ສະມາຄົມລາວ – ໄທ ແລະ ໄທ – ລາວ ເພື່ອມິດຕະພາບ ຈັດກອງປະຊຸມປະຈໍາປີ 2025 ໃນຕອນເຊົ້າວັນທີ 18 ຕຸລາ 2025 ທີ່ສູນການຄ້າສະຫວັນໄອເຕັກ ເພື່ອຕີລາຄາການເຄື່ອນໄຫວວຽກງານຂອງສອງສະມາຄົມໃນໄລຍະຜ່ານມາ ແລະ ວາງທິດທາງແຜນການຮ່ວມມື ປະຈໍາປີ 2026 ໂດຍການເປັນປະທານຮ່ວມຂອງ ທ່ານ ຫຼີ ບຸນຄໍ້າ, ປະທານສະມາຄົມລາວ – ໄທ ເພື່ອມິດຕະພາບ ແລະ ທ່ານ ກຽດຕິຄຸນ ຊາດປະເສີດ, ປະທານສະມາຄົມໄທ – ລາວ ເພື່ອມິດຕະພາບ, ມີ ທ່ານ ໂພໄຊ ໄຂຄຳພິທູນ, ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ ແລະ ແຂກຮັບເຊີນເຂົ້າຮ່ວມ.

ທ່ານ ບົວໄລ ພານຸວົງ, ເລຂາທິການສະມາຄົມ ລາວ – ໄທ ເພື່ອມິດຕະພາບ ໄດ້ລາຍງານໂດຍຫຍໍ້ ກ່ຽວກັບປະຫວັດຄວາມເປັນມາ ແລະ ຜົນງານການຮ່ວມມືລະຫວ່າງ 02 ສະມາຄົມວ່າ : ສະມາຄົມລາວ-ໄທ ແລະ ໄທ-ລາວ ເພື່ອມິດຕະພາບສ້າງຕັ້ງຂຶ້ນໃນວັນທີ 29 ມິຖຸນາ ປີ 1993 ມາຮອດປີນີ້ແມ່ນມີອາຍຸຄົບຮອບ 32 ປີ. ໄລຍະເວລາ 32 ປີ ຜ່ານມາ ການຮ່ວມມືຂອງສອງສະມາຄົມໄດ້ດໍາເນີນໄປດ້ວຍບັນຍາກາດໄມຕີຈິດມິດຕະພາບທີ່ດີ ແລະ ມີການພັດທະນາຢ່າງຕໍ່ເນື່ອງໃນຫຼາຍດ້ານທັງພາກລັດ, ພາກເອກະຊົນ ສາມາດເຮັດວຽກງານການທູດປະຊາຊົນໄດ້ດີ, ລັດຖະບານ ແລະ ປະຊາຊົນສອງປະເທດມີຄວາມເຂົ້າອົກເຂົ້າໃຈກັນດີ, ສອງສະມາຄົມໄດ້ຈັດກິດຈະກໍາຮ່ວມກັນຢ່າງຕໍ່ເນື່ອງ ເຊັ່ນ: ການທອດຖວາຍຜ້າກະຖິນພຣະຣາຊະທານຢູ່ລາວ 24 ຄັ້ງ, ການທອດຖວາຍຜ້າປ່າສາມັກຄ ຢູ່ໄທ 04 ຄັ້ງ, ການກໍ່ສ້າງໂຮງຮຽນມິດຕະພາບ 11 ແຫ່ງ, ການສ້າງທາງ ແລະ ການມອບລົດຮັບສົ່ງຄົນເຈັບ 02 ຄັນ, ລົດດັບເພີງ 01 ຄັນ, ມອບເຄື່ອງຊ່ວຍຫາຍໃຈ 25 ເຄື່ອງ, ມອບຊຸດປົ່ວແຂ້ວ 02 ຊຸດ, ຜ້າຫົ່ມກັນໜາວ ແລະ ອຸປະກອນຝຶກສອນບານເຕະ, ການທັດສະນະສຶກສາດ້ານການປູກຝັງລ້ຽງສັດ, ການເຝິກອົບຮົມການບໍລິການໂຮງແຮມ ແລະ ການທ່ອງທ່ຽວ, ການເຝິກອົບຮົມຄວາມຮູ້ໃຫ້ຄູປະຖົມ, ການເຝິກອົບຮົມກິລາບານເຕະ ໃຫ້ເຍົາວະຊົນ ແລະ ການບໍລິການປົວແຂ້ວ, ຜ່າຕັດແກ່ນຕາຂຸ້ນ ແລະອື່ນໆ.

ການເຄີ່ອນໄຫວຂອງສອງສະມາຄົມໃນໄລຍະທີ່ຜ່ານມາມີຜົນສໍາເລັດຫຼາຍດ້ານ, ສາມາດເວົ້າໄດ້ວ່າ ສອງສະມາຄົມໄດ້ເຮັດສຳເລັດພາລະກິດການທູດປະຊາຊົນໄດ້ເປັນຢ່າງດີ.
ທ່ານ ກຽດຕິຄຸນ ຊາດປະເສີດ ປະທານສະມາຄົມໄທ-ລາວ ເພື່ອມິດຕະພາບ ໃຫ້ຮູ້ວ່າ : ທັງສອງສະມາຄົມຈະສືບຕໍ່ຮ່ວມມື ແລະ ເສີມຂະຫຍາຍວຽກງານຫຼາຍດ້ານໃຫ້ກ້ວາງຂວາງກ່ວາເກົ່າ ເຊັ່ນ:ດ້ານທຸລະກິດ, ການສຶກສາ, ສາທາລະນະສຸກ, ການສົ່ງເສີມກະສິກຳ, ການເຝິກວິຊາຊີບ ແລະອື່ນໆ ໃຫ້ກ້ວາງຂວາງກ່ວາເກົ່າເພື່ອເຮັດໃຫ້ສັງຄົມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບມິດຕະພາບ, ການຮ່ວມມື ແລະ ຄວາມສາມັກຄີລະຫວ່າງສອງຊາດ ລາວ – ໄທ ນັບມື້ແໜ້ນແຟ້ນ.
ໃນຕອນແລງຂອງວັນດຽວກັນ ສະມາຄົມໄທ – ລາວ ເພື່ອມິດຕະພາບ ໄດ້ມອບຜ້າຫົ່ມ 500 ຜືນ ເພື່ອແຈກຢາຍໃຫ້ປະຊາຊົນຜູ້ຂາດເຂີນຢູ່ແຂວງສະຫວັນນະເຂດຕື່ມອີກ.
ຂ່າວ-ພາບ : ວສລ


