທະນາ ນຳໝູ່ເພື່ອນເວລາຢູ່ນອກຫ້ອງຮຽນ ເພາະຈະມີການຂຽນໃບເກັບກ່ຽວຄວາມຮູ້ທີ່ໄດ້ຮຽນມາ ແລະ ຍັງໄດ້ສະເໜີ ໃຫ້ມີການເຄື່ອນໄຫວຊີວິດການເມືອງພາຍໃນໜ່ວຍພັກຢ່າງເປັນປົກກະຕິ.
ຊຸດຮຽນທິດສະດີການເມືອງຂັ້ນຕົ້ນຄັ້ງນີ້ ຈະແກ່ຍາວຮອດເດືອນພຶດສະພາ 2025 ເຊິ່ງຈະໄດ້ຄົ້ນຄວ້າຮໍ່າຮຽນ 6 ກຸ່ມວິຊາຄື: ປັດຊະຍາມາກ-ເລນິນ, ເສດຖະສາດການເມືອງມາກ-ເລນິນ, ລັດທິສັງຄົມນິຍົມວິທະຍາສາດ, ແນວຄິດ ໄກສອນ ພົມວິຫານ, ທິດສະດີ ລັດ ແລະ ກົດໝາຍ, ປະຫວັດສາດພັກ ແລະ ກໍ່ສ້າງພັກ.