ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສະມາຄົມມິດຕະພາບ ສ ເກົາຫລີ-ລາວ ເຄື່ອນໄຫວຢ້ຽມຢາມ ສປປ ລາວ

Dec 17, 2024

ໂດຍຕອບສະໜອງຕາມການເຊີນ ຂອງສະມາຄົມມິດຕະພາບ ລາວ-ສ ເກົາຫລີ, ຄະນະຜູ້ແທນສະມາຄົມມິດຕະພາບ ສ ເກົາຫລີ-ລາວ ນຳໂດຍ ທ່ານ ໂອ ມິງຮວັນ ປະທານສະມາຄົມມິດຕະພາບ ສ ເກົາຫລີ-ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມປະຈຳປີ ຂອງສອງສະມາຄົມມິດຕະພາບ ລາວ-ສ ເກົາຫລີ ແລະ ສ ເກົາຫລີ-ລາວ ໃນລະຫວ່າງວັນທີ 16-20 ທັນວາ 2024 ທີ່ນະຄອນຫລວງວຽງຈັນ, ສປປ ລາວ.
ໃນວັນທີ 16 ທັນວາ 2024 ນີ້, ສອງສະມາຄົມມິດຕະພາບ ໄດ້ຈັດກອງປະຊຸມພົບປະ ຄັ້ງທີ XIII ໂດຍການເປັນປະທານຮ່ວມ ຂອງທ່ານ ຄຳສວຍ ແກ້ວດາລາວົງ ປະທານສະມາຄົມມິດຕະພາບ ລາວ-ສ ເກົາຫລີ ແລະ ທ່ານ ໂອ ມິງຮວັນ ປະທານສະມາຄົມມິດຕະພາບ ສ ເກົາຫລີ-ລາວ ໂດຍມີທ່ານ ຈອງ ຢອງຊູ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມແຫ່ງ ສ ເກົາຫລີ ປະຈຳ ສປປ ລາວ, ບັນດາຄະນະສະມາຄົມມິດຕະພາບ ລາວ-ສ ເກົາຫລີ ແລະ ສ ເກົາຫລີ-ລາວ ແລະ ພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມ.
ໃນກອງປະຊຸມ ໄດ້ສະຫລຸບຕີລາຄາ ການພົວພັນຮ່ວມມືກັນ ລະຫວ່າງສອງສະມາຄົມ ໃນໄລຍະ 1 ປີຜ່ານມາ ເຊິ່ງຜົນສໍາເລັດອັນພົ້ນເດັ່ນ ສອງສະມາຄົມມິດຕະພາບ ໄດ້ຮ່ວມມືກັນປະກອບສ່ວນຊ່ວຍເຫລືອ ແລະ ພັດທະນາຢູ່ ສປປ ລາວ ໂດຍສະເພາະ ດ້ານການພັດທະນາພື້ນຖານໂຄງລ່າງການສຶກສາ, ສາທາ, ມະນຸດສະທໍາ ພ້ອມນີ້, ສອງສະມາຄົມມິດຕະພາບ ຍັງໄດ້ຊ່ວຍເຫລືອສ້າງໂຮງຮຽນ, ສະໜອງຢາປິ່ນປົວພະຍາດ, ເຄື່ອງນຸ່ງຫົ່ມ, ອຸປະກອນການສຶກສາ ແລະ ອື່ນໆ. ໂອກາດນີ້, ຄະນະຜູ້ແທນສອງສະມາຄົມມິດຕະພາບ ຍັງໄດ້ແລກປ່ຽນຄວາມຄິດເຫັນຕໍ່ທິດທາງແຜນການ ແລະ ກິດຈະກໍາທີ່ສອງຝ່າຍຈະເຮັດຮ່ວມກັນໃນຊຸມປີຕໍ່ໜ້າ, ເຊິ່ງສອງຝ່າຍເຫັນດີສືບຕໍ່ຮ່ວມມື ແລະ ເຄື່ອນໄຫວຮ່ວມກັນຕາມພາລະບົດບາດ ໂດຍສະເພາະ ສືບຕໍ່ໂຄສະນາເຜີຍແຜ່ສາຍພົວພັນ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ໃຫ້ປະຊາຊົນສອງຊາດ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ, ສະໜັບສະໜູນການໄປ-ມາຫາສູ່ ແລະ ພົວພັນຮ່ວມມື ລະຫວ່າງປະຊາຊົນ ເພື່ອສ້າງຄວາມຮັກແພງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ສ້າງກິດຈະກໍາຮ່ວມກັນ ເພື່ອເປັນການປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ໃຫ້ນັບມື້ໄດ້ຮັບການພັດທະນາ ແລະ ກ້າວເຂົ້າສູ່ລວງເລິກ.
