ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະພາແຫ່ງພິຈາລະນາຮ່າງກົດໝາຍ ວ່າດ້ວຍການປູກຝັງ ສະບັບສ້າງໃໝ່

Jun 19, 2025

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 19 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍການປູກຝັງ(ສະບັບສ້າງໃໝ່). ຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ກັນຄົ້ນຄວ້າ, ປະກອບຄຳຄິດເຫັນໃສ່ ຮ່າງກົດໝາຍດັ່ງກ່າວ, ໃຫ້ມີເນື້ອຄົບຖ້ວນ, ສົມບູນ, ຮັດກຸມ. ທັງນີ້, ກໍເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ທາງດ້ານເສດຖະກິດ-ສັງຄົມ ກໍຄື ວຽກງານກະສິກຳໃນປັດຈຸບັນ ໂດຍສະເພາະການປະຕິບັດນະໂຍບາຍ ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ໂພຊະນາການ ແລະ ການຜະລິດເປັນສິນຄ້າ ຕິດພັນກັບການຫັນເປັນ ອຸດສາຫະກຳທີ່ທັນສະໄໝ ຕາມທິດສີຂຽວ, ສະອາດ ແລະ ຍືນຍົງ, ປັບປຸງຊີວິດການເປັນຢູ່ຂອງປະຊາ ຊົນລາວບັນດາເຜົ່າໃຫ້ດີຂຶ້ນ, ປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ຕາມທິດ ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ.
ໂອກາດນີ້, ທ່ານ ລິນຄຳ ດວງສະຫວັນ ໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈໍາເປັນ ໃນການສ້າງກົດໝາຍວ່າດ້ວຍການປູກຝັງ ເພື່ອຜັນຂະຫຍາຍວຽກງານຂອງກົດໝາຍ ວ່າດ້ວຍກະສິກໍາ ທີ່ໄດ້ປະ ກາດໃຊ້ໃນປີ 1998 ສະບັບເລກທີ 01/98 ສພຊ, ລົງວັນທີ 10 ຕຸລາ 1998 ອອກເປັນອັນສະເພາະ ຊຶ່ງໄລຍະຜ່ານພວກເຮົາໄດ້ຜັນຂະຫຍາຍອອກເປັນວຽກງານລ້ຽງສັດ, ການປະມົງ ແລະ ຊົນລະປະທານ ແລ້ວ, ແຕ່ຍັງບໍ່ມີກົດໝາຍວ່າດ້ວຍການປູກຝັງ ເປັນອັນສະເພາະ ທີ່ເປັນລະບົບຄົບຊຸດ; ເພື່ອຄຸ້ມຄອງວຽກງານປູກຝັງ ເປັນຕົ້ນ ທີ່ດິນປູກຝັງ, ປັດໄຈການຜະລິດ, ການຜະລິດ, ການປຸ່ງແຕ່ງ ແລະ ຕະຫລາດ, ການນຳເຂົ້າ-ສົ່ງອອກ, ການຄົ້ນຄວ້າທົດລອງດ້ານການປູກຝັງ ລວມທັງການກໍານົດນະໂຍບາຍສົ່ງເສີມວຽກງານດັ່ງກ່າວ; ປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ມີຫລັການຂອງພັກ ໂດຍສະ ເພາະ ທິດນຳໃນການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງ ກໍຄື ການເສີມຂະຫຍາຍຄວາມເປັນເຈົ້າ ໃນການຜະລິດສະບຽງອາຫານ ແລະ ຜະລິດເປັນສິນຄ້າ; ເພື່ອຮັບປະກັນການຜະລິດກະສິກໍາ ໃຫ້ມີຄວາມຍືນຍົງ ແລະ ປົກປັກຮັກສາສິ່ງແວດລ້ອມ, ຮັບປະກັນສະບຽງອາຫານໃຫ້ພຽງພໍ, ສະອາດ, ປອດໄພ ຕໍ່ສຸຂະພາບຂອງຜູ້ບໍລິໂພກ ແລະ ຜູ້ຜະລິດ; ເພື່ອເຮັດໃຫ້ການແບ່ງຂັ້ນຄຸ້ມຄອງ ແລະ ກວດກາ ວຽກງານປູກຝັງ ແຕ່ສູນກາງຮອດທ້ອງຖິ່ນ ໃຫ້ລະອຽດ ແລະ ຈະແຈ້ງຂຶ້ນກວ່າເກົ່າ ຊຶ່ງຈະເຮັດໃຫ້ ການຈັດຕັ້ງປະຕິບັດວຽກງານປູກຝັງ ມີປະສິດທິພາບກວ່າເກົ່າ.
