ແຫລ່ງຂ່າວຈາກ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ສະມາຊິກສະພາປະຊາຊົນແຂວງ ອຸດົມໄຊ ຮ່ວມກັບພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ຫ້ອງການກະສິກຳ-ປ່າໄມ້ ເມືອງໄຊ ລົງເຄື່ອນໄຫວຊຸກຍູ້ສົ່ງເສີມການຜະລິດ, ໂດຍສະເພາະ ການລ້ຽງສັດ ຢູ່ພາຍໃນເມືອງໄຊ ໃນວັນທີ 19 ມິຖຸນາ 2025 ເພື່ອເປັນການສ້າງຂະບວນການ ແລະ ຜົນງານຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຂອງແຂວງ ແລະ ກອງປະຊຸມສະພາປະຊາຊົນແຂວງ ທີ່ຈະໄຂຂຶ້ນໃນໄວໆນີ້ ໂດຍມີທ່ານ ສີພອນ ອິນຕະວົງ ຮອງປະທານຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ, ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງຫລາ, ທ່ານ ສີວິໄສ ບຸນສະຫວັດ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ພ້ອມດ້ວຍຫົວໜ້າຂະແໜງລ້ຽງສັດ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ການເຄື່ອນໄຫວຄັ້ງນີ້ ແມ່ນໜຶ່ງໃນພາລະບົດບາດຂອງພະແນກກະສິກຳ ແລະ ປ່າໄມ້ແຂວງ ໃນນາມເປັນອະນຸກຳມະການຂະບວນການສຶກສາອົບຮົມການເມືອງແນວຄິດ, ເຊິ່ງມີໜ້າທີ່ຮັບຜິດຊອບໃນການຊຸກຍູ້ສົ່ງເສີມການຜະລິດ ເພື່ອຄ້ຳປະກັນສະບຽງອາຫານໃຫ້ມີຄວາມໝັ້ນຄົງ, ທັງຜະລິດເປັນສິນຄ້າເພື່ອສົ່ງອອກ ແລະ ທົດແທນການນຳເຂົ້າ.
ໃນການລົງພື້ນທີ່ຄັ້ງນີ້, ຄະນະດັ່ງກ່າວ ໄດ້ລົງຢ້ຽມຢາມ ຟາມລ້ຽງໝູ ສອນນິພົນຟາມ ທີ່ບ້ານຫ້ວຍຊາງເໜືອ ເພື່ອຮັບຟັງການລາຍງານສະພາບການດຳເນີນກິດຈະການ, ໃຫ້ກຳລັງໃຈ ແລະ ຄຳແນະນຳດ້ານວິຊາການ ເພື່ອຂະຫຍາຍການຜະລິດໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ລົງຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງຟາມໄກ່ພັນໄຂ່ ທີ່ບ້ານກັດ ທັງນີ້ກໍເພື່ອປະກອບສ່ວນໃນການສະໜອງໄຂ່ໄກ່ໃຫ້ພຽງພໍກັບຄວາມຕ້ອງການຂອງຕະຫລາດ.
ການລົງຊຸກຍູ້ສົ່ງເສີມຄັ້ງນີ້ ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງພາກສ່ວນທີ່ກ່ຽວຂ້ອງ ໃນການພັດທະນາການຜະລິດກະສິກຳ ໃຫ້ກາຍເປັນສິນຄ້າ, ສ້າງວຽກເຮັດງານທຳ ແລະ ສ້າງລາຍຮັບທີ່ໝັ້ນຄົງໃຫ້ແກ່ປະຊາຊົນ, ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການສ້າງຜົນງານຕ້ອນຮັບກອງປະຊຸມໃຫຍ່ທັງສອງລະດັບຂອງແຂວງທີ່ຈະມາເຖິງ.
ຂ່າວ-ພາບ: ແສງອາທິດ