ໃນມື້ດຽວກັນ, ທ່ານ ບຸນເຫລືອ ພັນດານຸວົງ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ປະດັບຫລຽນກາມິດຕະພາບ ໃຫ້ຄະນະບໍລິຫານງານຂອງສະມາຄົມມິດຕະພາບ ສ ເກົາຫລີ-ລາວ 6 ທ່ານ ເພື່ອເປັນການຍ້ອງຍໍຜົນງານ ແລະ ຄຸນງາມຄວາມດີ ຕໍ່ການປະກອບສ່ວນເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ກໍຄືການປະກອບສ່ວນທຶນຮອນ ຊ່ວຍເຫລືອສ້າງສາພັດທະນາ ສປປ ລາວ ເປັນຕົ້ນ ດ້ານການສຶກສາ, ສາທາລະນະສຸກ, ມະນຸດສະທໍາ ແລະ ອື່ນໆ ໂດຍສະເພາະໃຫ້ທຶນກໍ່ສ້າງໂຮງຮຽນຢູ່ນະຄອນຫລວງວຽງຈັນ ແລະ ແຂວງຫົວພັນ ເຊັ່ນ: ໂຮງຮຽນປະຖົມສົມບູນບ້ານຊຽງແລນາ ເມືອງປາກງື່ມ, ໂຮງຮຽນປະຖົມສົມບູນບ້ານຫ້ວຍລ້າ ເມືອງສັງທອງ ນະຄອນຫລວງວຽງຈັນ ແລະ ໂຮງຮຽນປະຖົມສົມບູນບ້ານກ້ານ ເມືອງຊຳເໜືອ ແຂວງຫົວພັນ.
ໃນໂອກາດມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ຄະນະຜູ້ແທນສະມາຄົມມິດຕະພາບ ສ ເກົາຫລີ-ລາວ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ບຸນເຫລືອ ພັນດານຸວົງ ຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຊິ່ງບັນດາການນໍາພັກ, ລັດ ຂອງລາວ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມ ຂອງຄະນະຜູ້ແທນສະມາຄົມມິດຕະພາບ ສ ເກົາຫລີ-ລາວ. ພ້ອມນັ້ນ, ຍັງໄດ້ຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືອັນດີງາມລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດ ລາວ ແລະ ສ ເກົາຫລີ ທີ່ສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ນໍາເອົາຜົນປະໂຫຍດມາສູ່ປະຊາຊົນສອງປະເທດ. ນອກນັ້ນ, ຍັງໄດ້ແຈ້ງສະພາບການພັດທະນາອັນພົ້ນເດັ່ນ ຂອງ ສປປ ລາວ ໃຫ້ຄະນະຜູ້ແທນຊາບ.
ທ່ານ ໂອ ມິງຮວັນ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ອໍານວຍຄວາມສະດວກ ໃຫ້ຄະນະຜູ້ແທນສະມາຄົມມິດຕະພາບ ສ ເກົາຫລີ-ລາວ, ທັງໄດ້ລາຍງານການເຄື່ອນໄຫວອັນພົ້ນເດັ່ນ ຂອງສະມາຄົມມິດຕະພາບ ສ ເກົາຫລີ-ລາວ ແລະ ຍິນດີສືບຕໍ່ຮ່ວມກັບສະມາຄົມມິດຕະພາບ ລາວ-ສ ເກົາຫລີ ສະໜັບສະໜູນ ແລະ ປະກອບສ່ວນຊ່ວຍເຫລືອ ໃນການສ້າງສາພັດທະນາ ຢູ່ ສປປ ລາວ.
ການມາຢ້ຽມຢາມຄັ້ງນີ້, ຄະນະຜູ້ແທນສະມາຄົມມິດຕະພາບ ສ ເກົາຫລີ-ລາວ ຍັງໄດ້ນໍາພານັກສິລະປະພື້ນເມືອງ ຈາກອົງການແລກປ່ຽນວັດທະນະທຳ ສ ເກົາຫລີ ແລະ ສະມາຄົມມິດຕະພາບ ສ ເກົາຫລີ-ລາວ ມາສະແດງເພື່ອສະເຫລີມສະຫລອງ ເນື່ອງໃນໂອກາດຄົບຮອບ 20 ປີ ວັນສ້າງຕັ້ງສະມາຄົມມິດຕະພາບ ສ ເກົາຫລີ-ລາວ ແລະ ຄົບຮອບ 15 ປີ ວັນສ້າງຕັ້ງສະມາຄົມມິດຕະພາບ ລາວ-ສ ເກົາຫລີ ທີ່ຫໍວັດທະນະທໍາແຫ່ງຊາດ ເຮັດໃຫ້ການມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ມີຄວາມໝາຍສຳຄັນ ແລະ ມີຜົນສໍາເລັດຢ່າງຈົບງາມ.
ນອກຈາກນີ້, ຄະນະຜູ້ແທນສະມາຄົມມິດຕະພາບ ສ ເກົາຫລີ-ລາວ ຍັງໄດ້ຢ້ຽມຢາມບັນດາໂຮງຮຽນປະຖົມ ທີ່ສະມາຄົມໄດ້ໃຫ້ການສະໜັບສະໜູນ ກໍ່ສ້າງອາຄານໂຮງຮຽນຜ່ານມາ ຢູ່ນະຄອນຫລວງວຽງຈັນ, ແຂວງຫົວພັນ ແລະ ຢ້ຽມຢາມສະຖານທີ່ທ່ອງທ່ຽວທາງປະຫວັດສາດ, ວັດທະນະທຳ ຈຳນວນໜຶ່ງ ຢູ່ນະຄອນຫລວງວຽງຈັນ ແລະ ແຂວງຫົວພັນ ຕື່ມອີກ.
ຂ່າວ: ຄຕພ