ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງກະຊວງສຶກສາທິການ ແລະ ກິລາ ຕາງໜ້າໂດຍພະແນກສຶກສາທິການ ແລະ ກິລາແຂວງເຊກອງ ກັບ ສະມາຄົມເຢຍລະມັນ-ລາວ ເພື່ອການພັດທະນາ (ສຢລພ) ຈັດຂຶ້ນໃນວັນທີ 31 ຕຸລາ 2024 ເພື່ອພັດທະນາການສຶກສາກ່ອນໄວຮຽນໂດຍຊຸມຊົນມີສ່ວນຮ່ວມ.
ຕາງໜ້າລົງນາມໂດຍ ທ່ານ ຄໍາໄພ ສິມມາວັດ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງເຊກອງ ແລະ ທ່ານ ນາງ ເພັດສະລິນ ຈັນທະຜາສຸກ ຜູ້ອໍານວຍການສະມາຄົມເຢຍລະມັນ-ລາວ.
ການຮ່ວມມືຄັ້ງນີ້ ແມ່ນສືບເນື່ອງມາຈາກກິດຈະກໍາສົ່ງເສີມການສຶກສາຊັ້ນອະນຸ ບານຢູ່ເມືອງຕະໂອ້ຍ ແຂວງສາລະວັນ ແລະ ກິດຈະກໍາປັບປຸງໂຮງຮຽນອະນຸບານບ້ານດາກບອງ ເມືອງດາກຈຶງ ແຂວງເຊກອງ ເຫັນວ່າມີຄວາມສໍາຄັນ ແລະ ໄດ້ສ້າງຜົນປະ ໂຫຍດໃຫ້ແກ່ໂຮງຮຽນ, ຊຸມຊົນ ແລະ ເດັກນ້ອຍ, ເສີມສ້າງຄວາມອາດສາມາດໃຫ້ແກ່ຄະນະພັດທະນາການສຶກສາຂັ້ນບ້ານ, ຄູສອນ ແລະ ພໍ່-ແມ່ນັກຮຽນໄດ້ເຫັນເຖິງຄວາມສໍາຄັນ ຂອງການສຶກສາເດັກກ່ອນໄວຮຽນ ຕິດພັນກັບວຽກງານສຸຂະສຶກສາເບື້ອງຕົ້ນ ແລະ ໂພຊະນາການ.
ພາຍໃຕ້ການຮ່ວມມືດັ່ງກ່າວ, ສະມາຄົມເຢຍລະມັນ-ລາວ ເພື່ອການພັດທະນາ ຈະໄດ້ສຸມໃສ່ຈັດຕັ້ງປະບັດກິດຈະກໍາຫລັກ ຄື: ສົ່ງເສີມກອງທຶນອາຫານທ່ຽງໃຫ້ແກ່ໂຮງຮຽນອະນຸບານ, ປູກຈິດສໍານຶກໃຫ້ແກ່ຊາວບ້ານເປົ້າໝາຍເຫັນຄວາມສໍາຄັນຂອງການສຶກສາກ່ອນໄວຮຽນ ເພື່ອຊຸກຍູ້ໃຫ້ລູກຫຼານໄດ້ເຂົ້າຮຽນຕາມເກນອາຍຸ ແລະ ສ້າງຄວາມອາດສາມາດໃຫ້ຜູ້ອໍານວຍການ ແລະ ຄູສອນໂຮງຮຽນອະນຸບານໃນການຄຸ້ມຄອງບໍລິຫານ ແລະ ສິດສອນຫຼັກສູດແບບໃໝ່ ໃນ 3 ບ້ານເປົ້າໝາຍຄື: ບ້ານດາກບອງ, ບ້ານດາກຕຽມ ແລະ ຊຽງຫຼວງ ເມືອງດາກຈຶງ ແຂວງເຊກອງ, ເພື່ອສືບຕໍ່ປະກອບສ່ວນບັນລຸ ເປົ້າໝາຍການພັດທະນາແບບຍືນຍົງ (SDGs), ໂດຍສະເພາະເປົ້າໝາຍທີ 4 ຮັບປະກັນການສຶກສາໃຫ້ມີຄຸນນະພາບ, ເທົ່າທຽມກັນ, ທົ່ວເຖິງ ແລະ ສົ່ງເສີມກາລະໂອກາດໃນການຮຽນຮູ້ຕະຫຼອດຊີວິດສຳລັບໝົດທຸກຄົນ. ຊຶ່ງໄລຍະເວ ລາຂອງໂຄງການ ແມ່ນນັບແຕ່ມື້ອະນຸມັດ ຮອດທ້າຍປີ 2026.
ສະມາຄົມເຢຍລະມັນ-ລາວ ເພື່ອການພັດທະນາ ເປັນຄູ່ຮ່ວມງານ ກັບ ກະຊວງສຶກສາທິການ ແລະ ກິລາ (ກົມອາຊີວະສຶກສາ) ແຕ່ປີ 2016 ເປັນຕົ້ນມາ. ໄລຍະຜ່ານມາ GLAD ໄດ້ເລັ່ງໃສ່ຈັດຕັ້ງປະຕິບັດ 5 ກິດຈະກໍາຫຼັກຄື: ສົ່ງເສີມວິຊາຊີບໃຫ້ແກ່ຊາວໜຸ່ມໃນການລິເລີ່ມການສ້າງທຸລະກິດໃນຄົວເຮືອນ, ສົ່ງເສີມການປູກຝັງ-ລ້ຽງ ສັດເປັນສິນຄ້າ; ສະໜັບສະໜູນກິດຈະກໍາອາຫານທ່ຽງໃຫ້ແກ່ເດັກກ່ອນໄວຮຽນທີ່ຕິດພັນກັບການສົ່ງເສີມອາຊີບໃຫ້ແກ່ພໍ່ແມ່ນັກຮຽນໃນການປູກຝັງ ແລະ ລ້ຽງສັດນ້ອຍ ເພື່ອສະໜອງອາຫານໂພຊະນາການໃຫ້ແກ່ໂຮງຮຽນ, ກໍ່ສ້າງພື້ນຖານໂຄງລ່າງຂະໜາດນ້ອຍທີ່ຈໍາເປັນໂດຍການປະກອບສ່ວນຂອງຊຸມຊົນດ້ານແຮງງານ ແລະ ວັດຖຸໃນທ້ອງຖິ່ນ, ສ້າງຄວາມເຂັ້ມແຂງໃຫ້ແກ່ຄູ່ຮ່ວມງານພາກລັດໃນຂັ້ນເມືອງກ່ຽວກັບວຽກງານການພັດທະນາຊົນນະບົດ ແລະ ການບໍລິຫານໂຄງການ.





