ສະມາຄົມມິດຕະພາບ ລາວ-ອົດສະຕຣາລີ ແລະ ສະມາຄົມມິດຕະພາບອົດສະຕຣາລີ-ລາວ ໄດ້ພົບປະເຮັດວຽກເປັນຄັ້ງທຳອິດ ໃນວັນທີ 3 ມີນາ 2025 ຜ່ານມາ, ພາຍຫລັງທີ່ສອງສະມາຄົມດັ່ງກ່າວ ໄດ້ສ້າງຕັ້ງໃນເດືອນຕຸລາ 2023, ນໍາໂດຍ ທ່ານ ສະ ຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານສະມາຄົມມິດຕະພາບ ລາວ-ອົດສະຕຣາລີ ແລະ ທ່ານ ນາງ ລິນດາ ວໍໄທຊອງ ອາດີດເອກອັກຄະລັດ ຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງເຄືອຈັກກະພົບອົດສະຕຣາລີ ປະຈໍາລາວ, ປະທານສະມາຄົມມິດຕະພາບ ອົດສະຕຣາລີ-ລາວ, ມີບັນດາ ຮອງປະທານ ແລະ ຄະນະບໍລິຫານງານສະມາ ຄົມມິດຕະພາບສອງຝ່າຍ ເຂົ້າຮ່ວມ.
ການພົບປະຄັ້ງນີ້, ສອງຝ່າຍໄດ້ປຶກສາຫາລື, ແລກປ່ຽນຄວາມ ຄິດເຫັນ ເປັນຕົ້ນປຶກສາຫາລືສ້າງກົນໄກປະສານງານ, ການໄປມາຫາສູ່ແລກປ່ຽນຄະນະຜູ້ແທນ ແລະ ສ້າງກິດຈະກໍາຮ່ວມກັນ ເພື່ອເປັນແນວທາງພົວພັນຮ່ວມມືກັນໃນຕໍ່ໜ້າ. ນັບແຕ່ໄດ້ຮັບການສ້າງຕັ້ງເປັນຕົ້ນມາ ສອງສະມາຄົມມິດຕະ ພາບໄດ້ພົວພັນ ແລະ ຮ່ວມມືຊ່ວຍເຫລືອບາງໂຄງການ ແລະ ກິດຈະກໍາຮ່ວມກັນ ເປັນຕົ້ນ ໂຄງການປັບປຸງລະບົບນໍ້າສະອາດໃຫ້ແກ່ ສະຖາບັນການ ເມືອງ ແລະ ການປົກຄອງແຫ່ງຊາດ, ຈັດງານກິລາມິດ ຕະພາບ ປະກອບສ່ວນສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການ ທູດລາວ ແລະ ອົດສະຕຣາລີ ຄົບຮອບ 72 ປີ ແລະ 30 ປີແຫ່ງການກໍ່ສ້າງຂົວມິດຕະພາບລາວ-ໄທ ທີ່ໄດ້ຮັບທຶນຈາກອົດສະຕຣາລີ, ເຊິ່ງເປັນສັນຍາລັກອັນສໍາຄັນໃນການພົວພັນຮ່ວມມືລາວ ແລະ ອົດສະຕຣາລີ.
ພາຍຫລັງພົບປະສອງຝ່າຍຍັງຈະເດີນທາງໄປມອບ-ຮັບ ເຄື່ອງຫູຟັັງ (Audio) ຈໍານວນ 75 ຊຸດ ໃຫ້ແກ່ຫ້ອງການທ່ອງທ່ຽວເມືອງວຽງໄຊ ແຂວງຫົວພັນ ເພື່ອນໍາໃຊ້ເຂົ້າໃນການບໍລິການການທ່ອງທ່ຽວ ຢູ່ເມືອງວຽງໄຊ ຕື່ມອີກ.
ໃນການພົບປະສອງຝ່າຍ ຍັງໄດ້ຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມື ເຊິ່ງໄດ້ຮັບການສ້າງຕັ້ງ ແລະ ພັດທະນາະ
ຫຍາຍມາເປັນເວລາ 72 ປີ ແລະ ໄດ້ຮັບການຍົກລະດັບເປັນຄູ່ຮ່ວມ ມືຮອບດ້ານ, ການນໍາສອງປະເທດມີການໄປມາຫາສູ່ຢ່າງເປັນປົກກະຕິ, ບັນດາຂະແໜງການ ຂອງລາວ ແລະ ອົດສະຕຣາລີ ໄດ້ມີການພົວພັນຮ່ວມມືຢ່າງມີປະສິດທິພາບ ແລະ ນໍາເອົາຜົນ ປະໂຫຍດມາສູ່ປະຊາຊົນສອງປະເທດ.
ພ້ອມນີ້, ສອງຝ່າຍ ເຫັນດີພົວພັນຮ່ວມມື ແລະ ສ້າງກິດຈະກໍາຮ່ວມກັນ ເພື່ອປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະ ເທດ ໃຫ້ນັບມື້ພັດທະນາຢ່າງບໍ່ຢຸດຢັ້ງ.





