ງານສະແດງການກຸສົນ ສົ່ງນໍ້າໃຈຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ແຂວງພາກເໜືອ ຂອງສະມາຄົມສິລະປິນລາວ ສາຂາ ສະຫວັນນະເຂດ ຈັດຂຶ້ນໃນລະຫວ່າງວັນທີ 14 ຫາ 15 ກັນຍາ 2024 ທີ່ສູນການຄ້າສະຫວັນ-ໄອເຕັກ.
ຜ່ານການຈັດງານຄັ້ງນີ້ ສາມາດລະດົມຈາກນັກທຸລະກິດ, ຜູ້ ປະກອບການ, ບໍລິສັດ, ຫ້າງຮ້ານ ແລະ ພາກສ່ວນຕ່າງໆໄດ້ລວມທັງໝົດ 71 ລ້ານກີບ ເຊິ່ງສະມາຄົມສິລະປິນລາວ ສາຂາ ສະ ຫວັນນະເຂດ ຈະນໍາໄປມອບຕໍ່ໃຫ້ກັບຄະນະຕ້ານໄພພິບັດຂັ້ນແຂວງ ເພື່ອນໍາໄປຊ່ວຍເຫຼືອໃຫ້ກັບຜູ້ປະສົບໄພນໍ້າຖ້ວມທີ່ແຂວງພາກເໜືອ