ໂຄງປະກອບ ແລະ ເນື້ອໃນຕົ້ນຕໍຂອງ ຮ່າງກົດໝາຍວ່າດ້ວຍການປູກຝັງ ປະກອບມີ IX ພາກ, 10 ໝວດ 100 ມາດຕາ. ເມື່ອກົດໝາຍສະບັບນີ້, ຖືກຮອງຮັບ ແລະ ປະກາດໃຊ້ ຈະສາມາດຄຸ້ມຄອງວຽກງານປູກຝັງ ເຂົ້າສູ່ລະບົບ ແລະ ແທດເໝາະກັບສະພາບຄວາມຮຽກຮ້ອງຕົວຈິງ ຂອງ ສປປ ລາວ, ສອດຄ່ອງກັບ ກົດໝາຍທີ່ຖືກຮັບຮອງໃໝ່ ເປັນຕົ້ນ ກົດໝາຍວ່າດ້ວຍການລ້ຽງສັດ ແລະ ສັດຕະວະແພດ (ສະບັບປັບປຸງ), ກົດໝາຍວ່າດ້ວຍການປ້ອງກັນ ແລະ ກັກກັນພືດ (ສະບັບປັບປຸງ), ກົດໝາຍ ວ່າດ້ວຍຊົນລະປະທານ ແລະ ກົດໝາຍວ່າດ້ວຍສັດນໍ້າ ແລະ ການປະມົງ, ກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ), ກົດໝາຍວ່າດ້ວຍການປົກປ້ອງຜູ້ຊົມໃຊ້, ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງ ແວດລ້ອມ ແລະ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ; ເພີ່ມປະສິດທິພາບ ແລະ ຄວາມເຂັ້ມງວດໃນການການຄຸ້ມຄອງ ແລະ ນຳໃຊ້ດິນກະສິກຳ ເຊິ່ກຳລັງເປັນບັນຫາຂອງສັງຄົມ ທີ່ຕິດພັນກັບວຽກງານກະສິກຳໃນປັດຈຸບັນ; ວຽກງານປູກຝັງໄດ້ຮັບການພັດທະນາຢ່າງເປັນລະບົບ ຜ່ານການສໍາຫລວດສະຖິຕິ ແລະ ກຳນົດແຜນຍຸດທະສາດໃນການພັດທະນາກະສິກໍາ ລວມທັງມີການຄົ້ນຄວ້າການປູກຝັງ; ການປູກຝັງ ໄດ້ຮັບການສົ່ງເສີມຢ່າງຮອບດ້ານ ເພາະມີນະໂຍບາຍສົ່ງເສີມການປູກຝັງ ທີ່ຫລາກຫລາຍ ນອກນີ້, ການຜະລິດ ແມ່ນຈະຫັນໄປສູ່ການຜະລິດແບບກະສິກຳສະອາດ ໂດຍການສົ່ງເສີມທາງດ້ານເຕັກໂນໂລຊີ ແລະ ວິຊາການ; ສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ດຳເນີນທຸລະກິດ ແລະ ຍາດແຍ່ງການຊ່ວຍເຫລືອລ້າ, ກູ້ຢືມເງິນຕ່າງປະເທດ, ອົງການການຈັດຕັ້ງສາກົນຕ່າງໆ ເຂົ້າໃນວຽກງານດັ່ງກ່າວ; ການແບ່ງຂັ້ນຄຸ້ມຄອງ ແລະ ກວດກາກິດຈະການການປູກຝັງ ແຕ່ສູນກາງຮອດທ້ອງຖິ່ນ ແມ່ນລະອຽດ ແລະ ຈະແຈ້ງຂຶ້ນກວ່າເກົ່າ ຊຶ່ງຈະເຮັດໃຫ້ການຈັດຕັ້ງປະຕິບັດວຽກງານປູກຝັງ ມີປະສິດທິພາບກວ່າເກົ່າ.
ຂ່າວ: ກິດຕາ
ພາບ: ຂັນໄຊ